












ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VII ທີ່ດຳເນີນໄປພາຍໃຕ້ຄຳຂວັນ ເພີ່ມທະວີຄວາມສາມັກຄີນຳພາທີ່ເຂັ້ມແຂງ ຂອງຄະນະພັກແຕ່ລະຂັ້ນ, ເສີມຂະຫຍາຍຄວາມສາມັກຄີທົ່ວປວງຊົນ, ຍົກສູງຄວາມເປັນເຈົ້າຕົນເອງ ເພື່ອພັດທະນາຕາມທິດສີຂຽວ ແລະ ຍືນຍົງ ໄດ້ສຳເລັດລົງຢ່າງຈົບງາມໃນວັນທີ 6 ຕຸລາ 2025 ນີ້ ທີ່ສະໂມສອນແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຜູ້ແທນສົມບູນ ແລະ ອະດີດການນຳແຂວງ, ສະມາຊິກພັກອາວຸໂສບຳນານ.
ໂດຍບັນດາຜູ້ແທນສົມບູນທັງໝົ້ດ 235 ສະຫາຍ, ຍິງ 25 ສະຫາຍ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງບໍ່ແກ້ວ ຊຸດໃໝ່, ບົນພື້ນຖານການໃຊ້ສິດປະຊາທິປະໄຕ ຢ່າງຖືກຕ້ອງຕາມມາດຖານ ແລະ ເງື່ອນໄຂທີ່ກຳນົດໄວ້, ເຊິ່ງມີ ຜູ້ອອກສະໝັກຮັບເລືອກຕັ້ງ ຈໍານວນ 37 ສະຫາຍ, ຍິງ 8; ເລືອກໄດ້ 33 ສະຫາຍ, ຍິງ 7 ສະຫາຍ;
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງບໍ່ແກ້ວ ໄດ້ລົງປະຊາມະຕິເປັນເອກະພາບ ເລືອກເອົາຄະນະປະຈໍາພັກແຂວງບໍ່ແກ້ວ ຈໍານວນ 11 ສະຫາຍ, ຍິງ 1 ສະຫາຍ ຄື:
1)ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ;
2)ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ;
3)ສະຫາຍ ຄຳແຍງ ຄອນໄຊຍະກິດ;
4)ສະຫາຍ ດາລີວັນ ພູສະຫວັນ;
5)ສະຫາຍ ນາງ ດາວ ໄຊເສດຖາ;
6)ສະຫາຍ ປອ ສົມຄິດ ວົງປັນຍາ;
7)ສະຫາຍ ພົນຈັດຕະວາ ຈັນພອນເພັດ ຄຳສີ;
8)ສະຫາຍ ຈອມແພງ ວິໄລສານ;
9)ສະຫາຍ ຄຳແສງ ສຸລິຍະວົງ;
10)ສະຫາຍ ຂັນທອງ ທຳມະວົງ;
11)ສະຫາຍ ສົມສັກ ປິ່ນແກ້ວ
ເລືອກເອົາ ເລຂາ, ຮອງເລຂາຄະນະບໍລິຫານງານພັກແຂວງ ຄື:
1)ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເປັນເລຂາຄະນະບໍລິຫານງານພັກແຂວງ;
2)ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ;
3)ສະຫາຍ ຄຳແຍງ ຄອນໄຊຍະກິດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ.
ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກເອົາແທນສົມບູນ ຈໍານວນ 17 ສະຫາຍ, ຍິງ 4 ສະຫາຍ ແລະ ຜູ້ແທນສໍາຮອງ ຈໍານວນ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດ ທີ່ທົ່ວອົງຄະນະພັກແຂວງ ປະຕິບັດໄດ້ໃນໄລຍະຜ່ານມາ ແລະ ໃນສຸມປີຕໍ່ໜ້າ ຄາດໝາຍໃຫຍ່ຕົ້ນຕໍ ຂອງແຂວງບໍ່ແກ້ວ ເພື່ອເຊີດຊູຄຳຂວັນກອງປະຊຸມທີ່ໄດ້ກຳນົດໄວ້ ຖືເປັນໜ້າທີ ແລະຄວາມຮັບຜິດຊອບທີສໍາຄັນ ໃນການນໍາພາ-ຊີ້ນໍາທົ່ວອົງຄະນະພັກ ແຂວງບໍ່ແກ້ວ ໃນ 5 ປີຕໍ່ໜ້າໄດ້ຮັບການປັບປຸງ ແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນ. ອັນສຳຄັນ, ສະຫາຍ ໄດ້ມີຄຳເຫັນເນັ້ນໃຫ້ເອົາໃຈໃສ່ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ເປັນວຽກແຖວໜ້າ ໄປພ້ອມກັບການສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ, ກຳແໜ້ນປະຊາຊົນ ແລະ ຊັ້ນຄົນຕ່າງໆ ທັງຢູ່ໃນຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ, ເປັນຕົ້ນ ຢູ່ລຽບຕາມຊາຍແດນ ແລະ ບໍລິເວນທີ່ມີຄວາມລໍ້ແຫຼມ ພ້ອມທັງສຸມໃສ່ແກ້ໄຂສະພາບການຫຍໍ້ທໍ້ຕ່າງໆໃນສັງຄົມ; ເອົາການພັດທະນາເສດຖະກິດ-ສັງຄົມ ຖືເອົາເປັນໜ້າທີ່ໃຈກາງ ໂດຍສຸມໃສ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງແຂວງ, ຮັກສາຈັງຫວະການຂະຫຍາຍຕົວ ທາງເສດຖະກິດໃຫ້ໜັກແໜ້ນ, ຂຸດຄົ້ນ ແລະ ສ້າງຖານລາຍຮັບທີ່ໝັ້ນທ່ຽງ; ເອົາການພັດທະນາຊັບພະຍາກອນມະນຸດ ເປັນວຽກງານແຖວໜ້າ, ອັນສໍາຄັນແມ່ນສືບຕໍ່ເຮັດໃຫ້ລະບົບການສຶກສາໃຫ້ມີຄວາມເຂັ້ມແຂງທົ່ວເຖິງ ເປັນຕົ້ນ ແມ່ນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ໃຫ້ມີເງື່ອນໄຂ ແລະ ໂອກາດເຂົ້າຮຽນຫຼາຍຂຶ້ນ ທັງຄວບຄູ່ກັບຄຸນນະພາບ; ຖືເອົາການປັບປຸງລະບົບການເມືອງ ແລະ ວຽກງານປັບປຸງກໍ່ສ້າງພັກ-ພະນັກງານເປັນບັນຫາຕັດສິນ, ຍົກສູງບົດບາດ ແລະ ຄວາມສາມາດນໍາພາຂອງຄະນະພັກແຂວງ ແລະ ຄະນະພັກແຕ່ລະຂັ້ນ ຕໍ່ທຸກຂົງເຂດວຽກງານ, ເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ແບບແຜນນໍາພາວິທີເຮັດວຽກ ໃຫ້ມີຄຸນນະພາບ ແລະ ເຂົ້າສູ່ລວງເລິກ, ເຮັດໃຫ້ຮາກຖານພັກແຕ່ລະຂັ້ນມີຄວາມປອດໃສ, ເຂັ້ມແຂງໜັກແໜ້ນທີ່ມີຄຸນນະພາບສູງ, ສືບຕໍ່ກໍາແໜ້ນ, ປະຕິບັດແນວທາງການຕ່າງປະເທດຢ່າງຖືກຕ້ອງ, ເປັນເຈົ້າການ, ຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນລະພາບທາງດ້ານການເມືອງ, ປະຕິບັດການພົວພັນຮ່ວມມື ກັບຕ່າງປະເທດໃຫ້ດີ, ຮັກສາ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບປະເທດໃກ້ຄຽງ, ສ້າງເງື່ອນໄຂ ສະພາບແວດລ້ອມທີ່ດີ ເພື່ອດຶງດູດເອົາການມາລົງທຶນຂອງຕ່າງປະເທດ ຢູ່ແຂວງພວກເຮົາໃຫ້ນັບມື້ຫຼາຍຂຶ້ນ.
ບັນດາສະຫາຍຄະນະບໍລິຫານງານພັກແຂວງຊຸດໃໝ່ ທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ ເຊິ່ງສະແດງເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈ ຂອງຜູ້ແທນກອງປະຊຸມ ກໍຄືຂອງຖັນແຖວສະມາຊິກພັກ, ພະນັກງານ ແລະປະຊາຊົນບັນດາເຜົ່າ ໃນທົ່ວແຂວງບໍ່ແກ້ວ ຈົ່ງພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ແລະ ສ້າງເປັນນິຕິກຳລະອຽດ ເລີ່ມຈາກການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃນຄະນະບໍລິຫານງານພັກແຂວງ ລົງໄປເຖິງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານຢູ່ບັນດາເມືອງ, ຂະແໜງການ ແລະ ຮາກຖານຕ່າງໆ ກໍຄືປະຊາຊົນບັນດາເຜົ່າໃຫ້ເລີກເຊິ່ງ ແລະ ທົ່ວເຖິງ, ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບກັນ ທາງດ້ານທັດສະນະ ແລະ ການກະທຳຕົວຈິງ, ເຮັດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ, ກຳແໜ້ນຕໍ່ທິດທາງ, ແຜນນະໂຍບາຍ, ຄາດໝາຍສູ້ຊົນຕ່າງໆ ແລະ ມີຄວາມຕື່ນຕົວເປັນເຈົ້າການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ຢ່າງເປັນຂະບວນແຂງແຮງ, ຕໍ່ເນື່ອງ, ມີປະສິດທິຜົນ; ພາຍຫຼັງສໍາເລັດກອງປະຊຸມນີ້ແລ້ວ ໃຫ້ຮີບຮ້ອນແບ່ງວຽກ-ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງໃຫ້ແຕ່ລະສະຫາຍໃຫ້ລະອຽດ, ຈະແຈ້ງ, ບໍ່ວ່າວຽກນັ້ນຈະແມ່ນຂະແໜງການໃດ, ຂົງເຂດ ຫຼື ທ້ອງຖິ່ນໃດ ເມື່ອໝູ່ຄະນະ, ການຈັດຕັ້ງ ກໍຄືຂັ້ນເທິງ ມອບໝາຍໃຫ້ຮັບຜິດຊອບຕ້ອງເຊີດຊູຄວາມເປັນເຈົ້າການ ຕໍ່ໜ້າທີ່ການເມືອງ; ຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຫຼັກການ, ລະບອບແບບແຜນວິທີນຳພາ ແລະ ມີຄວາມຮັບຜິດຊອບໂດຍກົງ ຕໍ່ຜົນໄດ້ ຜົນເສຍ ຂອງວຽກງານທີ່ຖືກມອບໝາຍ, ອັນທີ່ຄວນເອົາໃຈໃສ່ທີ່ສຸດ ແມ່ນຕ້ອງເດັດຂາດແກ້ໄຂ ຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມຄຸນປ່ຽນທາດ; ສ້າງໄດ້ຄວາມເຊື່ອໝັ້ນ ແລະ ສັດທາຂອງ ປະຊາຊົນ ຕໍ່ການນໍາພາຂອງພັກ ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເປັນແບບຢ່າງນຳໜ້າ ດ້ານຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດສຸດຕໍ່ອຸດົມຄະດີຂອງພັກ ແລະ ຜົນປະໂຫຍດຂອງປະເທດຊາດ, ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີ, ມີທັດສະນະທີ່ຖືກຕ້ອງຕາມແນວທາງ ແລະ ລະບຽບກົດໝາຍ.
ວັນທີ 6 ຕຸລາ 2025
ຂ່າວ: ຈ. ຈັນທະລິດ
ແອດມິນ: ທອງຈັນ ວົງປັນຍາ



