



ຕອນບ່າຍຂອງວັນທີ 6 ພະຈິກ 2025 ນີ້. ຢູ່ທີ່ສະໂມສອນຫ້ອງວ່າການເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ່ IX ແລະມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງບໍ່ແກ້ວ ຄັ້ງທີ່ VIII ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ນາງ ຈັນສອນ ວົງຄໍາຈັນ ຮອງປະທານສະຫະພັນແມ່ຍິງ ແຂວງ, ສະຫາຍ ບຸນເລື່ອນ ສິດຊົມພູ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີຄະນະປະຈໍາ-ກໍາມະການພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະສະຫະພັນແມ່ຍິງແຂວງ, ຄະນະສະຫະພັນແມ່ຍິງເມືອງ, ປະທານແມ່ຍິງໜ່ວຍອ້ອມຂ້າງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມ ສະຫາຍ ນາງ ຈັນສອນ ວົງຄໍາຈັນ ຮອງປະທານສະຫະພັນແມ່ຍິງ ແຂວງ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ່ IX ເຊິ່ງໄດ້ດໍາເນີນມາໃນວັນທີ 9-10 ກັນຍາ 2025 ທີ່ຜ່ານມາທີ່ນະຄອນຫຼວງວຽງຈັນພາຍໃຕ້ການເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ກອງປະຊຸມໄດ້ຮັບກຽດຢ່າງສູງໂດຍການເຂົ້າຮ່ວມຂອງສະຫາຍ ປະລິນຍາເອກ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຜູ້ຊີ້ນໍາກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ່ IX, ກອງປະຊຸມໃຫຍ່ ຄັ້ງນີ້ ມີຜູ້ແທນສົມບຸນ 373 ສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກສະຫະພັນແມ່ຍິງຈໍານວນ 1,699,069 ຄົນ, ໃນທົ່ວປະເທດ, ມີແຂກເຊີນເຂົ້າຮ່ວມ 150 ສະຫາຍ, ຍິງ 129 ສະຫາຍ, ຜູ້ແທນກອງປະຊຸມໃຫຍ່ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິບັນຍາເຂົ້າໃນການຄົ້ນຄວ້າປະກອບຄໍາເຫັນຢ່າງກົງໄປກົງມາດ້ວຍເນື້ອໃນອັນເລິກເຊິ່ງກອງປະຊຸມໃຫຍ່ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ, ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝທີ IX ໂດຍສອດຄ່ອງກັບມາດຖານເງື່ອນໄຂທີ່ໄດ້ກໍານົດໄວ້ເຊິ່ງປະກອບດ້ວຍ ຜູ້ເກົ່າ, ຜູ້ໃໝ່, ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ, ຊົນເຜົ່າ ກວມທຸກຂົງເຂດ ໃນນີ້ ມີຜູ້ລົງສະໝັກທັງໝົດ 65 ສະຫາຍ, ເລືອກເອົາ 61 ສະຫາຍ, ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ແລະ ຜົນຂອງກອງປະຊຸມປະຖົມມະລຶກໄດ້ເປັນເອກະສັນເລືອກເອົາສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ເປັນປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝທີ່ IX, ເລືອກເອົາສະຫາຍ ນາງ ພູຄໍາ ຄັດສະຫວ່າງ, ສະຫາຍ ນາງ ກອງມະນີ ສີບຸນເຮືອງ ແລະ ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ກອງປະຊຸມປະຖົມມະລຶກໄດ້ເປັນເອກະສັນເລືອກເອົາສະຫາຍ ນາງ ຜາສຸກ ວົງວິຈິດ ເປັນປະທານກວດກາສູນກາງສະຫະພັນແມ່ຍິງລາວ, ເລືອກເອົາສະຫາຍ ນາງ ພູຄໍາ ຄັດສະຫວ່າງ, ສະຫາຍ ນາງ ກອງມະນີ ສີບຸນເຮືອງ ເປັນຮອງປະທານກວດກາ ແລະ ເລືອກເອົາກໍາມະການກວດກາ 2 ສະຫາຍ, ນອກນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງບໍ່ແກ້ວ ຄັ້ງທີ VIII ທີ່ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 8 ເມສາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ບຸນຍົກ ແສງສະຫວ່າງ ກໍາມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ໂດຍໄດ້ກຽດເຂົ້າຮ່ວມຂອງສະຫາຍ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ສະຫາຍ ນາງ ສີລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະປະຈໍາ-ກໍາມະການພັກແຂວງ, ຄະນະສະພາປະຊາຊົນແຂວງ, ຄະນະປະຈໍາພັກ-ກໍາມະການພັກເມືອງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 181 ສະຫາຍ, ຍິງ 149 ສະຫາຍ, ໃນນີ້, ມີຜູ້ແທນສົມບູນ 124 ສະຫາຍ ແລະ ມາຈາກ 5 ເມືອງ 52 ສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກສະຫະພັນແມ່ຍິງທົ່ວແຂວງ ຈໍານວນ 36,497 ສະຫາຍ, ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ສ້າງສັນ, ໜັກແໜ້ນ ພ້ອມທັງດໍາເນີນການປ່ອນບັດເລືອກຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານສະຫະພັນແມ່ຍິງແຂວງຄັ້ງທີ່ VIII ຈໍານວນ 27 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ແລະ ຜົນຂອງກອງປະຊຸມປະຖົມມະລຶກໄດ້ລົງປະຊາມັດຕິຮັບຮອງເອົາສະຫາຍ ນາງ ບຸນຍົກ ແສງສະຫວ່າງ ເປັນປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງສະໄໝທີ່ VIII, ຮັບຮອງເອົາສະຫາຍ ນາງ ຈັນສອນ ວົງຄໍາຈັນ ແລະ ສະຫາຍ ນາງ ສອນໄຊ ພູນສະຫວັດ ເປັນຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຮັບຮອງເອົາສະຫາຍ ນາງ ຈັນສອນ ວົງຄໍາຈັນ ຮອງປະທານສະຫະພັນແມ່ຍິງແຂວງເປັນປະທານກວດກາ, ຮັບຮອງເອົາສະຫາຍ ນາງ ສຸພາລັກ ວິໄລວັນ ເປັນຮອງປະທານກວດກາ, ນອກນີ້, ກອງປະຊຸມຍັງໄດ້ເປັນເອກະສັນເລືອກເອົາຜູ້ແທນສົມບູນ 9 ສະຫາຍ, ຜູ້ແທນສໍາຮອງ 2 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ່ IX ອີກດ້ວຍ.
ພາບ-ຂ່າວ: ໂສພາ ທິບພະວົງ.
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ
ແອດມິນ: ທອງຈັນ ວົງປັນຍາ.



