

ພິທີເຊັ່ນບົດບັນທຶກ ມອບ-ຮັບ ວຽກງານສື່ມວນຊົນ ແລະ ພະນັກງານ-ລັດຖະກອນທີ່ໂອນຈາກຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວ ມາຂຶ້ນກັບຫ້ອງການຄະນະໂຄສະນາອົບຮົມເມືອງ ວັນທີ 23 ກັນຍາ 2025 ນີ້ລະຫວ່າ,ທ່ານ ບຸນປະສິດ ຈັນທອງໃສ ກໍາມະການພັກເມືອງ ຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງ – ທ່ານ ລັດສະໝີ ສິດທິສັກ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ໂດຍຊ່ອງໜ້າ ຂອງ ທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ຜູ້ຊີ້ນໍາວຽກຂົງເຂດວັດທະນະທໍາ-ສັງຄົມ ມີຫົວໜ້າ-ຮອງຫົວໜ້າຫ້ອງການກ່ຽວຂ້ອງ ພ້ອມດ້ວຍພະນັກງານວິຊາການທັງສອງຫ້ອງການເຂົ້າຮ່ວມ.
ທ່ານ ບຸນປະສິດ ຈັນທອງໃສ ຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເມືອງ ໄດ້ຜ່ານບົດບັນທຶກ ມອບ-ຮັບ ວຽກງານຂ່າວສານ-ສື່ມວນຊົນ, ບຸກຄະລາກອນພ້ອມດ້ວຍວັດຖຸອຸປະກອນຮັບໃຊ້ຈໍານວນໜຶ່ງໄປຂຶ້ນກັບຄະນະໂຄສະນາອົບຮົມເມືອງ ເຊິ່ງປະກອບມີບຸກຄະລາກອນຈໍານວນ 2 ທ່ານ ວິຊາການໜ່ວຍງານຂ່າວມາຂຶ້ນກັບ ຫ້ອງການຄະນະໂຄສະນາອົບຮົມເມືອງ.
ໂອກາດນີ້ ທ່ານ ນາງຈັນສຸກ ວັນນະວົງ ຮອງປະທານຄະນະກໍາມະການປົກຄອງເມືອງ ຜູ້ຊີ້ນໍາວຽກຂົງເຂດວັດທະນະທໍາ-ສັງຄົມ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກ, ຄະນະຫ້ອງການທັງ2ຫ້ອງການ ສືບຕໍ່ນຳພາຊີ້ນຳ ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານທີຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີແນວຄິດອຸ່ນອຽງທຸ່ນທຽງ ມີແນວຄິດຫຼັກໝັ້ນເຊື່ອໝັ້ນຕໍ່ການນຳພາຂອງພັກ ການມອບໂອນສຳເລັດຕ້ອງຈັດຕັ້ງແລະເຮັດໜ້າທີຄືເກົ່າ ວຽກງານສື່ມວນຊົນ-ຂ່າວສານ ຕາມພາລະບົດບາດ ສິດ ແລະ ໜ້າທີ່ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ເຮັດລ້ອນໜ້າທີທີການຈັດຕັ້ງມອບໝາຍ.
ຂ່າວ: ພັດສະວົງ ບຸນຍະຜົນ
ກວດແກ້: ມະນິດ ແກ້ວວົງເພັດ
ແອດມິນ: ທອງຈັນ ວົງປັນຍາ



