
ສະຫາຍ ນາງ ສຸ່ງ ແກ້ວໂພໄຊ ໄດ້ຮັບການປ່ອນບັດເລືອກຕັ້ງ ເປັນເລຂາໜ່ວຍພັກ ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ.
ໜ່ວຍພັກຄະນະໂຄສະນາອົບຮົມແຂວງບໍ່ແກ້ວ.ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ V.ໃນຕອນເຊົ້າຂອງວັນທີ 6 ມີນາ 2026 ນິ້; ໂດຍການເປັນປະທານຂອງ ສະຫາຍ ນາງ ສຸ່ງ ແກ້ວໂພໄຊ ກຳມະການພັກແຂວງ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ຄໍາແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວ-ຄິດ,ວຽກພັກ-ພະນັກງານ,ມີບັນດາແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງແລະ ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.
ກອງປະຊຸມ ຄະນະຮັບຜິດຊອບ ໄດ້ຜ່ານຮ່າງບົດລາຍງານການເມືອງ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານ ການເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ໃນໄລຍະ 5 ປີ ຜ່ານມາ,ໂດຍສະເພາະແມ່ນວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ ໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ.ພ້ອມທັງຜ່ານທິດທາງແຜນການ ຄາດໝາຍສູ້ຊົນໃນສົກປີຕໍ່ໜ້າ ເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມໃຫ້ມີຄວາມທັນສະໄໝ, ເລິກເຊິ່ງ ແລະ ກວ້າງຂວາງກວ່າເກົ່າ.
ກອງປະຊຸມ ສະມາຊິກພັກສົມບູນ ໄດ້ໃຊ້ສິດປະຊາທິປະຕິຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານໃນຕໍ່ໜ້າ. ເຊິ່ງມີຜູ້ສະໝັກ 5 ສະຫາຍ, ຍິງ 1 ສະຫາຍ, ປ່ອນເອົາ 3 ສະຫາຍ, ຜົນຂອງການປ່ອນບັດຄັດເລືອກ ແລະ ກອງປະຊຸມຄັ້ງ ປະຖົມເລີກ ໄດ້ເປັນເອກະພາບເລືອກເອົາ ສະຫາຍ ນາງ ສຸ່ງ ແກ້ວໂພໄຊ ເປັນເລຂາໜ່ວຍພັກ ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ. ສະຫາຍ ພຸດສະວັນ ວົງໄຊ ເປັນຮອງເລຂາໜ່ວຍພັກ, ສະຫາຍ ກົງເພັດ ຈັນສະຫວ່າງ ເປັນກຳມະການໜ່ວຍພັກ ແລະ ສະຫາຍ ສຸພົນ ພົມມະລີ ເປັນຜູ້ຊ່ວຍວຽກກວດກາ ຄະນະໂຄສະນາອົບຮົມແຂວງ.
ໂອກາດ ນິ້. ສະຫາຍ ຄໍາແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວ-ຄິດ,ວຽກພັກ-ພະນັກງານ.ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ໜ່ວຍພັກຍາດມາໄດ້ ແລະ ມີຄໍາເຫັນໃຫ້ທິດຊີ້ນໍາໃຫ້ຄະນະໜ່ວຍພັກຊຸດໃໝ່ ຈົ່ງເອົາໃຈໃສ່ສືບຕໍ່ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ ແລະ ເປັນເຈົ້າການໃນການເປັນກະບອກສຽງທີ່ແຫຼມຄົມໃຫ້ແກ່ພັກ-ລັດ ໃນການເຜີຍແຜ່ມະຕິຄຳສັ່ງຕ່າງໆ ສູ່ສັງຄົມຢ່າງຖືກຕ້ອງ ແລະ ທັນການ ໂດຍສະເພາະແມ່ນ ວຽກງານໂຄສະນາອົບຮົມ ແມ່ນວຽກງານແນວຄິດທີ່ສຳຄັນແຖວໜ້າ, ສະນັ້ນ ທຸກສະຫາຍຕ້ອງມີສະຕິຕໍ່ການເມືອງ ແລະ ມີຄວາມຮັບຜິດຊອບສູງ,ຕິດພັນກັບວຽກງານວິຊາສະເພາະໃຫ້ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ ແລະ ດ້ານວຽກງານອື່ນໆ.



