ບັນດາໜ່ວຍພັກພາຍໃນເມືອງຜາອຸດົມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ຂອງບຸກຄົນ ແລະ ກົມກອງລວມໝູ່ ປະຈໍາປີ 2025

 

ບັນດາໜ່ວຍພັກຫ້ອງການ, ກົມກອງ ຢູ່ພາຍໃນເມືອງຜາອຸດົມ ແຂວງບໍ່ແກ້ວ ເປີດກອງປະຊຸມຕີລາຄາປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕິດພັນກັບການຕີລາຄາປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2025 ໃນວັນທີ 5 ພະຈິກ 2025 ນີ້. ໜ່ວຍພັກຄະນະຈັດຕັ້ງເມືອງໄດ້ຈັດກອງປະຊຸມຕີລາຄາປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຕີລາຄາປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ຂຶ້ນທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມເມືອງ ພາຍໃຕ້ການຊີ້ນໍາ-ນໍາພາຂອງສະຫາຍ ບົວເກດ ສືບໄຊຍາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີຄະນະຮັບຜິດຊອບການປະເມີນຂັ້ນເມືອງ ພ້ອມດ້ວຍສະມາຊິກພັກ-ພະນັກງານລັດຖະກອນພາຍໃນຫ້ອງການເຂົ້າຮ່ວມ.

ກອງປະຊຸມ ຄະນະຮັບຜິດຊອບໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ເຊິ່ງຍົກໃຫ້ເຫັນສະພາບລວມຂອງໜ່ວຍພັກ, ຕີລາຄາດ້ານດີ-ດ້ານອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້. ທົ່ວເມືອງຜາອຸດົມມີ 14 ຄະນະພັກຮາກຖານ, ມີໜ່ວຍພັກເອກະລາດ 68 ໜ່ວຍ, ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ 53 ໜ່ວຍ, ໃນນີ້, ໜ່ວຍພັກຄະນະຈັດຕັ້ງເມືອງເປັນໜ່ວຍພັກເອກະລາດຢູ່ພາຍໃຕ້ການຊີ້ນໍາໆພາຂອງຄະນະພັກເມືອງມີພາລະບົດບາດ, ສິດ ແລະ ໜ້າທີ່ ທຽບເທົ່າ ກັບໜ່ວຍພັກອື່ນໆ ພາຍໃນເມືອງ, ມີສະມາຊິກພັກທັງໝົດ 12 ສະຫາຍ, ຍິງ 4 ສະຫາຍ, ໃນນີ້, ມີຄະນະປະຈໍາ 1 ສະຫາຍ, ໃນໜຶ່ງປີຜ່ານມາຄະນະໜວ່ຍພັກໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ ພະນັກງານ-ລັດຖະກອນເປັນກົກ, ໄດ້ຊີ້ນໍາ-ນໍາພາສະມາຊິກພັກພາຍໃນໜ່ວຍພັກ, ຍົກສູງການສຶກສາອົບຮົມການເມືອງ-ແນວຄິດ, ຄົ້ນຄວ້າຮໍ່າຮຽນທິດສະດີມາກ-ເລນິນ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ ແລະ ລະບຽບກົດໝາຍຂອງລັດ ບົນພື້ນຖານດັ່ງກ່າວ ສາມາດສ້າງໄດ້ຫຼັກໝັ້ນຊົນຊັ້ນ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດທີ່ຖືກຕ້ອງຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ຍຶດໝັ້ນປະຕິບັດຕາມ 6 ສິດ ແລະ 5 ໜ້າທີ່ຂອງສະມາຊິກພັກ, ເອົາໃຈໃສ່ ກໍາແໜ້ນປະຕິບັດຕາມ 5 ຫຼັກການ, 3 ທິດນໍາໃນການສ້າງ ແລະປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ນໍາພາສະມາຊິກພາຍໃນໜ່ວຍຮ່ວມຊີວິດພັກປະຈໍາແຕ່ລະເດືອນເປັນປົກກະຕິ ເສຍເງິນສະຕິພັກເປັນປະຈໍາ ເຮັດໃຫ້ສະມາຊິກພັກມີສະຕິເຄົາລົບການຈັດຕັ້ງ ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ ແລະ ສ້າງຕົນເອງໃຫ້ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ, ໂດຍຖືເອົາການຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ເປັນກົດເກນຄົງຕົວ ແລະ ຂະຫຍາຍຕົວຂອງພັກ, ເຊິ່ງໄດ້ສະແດງໃຫ້ເຫັນຜົນງານແຕ່ລະດ້ານດັ່ງນີ້, ດ້ານການເມືອງບັນລຸໄດ້ 1,98 ຄະແນນ, ດ້ານແນວຄິດບັນລຸໄດ້ 1,45 ຄະແນນ, ດ້ານການຈັດຕັ້ງບັນລຸໄດ້ 1,49  ຄະແນນ, ດ້ານແບບແຜນການນໍາພາບັນລຸໄດ້ 1,93 ຄະແນນ, ການນໍາພາປະຕິບັດໜ້າທີ່ການເມືອງບັນລຸໄດ້  2,82  ຄະແນນ, ພ້ອມທັງວາງທິດທາງແຜນການປະຈໍາປີ 2026 ແລະ ບົດສໍາຫຼວດການນໍາພາລວມຂອງໜ່ວຍພັກ. ຈາກນັ້ນ ແຕ່ລະສະຫາຍກໍ່ໄດ້ຜ່ານບົດສໍາຫຼວດຕົນເອງ, ໜ່ວຍພັກໄດ້ຮັບຮອງເປັນ  ໜ່ວຍພັກແຂງຮູ້ນໍາພາຮອບດ້ານໃນປີ 2024 ຜ່ານການປະເມີນຂອງບຸກຄົນສະມາຊິກພັກແຕ່ລະສະຫາຍໄດ້ເປັນສະມາຊິກພັກແຂງ, ຕິດພັນກັບການຄັດເລືອກຜົນງານໃນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ບຸກຄົນ, ກົມກອງລວມໝູ່ປະຈໍາປີ 2025.

ໂອກາດນີ້, ສະຫາຍ ບົວເກດ ສືບໄຊຍາ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານຂອງແຕ່ລະສະຫາຍທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ສະຫາຍໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນໜ່ວຍຈົ່ງພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນການກໍ່່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ເຂົ້າສູ່ລວງເລິກນໍາໄປຈັດຕັ້ງປະຕິບັດເປັນແຜນການເຄື່ອນໄຫວອັນລະອຽນໃນໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະສະຫາຍໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງເອົາໃຈໃສ່ປປັບປຸງແບບແຜນ ວິທີນໍາພາ-ວິທີເຮັດວຽກ ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ ນໍາພາເປັນໝູ່ຄະນະແບ່ງບຸກຄົນຮັບຜິດຊອບ ເພື່ອໃຫ້ບັນລຸຕາມທິດກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຢ່າງຕໍ່ເນື່ອງ.

ພາບ-ຂ່າວ: ໂສພາ ທິບພະວົງ.

ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa