





ຕອນເຊົ້າຂອງວັນທີ 6 ພະຈິກ 2025 ນີ້. ຢູ່ທີ່ສະໂມສອນຂອງບ້ານພຽງຄໍາ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ມີ ພິທີ ມອບ-ຮັບໃບຕາດິນໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນໃນຂອບເຂດການຄຸ້ມຄອງຂອງບ້ານພຽງຄໍາໂດຍການເປັນປະທານຂອງທ່ານ ຄໍາສອນ ທຸບິນຍາ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ( ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດເມືອງ ), ມີທ່ານ ວຽງໄຊ ຈັນທະວົງ ກໍາມະການພັກເມືອງ ຮອງຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ມີຄະນະຮັບຜິດຊອບອອກໃບຕາດິນ, ວິຊາການກ່ຽວຂ້ອງ ພ້ອມດ້ວຍປະຊາຊົນຜູ້ເປັນເຈົ້າຂອງສິດນໍາໃຊ້ທີ່ດິນພາຍໃນບ້ານເຂົ້າຮ່ວມ.
ພິທີ ຄະນະຮັບຜິດຊອບໄດ້ຜ່ານບົດສະຫຼຸບຫຍໍ້ກ່ຽວການການລົງວັດແທກທີ່ດິນຢູ່ບ້ານພຽງຄໍາເຊິ່ງຍົກໃຫ້ເຫັນສະພາບລວມຂອງບ້ານ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຈຸດປະສົງ ຂອງການຂຶ້ນທະບຽນອອກໃບຕາດິນ ເພື່ອເຮັດໃຫ້ປະຊາຊົນມີສິດຄຸ້ມຄອງນໍາໃຊ້ທີ່ດິນຂອງຕົນໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ມີໃບຕາດິນເພື່ອຢັ້ງຢືນສິດຄຸ້ມຄອງນໍາໃຊ້ຢ່າງຖາວອນ ແລະ ຍາວນານ, ລັດຮັບຮູ້ ແລະ ມີຖານຂໍ້ມູນຢ່າງລະອຽດສາມາດກວດກາຄືນໄດ້, ທີ່ດິນມີມູນຄ່າເພີ່ມ ແລະ ສາມາດຫັນເອົາທີ່ດິນເປັນທຶນໄດ້, ສາມາດ ມອບ-ໂອນ ສືບທອດມູນມໍລະດົກຖືກຕ້ອງຕາມລະບຽບ-ກົດໝາຍ. ບ້ານ ພຽງຄໍາ ເປັນບ້ານໜຶ່ງທີ່ຂື້ນກັບ ກຸ່ມບ້ານ ສົມສະຫວ່າງ, ຕັ້ງຢູ່ເຂດເທດສະບານເມືອງ ທິດເໜືອຕິດກັບ ບ້ານ ຜາອຸດົມ, ທິດໃຕ້ຕິດກັບ ບ້ານ ສີບຸນເຮືອງ, ທິດຕາເວັນອອກຕິດກັບ ບ້ານ ວຽງຄໍານ້ອຍ, ທິດຕາເວັນຕົກຕິດກັບ ບ້ານ ດອນສະຫວັນ, ມີຜົນລະເມືອງທັງໝົດ 1.202 ຄົນ, ຍິງ 653 ຄົນ, ມີ 233 ຫຼັງຄາ, ມີ 280 ຄອບຄົວ, ມີ 4 ຊົນເຜົ່າຢູ່ຮ່ວມກັນຊົນເຜົ່າກຶມມຸກວມເອົາ 90%, ເຜົ່າລາວລຸ່ມກວມເອົາ 5%, ເຜົ່າລື້ 3%, ເຜົ່າລະເມດ 2%, ອາຊີບຕົ້ນຕໍຂອງປະຊາຊົນພາຍໃນບ້ານແມ່ນ ເຮັດນາ, ເຮັດໄຮ່ ແລະ ສວນຢາງພາລາ, ໃນນີ້, ມີດິນທີ່ໄດ້ຮັບການອອກໃບຕາດິນທັງໝົດ 295 ຕອນ, ມີເນື້ອທີ່ດິນ ທີ່ໄດ້ເຊັນໃບຕາດິນ 3,280,876 ຕາແມັດ, ດິນປຸກສ້າງມີ 20 ຕອນ ມີເນື້ອທີ່ 69,955 ຕາແມັດ, ດິນນາມີ 4 ຕອນ ມີເນື້ອທີ່ 21,802 ຕາເມັດ, ດິນສວນມີ 216 ຕອນ ມີເນື້ອທີ່ 3,135,116 ຕາແມັດ ແລະດິນລັດມີ 5 ຕອນ ມີເນື້ອທີ່ 53,234 ຕາແມັດ, ພ້ອມທັງແນະນໍາກ່ຽວກັບການຄຸ້ມຄອງນໍາໃຊ້ໃບຕາດິນ, ການເກັບຮັກສາ, ວິທີການນໍາໃຊ້ ແລະ ຂໍ້ຫ້າມ. ຈາກນັ້ນ, ກໍ່ໄດ້ມອບໃບຕາດິນໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນ ມອບໂດຍທ່ານ ຄໍາສອນ ທຸບິນຍາ ຮອງປະທານຄະນະກໍາມະການປົກຄອງເມືອງ-ຮັບໂດຍເຈົ້າຂອງສິດນໍາໃຊ້ທີ່ດິນ.
ທ່ານ ຄໍາສອນ ທຸບິນຍາ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ມີຄໍາເຫັນ ເນັ້ນໜັກໃຫ້ພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບໃບຕາດິນໃນ ຄັ້ງນີ້, ຈົ່ງພ້ອມກັນນໍາໃຊ້ທີ່ດິນໃຫ້ເປັນປະໂຫຍດ ຫັນເອົາທີ່ດິນເປັນທຸລະກິດເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ, ນໍາໃຊ້ໃບຕາດິນໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍວ່າດ້ວຍການຄຸ້ມຄອງທີ່ດິນຂອງ ສປປ ລາວໄດ້ກໍານົດໄວ້ ແລະ ທ່ານໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຜູ້ທີ່ຍັງບໍ່ທັນໄດ້ອອກໃບຕາດິນໃຫ້ມາພົວພັນນໍາໜ່ວຍງານກ່ຽວຂ້ອງຂອງເມືອງເພື່ອຈະໄດ້ວັດແທກເນື້ອທີ່ດິນ ຂອງໜ່ວຍງານອອກໃບຕາດິນພ້ອມທັງອອກໃບຕາດິນໃຫ້ຖືກຕ້ອງຕາມລະບຽບກົດໝາຍຄຸ້ມຄອງທີ່ດິນ.
ພາບຂ່າວ: ໂສພາ ທິບພະວົງ.
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ. 6.11.2025.
ແອດມິນ: ທອງຈັນ ວົງປັນຍາ.



