




ຊຸດຝຶກອົບຮົມໃຫ້ແກ່ນັກເດີນສໍາຫຼວດ ແລະ ນັກກວດກາ ສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ 5 ປີ 2025, ໄດ້ຈັດຂຶ້ນໃນວັນທີ 20 ຕຸລາ 2025 ທີ່ຫ້ອງປະຊຸມຫ້ອງການ ການເງິນເມືອງ ໂດຍການເປັນປະທານຂອງ ທ່ານ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ, ຜູ້ຊີ້ນໍາຂົງເຂດວຽກງານເສດຖະກີດ ມີບັນດາຄະນະຮັບຜິດຊອບ ການເດີນສໍາຫຼວດ, ນັກກວດກາ ຂັ້ນເມືອງເຂົ້າຮ່ວມ 26 ທ່ານ.
ການຝຶກອົບຮົມໃນຄັ້ງນີ້ ນັກສໍາມະນາກອນ ກໍ່ຄືນັກເດີນສໍາຫຼວດຈະໄດ້ຄົ້ນຄວ້າ, ເຊື່ອມຊຶ່ມບັນດາເອກະສານຕ່າງໆ ເປັນຕົ້ນແມ່ນ: ຄວາມຮູ້ເບື້ອງຕົ້ນກ່ຽວກັບການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ, ຫົວໜ່ວຍການສໍາຫຼວດ, ຂະບວນການ ແລະ ຂັ້ນຕອນການສໍາຫຼວດ, ແທັບເລັດ ແລະ ໂປຣແກຣມແບບສອບຖາມ, ແຜນທີ່ເຂດສໍາຫຼວດ, ຄົວເຮືອນ ແລະ ທີ່ຢູ່ອາໄສ, ການຝຶກອົບຮົມໃນຄັ້ງນີ້ ເຮັດໃຫ້ນັກກວດກາ ແລະ ນັກເດີນສໍາຫຼວດພົນລະເມືອງ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງພາລະບົດບາດ, ສິດ ແລະ ໜ້າທີ ແລະ ເນື້ອໃນຂອງເອກະສານຕ່າງໆ ເພື່ອຮັບປະກັນເຮັດໃຫ້ການລົງສໍາຫຼວດພົນລະເມືອງໃນຄັ້ງນີ້ໄດ້ຮັບຜົນສໍາເລັດຕາມວາລະຄາດໝາຍທີ່ກໍານົດໄວ້.
ໃນໂອກາດ ທ່ານ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ເໜັ້ນໜັກບາງບັນຫາໃຫ້ແກ່ນັກເດີນສໍາຫຼວດໃຫ້ນໍາເອົາບັນດາເນື້ອໃນຈິດໃຈ ຂອງການຝຶກອົບຮົມໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ກໍ່ຄືການເດີນສໍາຫຼວດພົນລະເມືອງໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ໂດຍຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ໃນການຕິດຕາມຄົ້ນຄວ້າກໍາແໜ້ນບັນດາເນື້ອໃນຂອງເອກະສານຕ່າງໆ ແລະ ພ້ອມກັນຈັດຕັ້ງປະຕິບັດລະບຽບຂອງການຝຶກອົບຮົມໃຫ້ເຂັ້ມງວດ ການຝຶກອົບຮົມໃນຄັ້ງຈະໄດ້ດໍາເນີນໄປເປັນເວລາ 10 ວັນຈິງຈະສໍາເລັດ.
ຂ່າວ: ອຸ່ນຄໍາ ຂັນວາລິດ
ແອດມິນ: ທອງຈັນ ວົງປັນຍາ



