




ວັນທີ 24 ຕຸລາ 2025, ພະແນກອຸດສະຫະກຳ ແລະ ການຄ້າແຂວງບໍ່ແກ້ວ ຈັດພິທີທໍາລາຍສິນຄ້າເຊື່ອມຄຸນ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ ຈໍານວນ 82 ລາຍການ ມີສິນຄ້າອຸປະໂພດ ແລະ ບໍລິໂພດ ລວມມູນຄ່າ 60 ກວ່າລ້ານກີບ, ທີ່ເຈົ້າໜ້າທີ່ການຄ້າຂັ້ນແຂວງ, ເມືອງຫ້ວຍຊາຍ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເຄື່ອນໄຫວກວດກາ ພາຍໃນຕະຫຼາດ, ຮ້ານມີນິມາດ, ຮ້ານສະດວກຊື້, ຮ້ານຊັບພະສິນຄ້າ, ຮ້ານຂາຍເຄື່ອງຍົກ ແລະ ຂາຍຍ່ອຍ ຈໍານວນ 100 ກວ່າຮ້ານ ແລະ ໄດ້ຢຶດສິນຄ້າເຊື່ອມຄຸນ, ໝົດອາຍຸ ຈໍານວນ 25 ຮ້ານ, ທັງນີ້ກໍ່ເພື່ອຄຸ້ມຄອງ, ກວດກາຫົວຫນ່ວຍທຸລະກິດໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດຫມາຍ, ຮັບປະກັນຜົນປະໂຫຍດ, ຄວາມປອດໄພ ຂອງຜູ້ຊົມໃຊ້ ທີ່ເກີດຈາກຜົນກະທົບທາງລົບ ຈາກການຊົມໃຊ້ສິນຄ້າທີ່ບໍ່ມີຄຸນນະພາບ; ເປັນການຊຸກຍູ້, ສົ່ງເສີມການຜະລິດພາຍໃນ, ການນໍາເຂົ້າ, ການຈໍາຫນ່າຍສິນຄ້າ ແລະ ການບໍລິການໃຫ້ມີຄຸນນະພາບ, ໄດ້ມາດຕະຖານ, ຖືກຕ້ອງ ແລະ ສອດຄ່ອງກັບ ລະບຽບກົດຫມາຍ, ແນ່ໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຍຸຕິທໍາ.
ພິທີທໍາລາຍສິນຄ້າເຊື່ອມຄຸນ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງໃນຄັ້ງນີ້ ໂດຍມີ ທ່ານ ນາງ ສີອຳໄພ ໂສລະຖີ ກຳມະການພັກແຂວງ ຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງບໍ່ແກ້ວ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມ.
ຂ່າວ: ສາຍສະໝອນ ແກ້ວວິສິດ
ແອດມິນ: ທອງຈັນ ວົງປັນຍາ



