ອົງຄະນະພັກຮາກຖານຕາແສງຜາອຸດົມເຊື່ອມຊຶມຄໍາແນະນໍາມະຕິກອງປະຊຸມໃຫຍ່ຄັ້ງທີ່ XII ຂອງພັກໃຫ້ແກ່ຄະນະພັກຂັ້ນບ້ານ.

  ກອງປະຊຸມເຜີຍແຜ່ເຊື່ອມຊຶມຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ່ XII ຂອງພັກ ແລະອະທິບາຍມະຕິກອງປະຊຸມໃຫຍ່ໃຫ້ແກ່ຄະນະໜ່ວຍພັກບ້ານ 16 ບ້ານທີ່ຂຶ້ນກັບອົງຄະນະພັກຮາກຖານ ຕາແສງຜາອຸດົມ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ສິງຫາ 2026 ນີ້. ຢູ່ທີ່ຫ້ອງປະຊຸມສໍານັກງານຄະນະກໍາມະການປົກຄອງຕາແສງຜາອຸດົມ ໂດຍການເປັນປະທານຂອງທ່ານ ຫຸມພັນ ຈັນທະວົງ ກໍາມະການພັກເມືອງ ປະທານຄະນະກໍາມະການປົກຄອງຕາແສງຜາອຸດົມ, ມີຄະນະຮັບຜິດຊອບ, ຄະນະໜ່ວຍພັກບ້ານ ພ້ອມດ້ວຍພະນັກງານພາຍໃນຕາແສງຜາອຸດົມເຂົ້າຮ່ວມ.

  ກອງປະຊຸມ ທ່ານ ຫຸມພັນ ຈັນທະວົງ ປະທານຄະນະກໍາມະການປົກຄອງຕາແສງ ໄດ້ເຜີຍແຜ່ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ່ XII ຂອງພັກ ຢູ່ຂັ້ນຮາກຖານເຊິ່ງປະກອບມີ 3 ໝວດ 11 ມາດຕາ ແລະທ່ານໄດ້ເນັ້ນໜັກສະເພາະເຈາະຈົງໃນບາງໝວດບາງມາດຕາ ຈຸດປະສົງ ເພື່ອແນະນໍາອະທິບາຍບາງເນື້ອໃນ, ຄໍາສັບ ແລະບາງປະໂຫຍກຄໍາເວົ້າທີ່ກໍານົດຢູໃນກົດລະບຽບພັກ, ໃຫ້ຈະແຈ້ງເຂົ້າໃຈງ່າຍເຮັດໃຫ້ຄະນະພັກ, ສະມາຊິກພັກກໍາແໜ້ນ, ຮັບຮູ້, ເຂົ້າໃຈເລິກເຊິ່ງ, ເປັນເຈົ້າການເຄົາລົບ ແລະປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວສະໄໝທີ່ XII ຢ່າງເຂັ້ມງວດ ແນໃສ່ຮັບປະກັນໃຫ້ກົດລະບຽບພັກປະຊາຊົນປະຕິວັດລາວ ສະ  ໄໝທີ່ XII ໄດ້ຮັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະເປັນບ່ອນອີງໃຫ້ຄະນະບໍລິຫານງານພັກແຕ່ລະຂັ້ນນໍາໄປຈັດຕັ້ງຜັນຂະຫຍາຍ ແລະນໍາພາການຈັດຕັ້ງປະຕິບັດຢ່າງເປັນເຈົ້າການ, ຖືກຕ້ອງ, ຄົບຖ້ວນ, ເປັນເອກະພາບໃນທົ່ວພັກ ແລະທັນເວລາທີ່ກໍານົດໄວ້. ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ເຊື່ອມຊຶມ ເອກະສານ ອະທິບາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ XII ຂອງພັກ ແບບຄໍາຖາມ-ຄໍາຕອບ ສໍາລັບສະມາຊິກພັກ, ພະນັກງານ ແລະປະຊາຊົນທົ່ວໄປ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ສະມາຊິກພັກ, ພະນັກງານ ແລະປະຊາຊົນບັນດາເຜົ່າທຸກຊັ້ນຄົນ ໃນທົ່ວປະເທດ ຕໍ່ກັບຜົນສໍາເລັດທີ່ຍາດມາໄດ້ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນໄລຍະຜ່ານມາ ມີຄວາມຮັບຮູ້ ແລະມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງການເມືອງທີ່ກຳນົດອອກ ໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ແນໃສ່ ຍູ້ແຮງການຈັດຕັ້ງຜັນຂະຫຍາຍເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ໃຫ້ກາຍເປັນຂະບວນການອັນ ກວ້າງຂວາງຂອງມະຫາຊົນ, ເຮັດໃຫ້ການຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ຂອງພັກເຮົາສືບຕໍ່ດໍາເນີນໄປຢ່າງເລິກເຊິ່ງ, ຮອບດ້ານ ແລະມີຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະເທດຊາດ ແລະປະຊາຊົນ ແລະເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າໃຫ້ມີຄວາມຮັບຮູ້, ເຂົ້າໃຈ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ເດັດດ່ຽວ ໜຽວແໜ້ນ, ບໍ່ຫວັ່ນໄຫວ ຄອນແຄນ ຕໍ່ສະພາບການຕ່າງໆ, ມີສະຕິລະວັງຕົວຕໍ່ ກົນອຸບາຍມ້າງເພທຳລາຍຂອງອີດທິກຳລັງປໍລະປັກ ແລະກຸ່ມຄົນບໍ່ດີ, ຕ້ານ ແລະແກ້ໄຂທັດສະນະທີ່ຜິດເຂວ, ຈຳກັດການເສື່ອມຖອຍທາງດ້ານຄຸນສົມບັດສິນທຳປະຕິວັດ ແລະແບບແຜນດໍາລົງຊີວິດ, ຮັບປະກັນການປົກ ປັກຮັກສາ ແລະເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ພາຍໃນພັກ ແລະພາຍໃນສັງ ຄົມໃຫ້ໜັກແໜ້ນ ຍິ່ງໆຂຶ້ນ.

ພາບ-ຂ່າວ: ໂສພາ ທິບພະວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa