
ພັກເຮົາຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ 5 ຫຼັກການ, 3 ທິດນໍາ ໃນການກໍ່ສ້າງ ແລະ ປັບປຸງຕົນເອງໃນນັ້ນ 5 ຫຼັກການ ສະແດງອອກມີຄື:
1) ພັກປະຊາຊົນ ປະຕິວັດລາວ ຕ້ອງຢຶດໝັ້ນ ລັດທິມາກ-ເລນິນ ແນວຄິດປະທານໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມ ຂອງພັກ, ເປັນພື້ນຖານແນວຄິດທິດສະ ດີ ຂອງພັກ, ເສີມຂະຫຍາຍລັກສະນະນໍາໜ້າ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ ຂອງຊົນຊັ້ນກໍາມະກອນ, ກໍ່ສ້າງປັບປຸງຕົນເອງໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ.
2) ພັກປະຊາຊົນ ປະຕິວັດລາວ ຕ້ອງຈັດຕັ້ງຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ພັກ ມີລະບຽບວິໄນຢ່າງເຂັ້ມງວດ ເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ລັດຖະທໍາມະນູນ, ສະມາຊິກພັກສະເໝີພາບກັນ ບົນພື້ນຖານກົດລະບຽບພັກ ແລະ ກົດ ໝາຍ ຂອງລັດ.
3) ພັກປະຊາຊົນ ປະຕິວັດລາວ ຕ້ອງຖືເອົາຄວາມສາມັກຄີເປັນປຶກແຜ່ນ, ເປັນຫຼັກການພຶ້ນຖານ ຂອງພັກ ບົນພື້ນຖານແນວທາງນະໂຍບາຍ ແລະ ກົດລະບຽບພັກ ຮັບປະກັນຄວາມເປັນເອກະພາບທາງດ້ານການເມືອງ-ແນວຄິດ ການຈັດຕັ້ງ ແລະ ການນໍາພາ ຂອງພັກ.
4) ພັກປະຊາຊົນ ປະຕິວັດລາວ ຕ້ອງຖືເອົາປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດສັດຊື່ ເຄື່ອນ ໄຫວຕາມແນວທາງຂອງມະຫາຊົນ ອີງໃສ່ມະຫາຊົນ ແລະ ຜ່ານຂະບວນການປະຕິວັດຂອງມະຫາຊົນ ເພື່ອກໍ່ສ້າງ ແລະ ຂະຫຍາຍພັກ.
5) ພັກປະຊາຊົນ ປະຕິວັດລາວ ຕ້ອງຖືເອົາການຕິຊົມຕົນເອງ, ຕິຊົມກັນເປັນກົດເກນແຫ່ງການຄົງຕົວ ແລະ ຂະ ຫຍາຍຕົວ ຂອງພັກ.
ນອກຈາກ 5 ຫຼັກການທີ່ກ່າວມານັ້ນແລ້ວ ພັກເຮົາຕ້ອງປະຕິບັດຕາມ 3 ທິດນໍາ ທີ່ມີເນື້ອໃນຄື:
1) ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນທາງດ້ານການເມືອງ-ແນວຄິດ ການຈັດຕັ້ງ ແລະ ແບບແຜນວິທີນໍາພາຂອງພັກ ເພີ່ມທະວີວຽກງານປ້ອງກັນພັກ ເດັດດ່ຽວຕ້ານການເສື່ອມຄຸນທາດການເມືອງພາຍໃນພັກ.
2) ກໍ່ສ້າງ ປັບປຸງພັກ ຕ້ອງຖືເອົາຄຸນນະພາບເປັນກົກ ຮັບເອົາຜູ້ທີ່ດີເດັ່ນ ມີມາດຖານ ແລະ ເງື່ອນໄຂຄົບຖ້ວນເຂົ້າເປັນສະມາຊິກພັກ ເດັດດ່ຽວເອົາຜູ້ເສື່ອມຄຸນທາດອອກຈາກພັກ, ພັກບູລະນະ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອທຽມທັນກັບຄວາມຮຽກຮ້ອງຕ້ອງການແຫ່ງການນໍາພາ ຂອງພັກໃນແຕ່ລະໄລຍະ.
3) ສົມທົບແໜ້ນລະຫວ່າງ ການເພີ່ມທະວີການນໍາພາຂອງພັກກັບການເຊີດຊູຄວາມສັກສິດໃນການຄຸ້ມຄອງຂອງລັດເສີມຂະຫຍາຍບົດບາດເປັນ ເຈົ້າການຂອງແນວລາວສ້າງຊາດ ບັນດາອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ.
ທັງທີ່ກ່າວມາຂ້າງເທິງນັ້ນລວນແຕ່ແມ່ນບັນດາຫຼັກການ ແລະ ທິດນໍາໃນການກໍ່ສ້າງ ປັບປຸງຕົນເອງ ຂອງພັກປະຊາຊົນ ປະຕິວັດລາວ ເພື່ອເຮັດໃຫ້ປະເທດຊາດທີ່ແສນຮັກຂອງພວກເຮົາ ໄດ້ມີການຫັນປ່ຽນໃນທຸກດ້ານຢ່າງເດັ່ນຊັດ ແລະ ໄປຕາມທິດທາງ ຈຸດໝາຍທີ່ວາງໄວ້.
ສັງລວມ: ຈ.ຈັນທະລິດ
ກວດແກ້: ແສງເພັດ ດວງປະເສີດ
ແອດມິນ: ທອງຈັນ ວົງປັນຍາ



