ສະຫາຍ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານ ກວດກາພັກ-ລັດເມືອງ
ພິທີ ປິດຊຸດຝຶກອົບຮົມ ທິດສະດີ-ແນວທາງຂອງພັກ ໄລຍະສັ້ນ 9 ວັນ ຊຸດທີ IV ປະຈຳປີ 2025 ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງເມືອງ ໄດ້ຈັດຂື້ນໃນຕອນບ່າຍ ຂອງວັນທີ 11 ກັນຍາ 2025ນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານ ກວດກາພັກ-ລັດເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄູຝຶກ ແລະ ສຳມະນາກອນ ຕະຫຼອດຮອດແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳຝັ້ນ ສໍແອນົງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ກ່າວວ່າ: ຊຸດຝຶກອົບຮົມ ທິດສະດີ-ແນວທາງຂອງພັກ ໄລຍະສັ້ນ 9 ວັນ ຊຸດທີ IV ປະຈໍາປີ 2025 ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງເມືອງ ແມ່ນໄດ້ດຳເນີນມາແຕ່ ວັນທີ 2-11 ກັນຍາ 2025 ໄຊ້ເວລາ 9 ວັນ ຈຶ່ງສຳເລັດ ໂດຍມີ ນັກສໍາມະນາກອນເຂົ້າຝຶກທັງໝົດ 45 ສະຫາຍ, ຍິງ 19 ສະຫາຍ. ມາຈາກຂົງເຂດຫ້ອງການອ້ອມຂ້າງເມືອງ, ໂຮງຮຽນ, ໂຮງໝໍ, ປກຊ-ປກສ ແລະ ກອງພັນໃຫ່ຍ 302, ການຝຶກອົບຮົມແມ່ນຈັດຕັ້ງປະຕິບັດຫຼັກສຸດຂອງຄະນະໂຄສະນາອົບຮົມສູນກາງພັກ ກໍານົດອອກມາ ເຊິ່ງປະກອບມີ: 14 ບົດ, ຜ່ານການຄົ້ນຄ້ວາຮໍ່າຮຽນຢ່າງເປັນລະບົບ ເຫັນໄດ້ວ່າ ຜູ້ເຂົ້າຝຶກອົບຮົມແມ່ນມີຄວາມຮັບຮູ້ທີ່ຖືກຕ້ອງຕໍ່ນະໂຍບາຍຂອງພັກ ກໍາໄດ້ບັນຫາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ກົນໄກເສດຖະກິດຕະຫຼາດ, ຕາມທິດສັງຄົມນິຍົມໃນສະໄໝຂ້າມຜ່ານ ການຄຸ້ມຄອງ ແລະ ທິດສະດີກ່ຽວກັບການກໍ່ສ້າງພັກຕົວຈິງ ເຊິ່ງສະແດງອອກໃນການປະເມີນຜົນດັ່ງນີ້: ດີເລີດ 18 ສະຫາຍ, ຍິງ 8 ສະຫາຍ, ດີຫຼາຍ 27 ສະຫາຍ, ຍິງ 11 ສະຫາຍ. ຈາກນັ້ນ ພິທີ ກໍ່ໄດ້ມອບໃບຢັ້ງຍືນ ຊຸດຝຶກອົບຮົມ ທິດສະດີ-ແນວທາງຂອງພັກ ໄລຍະສັ້ນ 9 ວັນ ມອບໂດຍ ສະຫາຍ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານ ກວດກາພັກ-ລັດເມືອງ.
ໃນໂອາກາດເຂົ້າຮ່ວມເປັນປະທານ ປິດຊຸດຝຶກອົບຮົມ ສະຫາຍ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ໄດ້ມິຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ຮຽກຮ້ອງໃຫ້ນັກສຳມະນາກອນທຸກສະຫາຍ ຕ້ອງເປັນເຈົ້າການນຳເອົາຄວາມຮູ້ ແລະ ບົດຮຽນຄັ້ງນີ້ໄປຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງໃຫ້ມີການປັບປຸງປ່ຽນແປງໃໝ່ ດີຂື້ນກ່ວາເກົ່າ, ກ້າວໜ້າທັງໜ້າທີ່ວຽກງານ ແລະ ວິຊາສະເພາະ ພ້ອມທັງຂະບວນການຕ່າງໆໃຫ້ມີອັນພົ້ນເດັ່ນຫຼາຍຂື້ນ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄວາມຮູ້-ຄວາມສາມາດ, ຄຸນສົມບັດ-ສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ເພື່ອກຽມພ້ອມເປັນພະນັກງານສືບທອດທີ່ດີ ຂອງພັກ-ລັດ ໃນຕໍ່ໜ້າ.
ຂ່າ-ພາບ: ພອນສະຫວັນ ມະນີສີ.
ກວດແກ້-ແອດມິນ: ທອງຈັນ ວົງປັນຍາ.