



ວັນທີ 24 ຕຸລາ 2025, ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ປິດຊຸດຝຶກອົບຮົມເອກະສານສະມາຊິກພັກໃໝ່ ຊຸດທີ່ IV ຂອງເມືອງ ປະຈໍາປີ 2025. ໂດຍການເປັນປະທານຂອງ ສະຫາຍ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານອົງການກວດກາພັກ-ລັດເມືອງ, ເຂົ້າຮ່ວມ ສະຫາຍ ບົວເກດ ສືບໄຊຍາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີສະຫາຍ ຄໍາຝັ້ນ ສໍແອນົງ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີຄູ-ອາຈານ, ຄະນະຮັບຜິດຊອບການຝຶກອົບຮົມ ພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມ.
ສະຫາຍ ແສງຈັນ ອຸ່ນສະຫວັດ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ສະຫຼຸບການຝຶກອົບຮົມເອກະສານສະມາຊິກພັກໃໝ່ ຊຸດທີ່ IV ປະຈໍາປີ 2025 ຂອງເມືອງຜາອຸດົມ. ຜ່ານການຄົ້ນຄ້ວາຮໍ່າຮຽນ ເຫັນວ່າຜູ້ເຂົ້າຝຶກອົບຮົມ ແມ່ນມີຄວາມຮູ້ຄວາມເຂົ້າໃຈ, ຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ກໍາໄດ້ບັນຫາຫຼັກມູນພື້ນຖານ ທິດສະດີມາກ-ເລນິນ, ວຽກງານກໍ່ສ້າງ ແລະ ປັບປຸງພັກ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ເພື່ອໝູນໃຊ້ເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ, ຜູ້ເຂົ້າຮຽນ ສາມາດປັບປຸງທັດສະນະຫຼັກໝັ້ນ ທາງດ້ານຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ມີທັດສະນະມະຫາຊົນ, ຈໍາແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນໃນດ້ານຕ່າງໆ ແລະ ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນ ທີ່ສໍາເລັດການຝຶກອົບຮົມໃນຄັ້ງນີ້ ຈໍານວນ 16 ສະຫາຍ, ຍິງ 5 ສະຫາຍ, ເປັນກຽດມອບໃບຢັ້ງຢືນໂດຍສະຫາຍ ນາງ ມະນີວັນ ພັນປະເສີດ ປະທານອົງການກວດກາພັກ-ລັດເມືອງ ແລະ ມີຄໍາເຫັນ ເນັ້ນໜັກ ໃຫ້ສໍາມະນາກອນຈົ່ງພ້ອມກັນເປັນເຈົ້າການນໍາເອົາຄວາມຮູ້ ແລະ ບົດຮຽນທີ່ຮຽນມາ ໄປຜັນຂະຫຍາຍ ເຂົ້າສູ່ພຶດຕິກຳຕົວຈິງ ໃຫ້ມີການຫັນປ່ຽນ, ນັບທັງໜ້າທີ່ວຽກງານວິຊາສະເພາະ ແລະ ຂະບວນການຕ່າງໆ. ຝຶກຝົນຫຼໍ່ຫຼອມຕົນເອງ ດ້ານຄວາມຮູ້-ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນວິທີເຮັດວຽກເຮັດໃຫ້ຕົນເອງກາຍເປັນພະນັກງານສືບທອດທິ່ດີເດັ່ນຂອງພັກ-ລັດ ໃນຕໍ່ໜ້າ.
ພາບ-ຂ່າວ: ໂສພາ ທິບພະວົງ
ຂ່າວສານ-ສື່ສິ່ງພິມ: ຄະນະໂຄສະນາອົບຮົມເມືອງຜາອຸດົມ
ແອດມິນ: ທອງຈັນ ວົງປັນຍາ



