



ວັນທີ 20 ຕຸລາ 2025, ເມືອງປາກທາ ແຂວງບໍ່ແກ້ວ ຈັດຊຸດຝຶກອົບຮົມນັກເດີນສຳຫຼວດ ແລະ ນັກກວດກາກະກຽມສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ໂດຍການເປັນປະທານຂອງ ທ່ານ ຄຳໝູນ ສີຫານຸວົງ ກຳມະການພັກເມືອງ, ຫົວໜ້າຫ້ອງການ-ການເງິນເມືອງ, ຮອງຫົວໜ້າຄະນະຊີ້ນຳ ສຳຫຼວດຂອງເມືອງ, ມີບັນດາຄະນະຊີ້ນຳການສຳຫຼວດຂັ້ນເມືອງ, ນັກເດີນສຳຫຼວດ, ນັກກວດກາ ແລະ ຄູຝຶກເຂົ້າຮ່ວມ.
ຊຸດຝຶກອົບຮົມໃນຄັ້ງນີ້: ນັກເດີນສຳຫຼວດ ແລະ ນັກກວດກາກະກຽມສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຢູ່ຂັ້ນເມືອງໃຫ້ມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບແນວຄວາມຄິດ, ຈຸດປະສົງ ແລະ ວິທີຈົດກ່າຍແບບສອບຖາມໃນລະບົບ ( CAPI ) ໃຫ້ມີຄວາມສໍານານຢ່າງເລິກເຊິງຮັບປະກັນກັບຄວາມສາມາດໃນການລົງຈັດຕັ້ງປະຕິບັດຕົວຈິງຢູ່ພື້ນຖານໃຫ້ສຳເລັດຕາມລະດັບຄາດໝາຍ, ເພື່ອເສີມສ້າງຄວາມຮູ້, ຄວາມເຂົ້າໃຈກ່ຽວກັບໜ້າທີຮັບຜິດຊອບຂອງນັກສຳຫຼວດ ແລະ ນັກກວດກາ ລວມທັງວິທີການ ແລະ ຂັ້ນຕອນໃນການເກັບກຳຂໍ້ມູນຢູ່ພາກສະໜາມ.
ໂອກາດດັ່ງກ່າວຍັງໄດ້ຮຽກຮ້ອງມາຍັງນັກເດີນສຳຫຼວດ ແລະ ນັກກວດກາ ໃຫ້ມີຄວາມຕັດສິນໃຈສູງ, ພ້ອມກັນຄົ້ນຄວ້າບົດຮຽນໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິງ ເພື່ອນຳເອົາບົດຮຽນດັ່ງກ່າວນີ້ ໄປຈັດຕັ້ງປະຕິບັດ ແລະ ຮັບປະກັນໃຫ້ແກ່ການເດີນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້ ສຳລັບການຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ດຳເນີນໄປຮອດວັນທີ 30 ຕຸລາ 2025 ຈຶ່ງສຳເລັດ.
ພາບ-ຂ່າວ: ບຸນເພັງ.
ແອດມິນ: ທອງຈັນ ວົງປັນຍາ



