

ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ





ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງບໍ່ແກ້ວ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນແຂວງບໍ່ແກ້ວ ຂອງວັນທີ 5 ຕຸລາ 2025, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ຮັກສາການເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ; ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ພ້ອມດ້ວຍອະດີດການນຳຂັ້ນແຂວງ, ສະມາຊິກພັກອາວຸໂສບຳນານ ແລະ ຜູ້ແທນສົມບູນ 235 ສະຫາຍ, ຍິງ 25 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໜົດໃນທົ່ວແຂວງ 11.205 ສະຫາຍ, ຍິງ 3,082 ສະຫາຍ.
ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ຮັກສາການເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ໄດ້ມີຄຳເຫັນເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VII ຢ່າງເປັນທາງການ ແລະ ບາງຕອນວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VII ແມ່ນມີຄວາມໝາຍສຳຄັນເປັນຢ່າງຍິ່ງ ຕໍ່ກັບການຫັນເອົາແນວທາງການເມືອງ ຂອງພັກມາຜັນຂະຫຍາຍຢູ່ຂັ້ນທ້ອງຖິ່ນ, ເພື່ອຍົກສູງບົດບາດການນຳພາ ຂອງພັກ ໂດຍມີການວາງທິດທາງແຜນການ ແລະ ແທດເຖິງຕົວຈິງ.
ກອງປະຊຸມໃຫຍ່ຄັ້ງນີ້ ໂດຍໄດ້ຮັບຟັງການສະເໜີຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ; ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ຈາກສະຫາຍ ເຄື່ອນເພັດ ວົງຈັນ ຄະນະປະຈຳພັກແຂວງບໍ່ແກ້ວ. ຕະຫຼອດໄລຍະ 5 ປີ ການພັດທະນາເສດຖະ ກິດ-ສັງຄົມ ຂອງແຂວງ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 4,5% ໃນປີ 2024; ລວມຍອດຜະລິດຕະພັນພາຍໃນ(GDP) ປະຕິບັດໄດ້ 8,107 ຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 1.772 ໂດລາສະຫະລັດ/ຄົນ/ປີ ແລະ ໄດ້ເອົາໃຈໃສ່ຈັດເກັບລາຍຮັບ ໂດຍຫັນເປັນທັນສະໄໝໄດ້ທັງໝົດ: 3,274 ຕື້ກີບ ທຽບໃສ່ 5 ປີ ປະຕິບັດໄດ້ 99%. ພ້ອມທັງຜ່ານຮ່າງບົດສຳຫຼວດການນຳພາລວມ ແລະຮັບຟັງການປະກອບຄໍາເຫັນຈາກຜູ້ແທນສົມບູນ ຕໍ່ຮ່າງລາຍງານການເມືອງ ແລະຮ່າງແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X. ບັນຫາສໍາຄັນ, ບັນດາຜູ້ແທນກອງປະຊຸມໃຫຍ່ ຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງບໍ່ແກ້ວ ຊຸດໃໝ່, ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະສຳຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕໍ່ໜ້າ. ກອງປະຊຸມໃຫຍ່ຄັ້ງນີ້ ຍັງໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຊິ່ງຈະກາຍເປັນທິດຊີ້ນໍາອັນສໍາຄັນ ໃຫ້ແກ່ອົງຄະນະພັກແຂວງບໍ່ແກ້ວ ໃນການສືບຕໍ່ປະຕິບັດໜ້າທີ່ວຽກງານ ກໍ່ຄືການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.
ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ຮັກສາການເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມໃຫຍ່ ຈົ່ງເຊີດຊູຄວາມຮັບຜິດຊອບທາງດ້ານການເມືອງໃຫ້ສູງ, ເສີມຂະຫຍາຍປະຊາທິປະໄຕຢ່າງແຂງແຮງ, ສຸມຈິດໃຈ ແລະສະຕິປັນຍາ ເຂົ້າໃສ່ການຄົ້ນຄ້ວາຄິດຫງຳ ແລະປະກອບຄຳຄິດເຫັນຢ່າງມີວິທະຍາສາດ ພ້ອມທັງຕົກລົງບັນຫາຕ່າງໆຢ່າງຖືກຕ້ອງ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງນີ້ ບັນລຸຜົນສຳເລັດຢ່າງສະຫງ່າງາມ.
ຂ່າວ: ຈ. ຈັນທະລິດ
ບັນນາທິການ: ຫອມແກ້ວ ແຫວນເງິນ
ແອດມິນ: ທອນຈັນ ວົງປັນຍາ



