
ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກ ແຂວງ ເຈົ້າແຂວງບໍ່ແກ້ວ

ທ່ານ ສົມສັກ ປິ່ນແກ້ວ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ


ແຂວງບໍ່ແກ້ວ ໄດ້ຈັດຕັ້ງປາຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ (ວັນທີ 12 ຕຸລາ 1945-12 ຕຸລາ 2025 )ຄົບຮອບ 80 ປີໃນຕອນເຊົ້າຂອງວັນທີ 16 ຕຸລາ 2025 ນີ້ທີ່ ຫໍວັດທະນະທຳແຂວງ, ເຂົ້າຮ່ວມເລົ່າຄືນມູນເຊື້ອມີທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກ ແຂວງ ຮັກສາການເຈົ້າແຂວງບໍ່ແກ້ວ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງ, ຫ້ອງການ, ສອງກອງບັນຊາການ, ອົງການທຽບເທົ່າ, ພະນັກງານສະມາຊິກພັກຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ປາຖະກະຖາເລົ່າຄືນມູນເຊື້ອວັນປະກາດເອກະ ລາດ ຊຶ່ງກ່ອນໜ້ານີ້ 80 ປີ, ຄືວັນທີ 12 ຕຸລາ 1945 ໄດ້ມີການໂຮມຊຸມນຸມໃຫຍ່ຢູ່ວຽງຈັນ ເພື່ອປະກາດຄວາມເປັນເອກະລາດຂອງຊາດລາວເຮົາເປັນຄັ້ງທໍາອິດ ຈາກແອກປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ພວກຮຸກຮານຕ່າງຊາດ ຊຶ່ງເປັນເຫດການໜຶ່ງທີ່ມີຄວາມໝາຍສຳຄັນໃນປະຫວັດສາດ ທັງເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ອັນພິລະອາດຫານພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ລັດຖະບານລາວອິດສະຫຼະ ໄດ້ເປັນຕົວແທນໃຫ້ແກ່ວົງຄະນະຍາດແຫ່ງຊາດ ປະກາດຄວາມເປັນເອກະລາດຂອງປະເທດລາວ ຕໍ່ໂລກຢ່າງເປັນທາງການ, ປະກາດໂຮມແຜ່ນດິນລາວເປັນເອກະພາບພ້ອມກັນນັ້ນກໍ່ໄດ້ອອກຖະແຫຼງການກ່ຽວກັບການປ່ຽນແປງການປົກຄອງ, ລົບລ້າງທຸກໆສັນຍາທີ່ລາວໄດ້ເຊັນກັບຝຣັ່ງເສດ, ປະກາດໃຊ້ລັດຖະທຳມະນູນສະບັບທຳອິດ, ປະກາດໃຊ້ທຸງຊາດ(ທຸງຊາດລາວປັດຈຸບັນ), ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ ຊຶ່ງມີສະເດັດເຈົ້າສຸພານຸວົງ ເປັນລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແລະ ຕໍ່ມາໄດ້ດຳລົງຕຳແໜ່ງເປັນຜູ້ບັນຊາການທະຫານສູງສຸດ ເຮັດໃຫ້ຊາວໂລກໄດ້ຮັບຮູ້ກ່ຽວກັບຄວາມເປັນຊາດລາວ, ຮັບຮູ້ອະທິປະໄຕ ແລະ ເຂດນໍ້າແດນດິນຂອງລາວຮັບຮູ້ວ່າຊາດລາວ-ຄົນລາວ ກໍ່ເປັນຄົນທີ່ມີກຽດສັກສີເໝືອນຄົນຊາດອື່ນໆ ແລະ ຢາກມີອິດສະລະພາບເປັນເຈົ້າຊາຕາກຳຂອງຕົນເອງ ຍ້ອນແນວນັ້ນຈຶ່ງຖືເອົາວັນປະກາດເອກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ສໍາຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈຕໍ່ຄວາມອາດຫານຊານໄຊ ໃນການຕໍ່ສູ້ບົນຈິດໃຈ “ ຍອມຕາຍດີກວ່າເປັນຂ້ອຍຂ້າ ຕາຍເພື່ອເອກະລາດ ດີກວ່າຢູ່ພາຍໃຕ້ແອກປົກຄອງຂອງຕ່າງຊາດ “. ຈາກນັ້ນທ່ານ ສົມສັກ ປິ່ນແກ້ວ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເລົ່າຄືນປະຫວັດຄວາມເປັນມາຂອງວັນການທູດລາວ ຊຶ່ງກ່ອນປົດປ່ອຍໃນໄລຍະຕໍ່ຕ້ານການຄອບຄອງຂອງຝຣັງ ການທູດບໍ່ພຽງແຕ່ເປັນເຄື່ອງມືການຕໍ່ສູ້ທາງດ້ານສັງຄົມ ເພື່ອສ້າງຄວາມສາມັກຄີປອງດອງພາຍໃນຊາດ, ຕໍ່ສູ້ກູ້ຊາດຕ້ານການຮຸກຮານແຊກແຊງຈາກພາຍນອກເທົ່ານັ້ນ ແຕ່ຍັງເປັນເຄື່ອງມືຕໍ່ສູ້ໃນເວທີສາກົນ ຂະຫຍາຍການພົວພັນກັບໂລກພາຍນອກ ແລະ ສະແຫວງຫາການສະໜັບສະໜູນຂອງເພື່ອນມິດສາກົນ ການທູດລາວຍັງໄດ້ກາຍເປັນຍຸດໂທບາຍ ແລະ ຍຸດທະສາດອັນສໍາຄັນໃນການຕໍ່ສູ້ ໂດຍຜ່ານການວາງນະໂຍບາຍການຕ່າງປະເທດ ທີ່ມີຄວາມແທດເໝາະກັບສະພາບການຂອງໂລກຈົນສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ໄດ້ຮັບການຍອມຮັບຈາກສາກົນໃນທຸກນັ້ນຮົບ, ໂດຍສະເພາະການບັງຄັບໃຫ້ຜູ້ຮຸກຮານຫັນໜ້າເຂົ້າສູ່ໂຕະເຈລະຈາ ແລະ ລົງນາມໃນສັນຍາເຊີແນວ ປີ 1954 ຈຶ່ງເຫັນດີໃຫ້ຝຣັ່ງຖອນທະຫານອອກສາມປະເທດອິນດູຈີນ ແລະ ໃຫ້ການຮັບຮູ້, ປ່ຽນຖານະບໍ່ເອີ້ນວ່າ ຄະນະລັດຖະບານຕໍ່ຕ້ານ ຕົກລົງໃຫ້ໃສ່ຊື້ຄະນະຝ່າຍປະເທດລາວ ເພື່ອໃຫ້ສາກົນເຫັນໄດ້ວ່າ ຝ່າຍປະເທດລາວ ແມ່ນກຳລັງທາງການເມືອງທີ່ຖືກຕ້ອງຕາມກົດໝາຍ ແລະ ໄດ້ຖືກຮັບຮູ້ຈາກສາກົນ.
ພາບ-ຂ່າວ: ບຸນຈັນ ມະນີໄຊ ວັນທີ 16 ຕຸລາ 2025.
ແອດມິນ: ທອງຈັນ ວົງປັນຍາ



