










ໃນວັນທີ 4 ພະຈິກ 2025 ນີ້ ອົງການປົກຄອງແຂວງບໍ່ແກ້ວ, ເມືອງຫ້ວຍຊາຍ ຮ່ວມກັບ ອົງການພຸດທະສາສະໜາສຳພັນລາວ ແຂວງ ໄດ້ຈັດພິທີປະກາດຮັບຮອງພຣະທາດສຸວັນນະຜ້າຄຳ ເປັນມໍລະດົກແຫ່ງຊາດ ລະດັບຊາດ ເຊີ່ງໄດ້ມີການແຮ່ພຣະທາດສຸວັນນະຜ້າຄຳ ຈຳລອງ ປະກອບມີຂະບວນແຮ່ຂອງຄະນະອົງການພຸດທະສາສະໜາສຳພັນລາວ ແຂວງ, ພຣະສົງ, ສຳມະເນນ, ການນຳຂອງແຂວງ, ຂອງເມືອງ, ມ່ວນຊົນອອກຕົນຍາດໂຍມ ຜູ້ທີ່ມີຈິດໃຈສັດທາທັງຫຼາຍ, ນັກຮຽນເຍົາວະຊົນ, ຊາວໜຸ່ມ, ຕະຫຼອດຮອດຂະບວນແຮ່ຂອງໜ່ວຍສະແດງສິລະປະການເປົ່າແຄນ ມີບັນຍາກາດຟົກຟື້ນ ແລະ ເບີກບານມ່ວນຊື່ນ, ແລ້ວພ້ອມກັນແຮ່ຂະບວນອ້ອມພຣະທາດສຸວັນນະຜ້າຄຳ 3 ຮອບ ແລະ ຫົ່ມຜ້າໄຕໃຫ້ອົງພຣະທາດ, ຈູດທູບທຽນເຄົາລົບກາບໄຫວ້ ເພື່ອເປັນສິລິມຸງຄຸນ.
ຈາກນັ້ນໄດ້ເຂົ້າສູ່ພິທີປະກາດຮັບຮອງພຣະທາດສຸວັນນະຜ້າຄຳ ເປັນມໍລະດົກແຫ່ງຊາດ ລະດັບຊາດ ໂດຍຝ່າຍສົງ ມີ ພຣະອາຈານ ອາດຍາທຳ ຄຳເງິນ ຄຳວົງ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງ ພ້ອມດ້ວຍຄະນະ, ພຣະສົງ ສຳມະເນນ, ຝ່າຍຄະລືຫາດມີ ທ່ານ ພົນຈັດຕະວາ ສຸກພະຈັນສີລາເພັດ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ, ທ່ານ ປອ ທອງລິດ ຫຼວງໂຄດ ຕ່າງໜ້າກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີຄະນະນຳຂອງແຂວງ, ເມືອງ, ພາກສ່ວນທີ່ກ່ຽວຂ້ອງ ແລະ ມ່ວນຊົນເຂົ້າຮ່ວມ.
ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ວ່າດ້ວຍການຮັບຮອງພຣະທາດສຸວັນນະຜ້າຄຳ ແລະ ຂອບເຂດບໍລິເວນຂື້ນເປັນມໍລະດົກແຫ່ງຊາດ ລະດັບຊາດ, ຈາກນັ້ນ ທ່ານ ສີລັດ ແສງດາລາ ກຳມະການພັກແຂວງ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງ ໄດ້ຂື້ນຮັບໃບຢັ້ງຢືນຮັບຮອງພຣະທາດສຸວັນນະຜ້າຄຳ ແລະ ຂອບເຂດບໍລິເວນຂື້ນເປັນມໍລະດົກແຫ່ງຊາດ ລະດັບຊາດ ມອບໂດຍທ່ານ ປອ ທອງລິດ ຫຼວງໂຄດ ຕ່າງໜ້າກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຄະນະການນຳຂອງແຂວງໄດ້ຂື້ນຕັດລິບບິນ, ທ່ານ ພົນຈັດຕະວາ ສຸກພະຈັນສີລາເພັດ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ບໍ່ແກ້ວ ໄດ້ໃຫ້ກຽດລັ່ນຄອງ 9 ບາດ ເພື່ອເປັນສິລິມຸ່ງຄຸນ ໃຫ້ແກ່ພິທີປະກາດຮັບຮອງພຣະທາດສຸວັນນະຜ້າຄຳ ເປັນມໍລະດົກແຫ່ງຊາດ ລະດັບຊາດຢ່າງເປັນທາງການ.
ພຣະທາດສຸວັນນະຜ້າຄໍາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແຫ່ງນີ້ ເປັນມໍລະດົກທາງດ້ານວັດທະນະທໍາ ອັນເປັນຊັບສົມບັດອັນລໍ້າຄ່າທີ່ໂດດເດັ່ນ ພາຍໃນທ້ອງຖິ່ນ ທີ່ມີປະຫວັດຄວາມເປັນມາຍາວນານ ແລະ ສັກສິດເປັນທີ່ເຄົາລົບຊັກກາລະບູຊາຂອງປວງຊົນລາວ, ພຣະທາດດວງນີ້ ໄດ້ສ້າງຕັ້ງຂຶ້ນ ໃນປີ ຄສ 1.002 ກ່ອນຫນ້ານີ້ 1.000 ກວ່າປີໃນສະໄຫມການປົກຄອງຂອງອານາຈັກນາຄະພັນສິງຫະນະຄອນ (ນາຄະພັນສິງພະບຸດ) ໄລຍະຜ່ານມາໄດ້ປະຕິສັງຂອນອົງພຣະທາດ 3 ຄັ້ງຄື: ຄັ້ງທີ1: ຕາມຕໍານານພຣະເຈົ້າລຽບໂລກ, ໄລຍະຕົ້ນ ໄດ້ 2565 ປີ ຕາມອາຍຸທາງສາສະຫນາ, ຄັ້ງທີ2: ປີ ຄສ 1002, ຈສ 384 ຕາມຂໍ້ມູນບັນທຶກພາສາງຽວ, ໄດ້ 1000 ປີ, ຄັ້ງທີ3: ປີຄສ 1956 ອົງພຣະທາດປະຈຸບັນໄດ້ 66 ປີ. ເຊິ່ງ ມີຄຸນຄ່າສູງທາງດ້ານວັດທະນະທໍາ, ເປັນສູນລວມຈິດໃຈຂອງປວງຊົນລາວທັງຊາດ ແລະ ໃຫ້ຄວາມ ເຄົາລົບນົບໄຫວ້.
ຂ່າວ: ສາຍສະໝອນ ແກ້ວວິສິດ
ແອດມິນ: ທອງຈັນ ວົງປັນຍາ



