ສໍາເລັດການເຊັນ:ບົດບັນທຶກ ຄວາມເຂົ້າໃຈ (MOU) ເພື່ອສຶກສາສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດເລກ R3.

 

 

ເຊັນສັນຍາບົດບັນທຶກ ຄວາມເຂົ້າໃຈ (MOU) ເພື່ອສຶກສາສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດເລກ R3 ແລະ R3B ແຕ່ຫໍຫຼັກເມືອງ ຫາ ບ້ານມອມ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ(ທາງຫຼວງແຫ່ງຊາດ R3B). ພິທີ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 18 ພະຈິກ 2025 ນິ້. ຢູ່ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ມີ ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ຄໍາແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ, ມີປະທານ ບໍລິສັດ, ຫົວໜ້າພະແນກການຂອງແຂວງ, ຂອງເມືອງ ແລະ ພະນັກງານ ບໍລິສັດ,ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມອົກ ມະນີຈັນ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍ່ແກ້ວ ໄດ້ຜ່ານບົດລາຍງານຄວາມເປັນມາຂອງໂຄງການ ແລະ ຂໍ້ຕົກລົງຂອງ ທ່ານເຈົ້າແຂວງບໍ່ແກ້ວ ວ່າດ້ວຍການເຫັນດີ ຮັບຮອງເອົາ ບໍລິສັດ ພີເອັສຊີກຮຸບ ຈໍາກັດຜູ້ດຽວ ໄດ້ຮັບອະນຸມັດ, ພ້ອມທັງເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກ ສາທາງຫຼວງແຫ່ງຊາດ ດ້ວຍຮູບແບບ OPBRC ແລະ PRTC ແຕ່ຫໍຫຼັກເມືອງ ຫາ ບ້ານມອມ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ (ທາງຫຼວງແຫ່ງຊາດ  R3B) ມີຄວາມຍາວທັງໝົດ 77 ກິໂລແມັດ ແລະ ແຕ່ຫ້ວຍກະຫຼົກ ຫາ ຂົວມິດຕະພາບ 4 ມີຄວາມຍາວທັງໝົດ 44 ກິໂລແມັດ(ທາງຫຼວງແຫ່ງຊາດ R3) ຕາງໜ້າອົງການປົກຄອງແຂວງບໍ່ແກ້ວ ເຊັນສັນຍາໂດຍ ແມ່ນ ທ່ານ ວົງເພັດ ສຸຂະວົງ  ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍ່ແກ້ວ, ທ່ານ ສິງຄໍາ ສີລິປັນຍາ ຮອງຫົວໜ້າ ພະແນກການເງິນແຂວງ ຮ່ວມກັບ ທ່ານ ສີວິໄຊ ພົນທະຈັກ ປະທານ ກຸ່ມບໍລິສັດ ພີເອັສຊີກຮຸບ ຈໍາກັດຜູ້ດຽວ ແລະ ຮອງປະທານ ບໍລິສັດ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ ແລະ ບັນດາພາກສ່ວນກ່ຽວຂ້ອງທັງສອງຝ່າຍ; ເພື່ອເປັນການຍົກລະດັບເສັ້ນທາງດັ່ງກ່າວໃຫ້ມີສະດວກ, ສະບາຍ ໃນການສັນຈອນໄປມາເຮັດໃຫ້ການພັດທະນາ ພື້ນຖານໂຄງລ່າງມີຄວາມໝັ້ນຄົງ, ເພື່ອແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ແລະ ບັນລຸຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງເປັນກ້າວໆ.

ຂ່າວ: ເງິນຫຼົງ ຈິດພູວົງ.

ຂໍ້ມູນ-ພາບ: ພາກສ່ວນກ່ຽວຂ້ອງ.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa