ກອງປະຊຸມການຈັດຕັ້ງການກັນ ແລະ ຄວບຄຸມການລະບາດພະຍາດໝາກແດງ ແລະ ແຜນການໃນຕໍ່ໜ້າ.

ທ່ານ ດຣ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ

 

 

ກອງປະຊຸມການຈັດຕັ້ງການກັນ ແລະ ຄວບຄຸມການລະບາດພະຍາດໝາກແດງ ແລະ ແຜນການໃນຕໍ່ໜ້າໄດ້ຈັດຂຶ້ນຕອນເຊົ້າວັນທີ 24 ຕຸລາ 2025 ນີ້ທີ່ ພະແນກສາທາລະນະສຸກແຂວງ, ໂດຍການເປັນປະທານຂອງທ່ານ ດຣ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ປະທານຄະນະກຳມະການຕ້ານ ແລະ ຄວບຄຸມຕິດຕໍ່ ແລະ ສຸຂະພາບໜຶ່ງດຽວຂັ້ນແຂວງ. ທ່ານ ດຣ ຄຳສິນ ພົມມະຫານ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີບັນດາຄະນະກຳມະການຕ້ານ ແລະ ຄວບຄຸມຕິດຕໍ່ ແລະ ສຸຂະພາບໜຶ່ງດຽວຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.

ທ່ານ ດຣ ຄຳຜະຫຍາ ພົມປັນຍາ ປະທານກອງປະຊຸມກ່າວວ່າ: ການຈັດກອງປະຊຸມການຈັດຕັ້ງການກັນ ແລະ ຄວບຄຸມການລະບາດພະຍາດໝາກແດງ ປະຈຳປີ 2025 ນີ້ ກໍ່ເພື່ອເປັນການປະເມີນຄືນກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຕອບໂຕ້ພະຍາດລະບາດຂອງພະຍາດໝາກແດງ ຍົກໃຫ້ເຫັນດ້ານດີດ້ານອ່ອນ, ຂໍ້ຄົງຄ້າງ, ພ້ອມທັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງສຸມສະຕິປັນຍາຂອງຕົນເຂົ້າໃນການຈັດ ຕັ້ງປະຕິບັດວຽກງານຢ່າງເຂັ້ມງວດ, ເພີ່ມຄວາມຮູ້ຄວາມສາມາດໃນການຄຸ້ມຄອງກໍລະນີທີ່ຖືກຕ້ອງໃຫ້ທີມງານປິ່ນປົວທຸກຂັ້ນເຮັດສຸຂະສຶກສາໃຫ້ພີ່ ນ້ອງຄົນເຈັບໃນໄລຍະປິ່ນປົວ, ກໍລະນີພົບຄົນເຈັບ ຫຼື ກຸ່ມເປົ້າໝາຍ ທີ່ມີຄວາມສ່ຽງຕ້ອງລາຍງານຢ່າງຮີບດ່ວນ ແລະ ຮັບການປິ່ນປົວໂດຍໄວທັນເວລາ, ສືບຕໍ່ເອົາ ໃຈໃສ່ສັກວັກຊີນໃຫ້ເດັກກຸ່ມເປົ້າໝາຍໃຫ້ໄດ້ສັກວັກຊີນຕາມຄາດໝາຍ ແລະ ສືບຕໍ່ສັກວັກຊີນຮອບປົກກະຕິໃຫ້ໄດ້ຕາມຄາດໝາຍ.( ສຽງ… ) ຈາກນັ້ນທ່ານໝໍ ພູທອນ ແສງສຸລິຍາ ຮອງຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານໂຕ້ຕອບການລະບາດຂອງພະຍາດໝາກແດງ ປີ 2025. ການລະບາດພະຍາດໝາກແດງຂອງປີ 2025 ທົ່ວປະເທດມີທັງໝົດ 7.453 ຄົນ ໃນ 18 ແຂວງ ແລະ ເສຍຊີວິດ 6 ຄົນ, ສຳຫຼັບແຂວງບໍ່ແກ້ວມີກໍລະນີພະຍາດໝາກແດງປີ 2025 ມີ 170 ກໍລະນີໃນ 3 ເມືອງ 13 ບ້ານ, ມາດຕະການທີ່ໂຕ້ຕອບຕໍ່ການລະບາດໂດຍສະເພາະແມ່ນວຽກງານສຸຂະສຶກສາ, ວຽກງານການຄຸ້ມຄອງກໍລະນີ ການຕິດເຊື້ອໝາກແດງ, ວຽກງານການເຝົ້າລະວັງການລະບາດ, ວຽກງານການສັກວັກຊີນໃຫ້ພູມຄຸ້ມກັນ. ການສັກວັກຊີນບ້ານທີມີການລະບາດພະຍາດໝາກແດງ 2025 ມີ 15 ບ້ານ ໃນ 4 ເມືອງແມ່ນໄດ້ປະຕິບັດຕາມ 11 ຕົວຊີ້ບອກ, ບັນລຸຕາມໄດ້ 100%. ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ບັນດາຕົວຊີ້ວັດຕ່າງໆໃຫ້ບັນລຸຕາມແຜນການທີ່ກຳນົດໄວ້, ຊອກຫາບັນດາຈຸດອ່ອນຂໍ້ຄົງຄ້າງທີ່ຈະຊອກຫາວິທີປັບປຸງແກ້ໄຂໃນແຜນວຽກຕໍ່ໜ້າເປັນຕົ້ນແມ່ນ: ແຜນວຽກຕົວຊີ້ບອກ, ຄາດໝາຍສູ້ຊົນຕ່າງໆໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນສັງຄົມ, ປັບປຸງຂອດບໍລິການຂອງພະນັກງານແພດໝໍ ໃຫ້ຖືກຕ້ອງຕາມຈັນຍາບັນຈັນຍາທຳຂອງພະນັກງານແພດໝໍ, ເຮັດໃຫ້ຜູ້ມາຊົມໃຊ້ບໍລິການຢູ່ໂຮງໝໍໄດ້ເພິ່ງພໍໃຈຂຶ້ນເທື່ອລະກ້າວ.%

ຂ່າວ: ບຸນຈັນ ມະນີໄຊ ວັນທີ 24 ຕຸລາ 2025.

ແອດມິນ: ທອງຈັນ ວົງປັນຍາ.

 

 

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa