ພິທີປະກາດແຕ່ງຕັ້ງພະນັກງານດໍາລົງຕຳແໜ່ງບໍລິຫານ ເມືອງເມິງ

 

ເມືອງເມິງ ແຂວງບໍ່ແກ້ວ ປະກາດແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ໂດຍການເປັນປະທານຂອງທ່ານ ຫຸ່ມແກ້ວ ອ້ອຍແຂມທອງ ຮອງເລຂາພັກເມືອງ ຜູ້ຊີ້ນໍາຂົງເຂດການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີບັນດາປະ ທານ-ຮອງປະທານ, ຄະນະຮັບຜິດຊອບຂອງເມືອງ, ພະນັກງານ-ລັດຖະກອນພາຍໃນຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

ໃນວັນທີ 26 ກັນຍາ 2025ນີ້, ທ່ານ ສຸກັນ ຈິດມະນີ ຄະນະຈັດຕັ້ງເມືອງເມິງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າ ເມືອງ ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານປະເພດ VI, VII ເຫັນດີແຕ່ງຕັ້ງ:

1)ທ່ານ ໂອເລ້ ຈິດດາລາ, ຕໍາແໜ່ງພັກ: ສະມາຊິກພັກ, ຕໍາແໜ່ງລັດ: ຮອງຫົວໜ້າໜ່ວຍງານບໍລິຫານ, ຈັດຕັ້ງ ແລະ ກວດກາ ມາເປັນຫົວໜ້າໜ່ວຍງານປົກປ້ອງແຮງງານ, ອົງການສະຫະພັນກໍາມະບານເມືອງ, ດໍາລົງຕໍາແໜ່ງບໍລິຫານປະເພດ VI ຕາມດໍາລັດ 203 ຂອງລັດຖະບານ.

2) ທ່ານ ນາງ ມອນແກ້ວ ອິນທະວົງ, ຕໍາແໜ່ງພັກ: ສະມາຊິກພັກ, ຕໍາແໜ່ງລັດ: ວິຊາການໜ່ວຍງານບໍລິຫານ, ຈັດຕັ້ງ ແລະ ກວດກາ ມາເປັນຮອງຫົວໜ້າໜ່ວຍງານຫ້ອງການ, ອົງການສະຫະພັນກໍາມະບານເມືອງ ດໍາລົງຕໍາແໜ່ງບໍລິຫານປະເພດ VII ຕາມດໍາລັດ 203 ຂອງລັດຖະບານ.

3)ທາ່ນ ນາງ ສົມພັນ ດວງມາໄລ ຕໍາແໜ່ງພັກ: ສະມາຊິກພັກ, ຕໍາແໜ່ງລັດ: ຮອງຫົວໜ້າໜ່ວຍງານໂຄສະນາ, ວັດທະນະທໍາ, ຂ່າວສານ ແລະ ພັດທະນາວິຊາຊີບ, ອົງການສະຫະພັນແມ່ຍິງ ດໍາລົງຕໍາແໜ່ງບໍລິຫານປະເພດ VI ຕາມດໍາລັດ 203 ຂອງລັດຖະບານ.

ໃນພິທີຍັງໄດ້ມອບ-ຮັບຂໍ້ຕົກລົງດັ່ງກ່າວໃຫ້ບັນດາທ່ານທີ່ຮັບການແຕ່ງຕັ້ງໃໝ່ຢ່າງເປັນທາງການ, ມອບໂດຍ ທ່ານ ຫຸມແກ້ວ ອ້ອຍແຂມທອງ ຮອງເລຂາພັກເມືອງ; ພ້ອມທັງມີຄໍາເຫັນເນັ້ນໜັກໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງ ຕັ້ງໃໝ່ຄັ້ງນີ້ ຈົ່ງພ້ອມກັນຍົກສູງໜ້າທີ່ການເມືອງຢ່າງໜັກແໜ້ນ ໃນການຊີ້ນໍາ-ນໍາພາ ຕາມພາລະບົດບາດ, ສິດ ແລະໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບກົດໝາຍລັດຖະກອນໃຫ້ເຂັ້ມງວດ, ພ້ອມກັນສຸມໃສ່ ເຮັດໜ້າທີ່ການເມືອງໃຫ້ມີທ່າຂະຫຍາຍຕົວ ແລະ ໄດ້ຮັບການພັດທະນາ ຂຶ້ນເປັນກ້າວໆ.

ພາບ-ຂ່າວ: ອຸ່ນຄໍາ ຂັນວາລິດ

ກວດແກ້: ຈ. ຈັນທະລິດ

ກວດແກ້ຮຽບຮຽງ: ແສງເພັດ ດວງປະເສີດ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa