ກອງປະຊຸມທາບທາມບຸກຄະລາກອນເຂົ້າໂຄງປະກອບກອງປະຊຸມໃຫຍ່ອົງຄະນະພັກແຂວງບໍ່ແກ້ວ ສະໄໝທີ VII ຮອບ 3 ຮອບສຸດທ້າຍ.

ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ

ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງ ຮັກສາການເຈົ້າແຂວງບໍ່ແກ້ວ

ສະຫາຍ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ

ສະຫາຍ ສຸກຄຳເພັດ ເຮືອງບຸດດີ ຮອງປະທານ ຄະນະກວດກາສູນກາພັກ

 

 

ກອງປະຊຸມທາບທາມບຸກຄະລາກອນເຂົ້າໂຄງປະກອບກອງປະຊຸມໃຫຍ່ອົງຄະນະພັກແຂວງບໍ່ແກ້ວ ສະໄໝທີ VII ຮອບ 3 ເຊິ່ງເປັນຮອບສຸດທ້າຍ ໄດ້ຈັດຂຶ້ນວັນທີ 24 ກັນຍາ 2025ນີ້ ທີ່ສະໂມສອນໃຫຍ່ຂອງແຂວງໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງ ຮັກສາການເຈົ້າແຂວງບໍ່ແກ້ວ, ເປັນກຽດເຂົ້າຮ່ວມມີ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ສຸກຄຳເພັດ ເຮືອງບຸດດີ ຮອງປະທານ ຄະນະກວດກາສູນກາພັກ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ-ຮອງເລຂາພັກເມືອງ 5 ເມືອງ, ເລຂາ-ຮອງເລຂາຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມ.

ກອງປະຊຸມສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ປະທານກອງປະຊຸມໄດ້ມີເຫັນວ່າ: ກອງປະຊຸມທາບທາມບຸກຄະລາກອນ ໃນຮອບ III ແມ່ນມີຄວາມສໍາຄັນຫຼາຍ ຈຶ່ງໄດ້ຮຽກຮ້ອງບັນດາຜູ້ແທນຈົ່ງສຸມສະຕິ ແລະ ໃຊ້ປະຊາທິປະໄຕຂອງຕົນເລືອກເຟັ້ນເອົາບຸກຄະລາກອນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ເຂົ້າໃນໂຄງປະກອບກອງປະຊຸມໃຫຍ່ອົງຄະນະພັກແຂວງ ສະໄໝທີVII ທີ່ຄົບຕາມມາດຖານທີ່ຄະນະກຳມະ ການບຸກຄະລາກອນກອງປະຊຸມໃຫຍ່ໄດ້ກຳນົດໄວ້, ເພື່ອບັນຈຸບຸກຄະລາກອນເຂົ້າໂຄງປະກອບໃຫ້ຄົບຊຸດ. ຈາກນັ້ນ ສະຫາຍ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ ໄດ້ຜ່ານບົດສຳຫຼວດການນຳພາລວມຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ. ໃນການນຳພາ-ຊີ້ນຳຕະຫຼອດໃນໄລຍະ 5 ປີ ຜ່ານມາ. ຄະນະບໍລິຫານງານພັກແຂວງແມ່ນມີຄວາມຮັບຜິດຊອບສູງໃນການຊີ້ນຳ ແລະ ນຳພາຢ່າງຕັ້ງໜ້າ ເຮັດໃຫ້ແຂວງບໍ່ແກ້ວມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ. ເຊິ່ງໄດ້ສະແດງອອກໃນແຕ່ລະດ້ານເປັນຕົ້ນແມ່ນດ້ານການເມືອງນຳພາແນວຄິດດ້ານການຈັດຕັ້ງ-ປັບປຸງແບບແຜນນຳພາ ແລະ ວິທີການເຮັດວຽກຢ່າງມີຄວາມຮັບຜິດຊອບສູງ, ເສດຖະກິດມີການຂະຫຍາຍຕົວໃນລະດັບ 4,5% ການກໍ່ສ້າງພື້ນຖານໂຄງລາງການຜະລິດ, ການບໍລິການ, ການທ່ອງ ທ່ຽວມີທ່າອ່ຽງດີຂຶ້ນ, ສຳຫຼັບຄາດໝາຍສູ້ຊົນໃນຕໍ່ໜ້າແມ່ນມີ 7 ແຜນວຽກຈຸດສຸມທີ່ຈະໄດ້ເພີ່ມຄວາມເອົາໃຈໃສ່ແກ້ໄຂໃຫ້ສຳເລັດຢ່າງຕັ້ງໜ້າ. ພ້ອມນັ້ນ ສະຫາຍ ສຸກຄຳເພັດ ເຮືອງບຸດດີ ຮອງປະທານ ຄະນະກວດກາສູນກາງພັກ ໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ລົງສະມັກເລືອກຕັ້ງເຂົ້າເປັນຄະນະບໍລິຫານງານພັກ ແຂວງບໍ່ແກ້ວຊຸດໃໝ່. ມາດຖານຕ້ອງມີທັດສະນະຫຼັກໝັ້ນທາງດ້ານການເມືອງໜັກແໜ້ນ, ມີຄວາມຊື່ສັດບໍລິສຸດ, ມີຄວາມຈົ່ງຮັກພັກດີຕໍ່ພັກຕໍ່ການຈັດຕັ້ງ, ຕໍ່ປະຊາຊົນ, ເຮັດວຽກງານເປັນໝູ່ຄະນະ, ມີແບບແຜນການດຳລົງຊີວິດທີ່ປອດໃສ, ບໍ່ສວຍໃຊ້ຖານະຕຳແໜ່ງໜ້າທີ ເພື່ອຜົນປະໂຫຍດສ່ວນຕົວ, ຈຸ້ມເຈື້ອເຊື້ອສາຍພັກພວກ, ຕ້ອງເປັນຜູ້ທີ່ມີອຸດົມການຕໍ່ແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກຢ່າງແທ້ຈິງ. ເພື່ອນຳພາປະເທດຊາດໃຫ້ຫຼຸດພົ້ນອອກຈາກການດ້ອຍພັດທະນາ ກໍ່ຄືການພັດທະນາແຂວງບໍ່ແກ້ວໃຫ້ມີຄວາມຈະເລີນຮຸ່ງເຮື່ອງສີວິໄລໃນອານາຄົດ.

ໂອກາດນີ້ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ມີຄຳເຫັນຊີ້ນຳກອງປະຊຸມວ່າ: ການດຳເນີນກອງປະຊຸມທາບທາມບຸກຄະລາກອນໃນຮອບ III ນີ້ແມ່ນເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ ເພື່ອບັນຈຸເຂົ້າໂຄງປະກອບກອງປະຊຸມໃຫຍ່ອົງຄະນະພັກແຂວງບໍ່ແກ້ວ ສະໄໝທີVII ນີ້ໃຫ້ ຄົບຊຸດ, ສຳຫຼັບມາດຖານເງື່ອນໄຂຜູ້ທີ່ສະມັກເປັນຄະນະບໍລິຫານງານພັກແຂວງບໍ່ແກ້ວ ຕ້ອງມີຜູ້ເກົ່າຜູ້ໃໝ່ລົງສະມັກ, ຕ້ອງຮັບປະກັນ 3 ຮຸ່ນ ( ອາວຸໂສ, ກາງ, ໜຸ່ມ ) ມີເພດ, ມີຊົນເຜົ່າເຂົ້າໃນໂຄງປະກອບຕາມເງື່ອນ ໄຂຕົວຈິງ, ແນ່ໃສ່ຮັບປະກັນລັກນະສືບທອດປ່ຽນແທນຢ່າງຕໍ່ເນື່ອງ.

ຂ່າວ: ບຸນຈັນ ມະນີໄຊ.

ກວດແກ້: ມະນິດ ແກ້ວວົງເພັດ.

ແອກມິນ: ທອງຈັນ ວົງປັນຍາ.

 

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa