ທ່ານ ຄໍາແສງ ສຸລິຍະວົງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ
ທ່ານ ຫຸ່ມແກ້ວ ອ້ອຍແຂມທອງ ຮອງເລຂາພັກເມືອງ
ເມືອງເມິງຈັດພິທີປະກາດກົງຈັກການຈັດຕັ້ງ ຄະນະຈັດຕັ້ງ, ຄະນະໂຄສະນາອົບຮົບເມືອງ, ຫ້ອງການກະສິກໍາ ແລະ ສິ່ງແວດ ລ້ອມ, ຫ້ອງການອຸດສາຫະກໍາ ແລະ ການຄ້າ, ຫ້ອງການ-ການເງິນເມືອງ ຈັດຂຶ້ນໃນວັນທີ 4 ກັນຍາ 2025 ນີ້ ໂດຍການເປັນປະທານຂອງ ທ່ານ ຄໍາແສງ ສຸລິຍະວົງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ສອງກອງບັນຊາການທະຫານ-ຕໍາຫຼວດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຫຸ່ມແກ້ວ ອ້ອຍແຂມທອງ ຮອງເລຂາພັກເມືອງ ໄດ້ຜ່ານບົດລາຍງານ ການປັບປຸງກົງຈັກການຈັດຕັ້ງຢູ່ເມືອງເມິງ ໃນນີ້: ມີ 11 ຫ້ອງການ, ມີພະນັກງານ-ລັດຖະກອນ ທັງໝົດ 117 ທ່ານ, ຍິງ 36 ທ່ານ; ມີກໍາມະການພັກເມືອງ 4 ທ່ານ, ຄະນະຫ້ອງການ 27 ທ່ານ, ຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານ 43 ທ່ານ. ຈາກນັ້ນ, ທ່ານ ຄໍາເງິນ ອິນທໍາພະວົງ ກໍາມະການພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານ ມະຕິຕົກລົງ ຂອງຄະນະປະຈໍາພັກເມືອງຄື:
1) ມະຕິຕົກລົງວ່າດ້ວຍການຍຸບເລີກໜ່ວຍພັກ ເຫັນດີຍຸບເລີກໜ່ວຍພັກ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ໜ່ວຍພັກ ກະສິກໍາ ແລະ ປ່າໄມ້ເມືອງ, ໜ່ວຍພັກຫ້ອງການ-ການເງິນ, ໜ່ວຍພັກຫ້ອງການແຜນການ ແລະ ການລົງທຶນ, ໜ່ວຍພັກຫ້ອງການພະລັງງານ ແລະ ບໍ່ແຮ, ໜ່ວຍພັກອຸດສາຫະກໍາ ແລະ ການຄ້າ, ໜ່ວຍພັກຄະນະຈັດຕັ້ງເມືອງ, ໜ່ວຍພັກຫ້ອງການພາຍໃນເມືອງ ແລະ ໜ່ວຍພັກຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ;
2) ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການສ້າງຕັ້ງໜ່ວຍພັກຮາກຖານ ເຫັນດີສ້າງຕັ້ງໜ່ວຍພັກຮາກຖານຄື: ໜ່ວຍພັກຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ໜ່ວຍພັກຫ້ອງການ-ການເງິນເມືອງ, ໜ່ວຍພັກຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ໜ່ວຍພັກຄະນະຈັດຕັ້ງເມືອງ ແລະ ໜ່ວຍພັກຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງ;
3) ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ: ເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ພັດ ນາເຂດ ເປັນເລຂາໜ່ວຍພັກ, ສະຫາຍ ສົມໃຈ ສຸກສະຫວັດດີ ເປັນຮອງເລຂາໜ່ວຍພັກ, ສະຫາຍ ຈັນພະຫຍາ ແສງວັນນະ ເປັນກໍາມະການໜ່ວຍພັກ, ສະຫາຍ ແສງດີ ແຊ່ລີພາບ ເປັນກໍາມະການໜ່ວຍພັກ, ສະຫາຍ ວຽງໄຊ ສົມຈະເລີນ ເປັນກໍາມະການໜ່ວຍພັກ; ໜ່ວຍພັກຫ້ອງການ-ການເງິນເມືອງ: ສະຫາຍ ສິງໄຊ ແສງພະວົງ ເປັນເລຂາໜ່ວຍພັກ, ສະຫາຍ ນິຍົມ ຄໍາພາ ເປັນຮອງເລຂາໜ່ວຍພັກ, ສະຫາຍ ດອນຄໍາ ແກ້ວສິງທອງ ເປັນກໍາມະການໜ່ວຍພັກ; ໜ່ວຍພັກຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ: ສະຫາຍ ນາງ ວັນ ເຈັ່ນຕະພູມ ເປັນເລຂາໜ່ວຍພັກ, ສະຫາຍ ບຸນເຖິງ ສີປະເສີດ ເປັນຮອງເລຂາໜ່ວຍພັກ; ສະຫາຍ ຄໍາພູວັນ ພິນິດ ເປັນກໍາມະການໜ່ວຍພັກ; ໜ່ວຍພັກຄະນະຈັດຕັ້ງເມືອງ: ສະຫາຍ ຄໍາເງິນ ອິນທໍາພະວົງ ເປັນເລຂາໜ່ວຍພັກ, ສະຫາຍ ສຸພານິກ ເຫຼແລແສງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ແສງແກ້ວ ບຸນຍາວົງ ເປັນກໍາມະການໜ່ວຍພັກ; ໜ່ວຍພັກຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງ: ສະຫາຍ ນາງ ແກ້ວອຸດອນ ພັນມະຫານລາດ ເປັນເລຂາໜ່ວຍພັກ ແລະ ສະຫາຍ ສູນທອນ ອິນທະຫົງ ເປັນຮອງເລຂາໜ່ວຍພັກ;
4) ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ວ່າດ້ວຍການຍົກຍ້າຍຊັບຊ້ອນ ແລະ ແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ຄື: 1) ຫ້ອງການຄະນະຈັດຕັ້ງເມືອງ ທ່ານ ຄໍາເງິນ ອິນທໍາພະວົງ ກໍາມະການພັກເມືອງ ເປັນຫົວໜ້າຫ້ອງການ, ທ່ານ ແສງແກ້ວ ບຸນຍາວົງ ເປັນຮອງຫ້ອງການ, ທ່ານ ສຸພານິກ ເຫຼແລແສງ ເປັນຮອງຫົວໜ້າຫ້ອງການ; 2) ຫ້ອງການ-ການເງິນເມືອງ: ທ່ານ ສິງໄຊ ແສງພະວົງ ກໍາມະການພັກເມືອງ ເປັນຫົວໜ້າຫ້ອງ ການ, ທ່ານ ນິຍົມ ຄໍາພາ ກໍາມະການພັກເມືອງ ເປັນຮອງຫົວໜ້າຫ້ອງການ, ທ່ານ ດອນຄໍາ ແກ້ວສິງທອງ ເປັນຮອງຫົວໜ້າຫ້ອງການ, ທ່ານ ຈ່າຍນວນ ດວງຄໍາ ເປັນຮອງຫົວໜ້າຫ້ອງການ, ທ່ານ ບຸນຕາ ວາດສະ ໜາວົງ ເປັນຮອງຫົວໜ້າຫ້ອງການ; 3) ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ: ທ່ານ ພັດ ນາເຂດ ກໍາມະການພັກເມືອງ ເປັນຫົວໜ້າຫ້ອງການ, ທ່ານ ສົມໃຈ ສຸກສະຫວັດດີ ກໍາມະການພັກເມືອງ ເປັນຮອງຫົວໜ້າຫົວໜ້າຫ້ອງການ, ທ່ານ ຈັນພະຫຍາ ແສງວັນນະ ເປັນຮອງຫົວໜ້າຫ້ອງການ, ທ່ານ ແສງດີ ແຊ່ລີພາບ ເປັນຮອງຫົວໜ້າຫ້ອງການ, ທ່ານ ວຽງໄຊ ສົມຈະເລີນ ເປັນຮອງຫົວໜ້າຫ້ອງການ; 4) ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ທ່ານ ນາງ ວັນ ເຈັ່ນຕະພູມ ເປັນຫົວໜ້າຫ້ອງການ, ທ່ານ ບຸນເຖິງ ສີປະເສີດ ເປັນຮອງຫົວໜ້າຫ້ອງການ, ທ່ານ ທິນນະກອນ ພົງສະຫວັດ ເປັນຮອງຫົວໜ້າຫ້ອງການ, ທ່ານ ນາງ ຄໍາຫຼ້າ ອຸດົມສຸກ ເປັນຮອງຫົວໜ້າຫ້ອງການ, ທ່ານ ຄໍາພູວັນ ພິນິດ ເປັນຮອງຫົວໜ້າຫ້ອງການ; ທ່ານ ອຸ່ນຄໍາ ຂັນວາລິດ ຕໍາແໜ່ງພັກ: ສະມາຊິກ ຕໍາແໜ່ງລັດ: ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໄປປະຈໍາການຢູ່ຄະນະໂຄສະນາອົບຮົມເມືອງ ແຕ່ງຕັ້ງເປັນຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ຍົກຍ້າຍພະນັກງານຫ້ອງການພາຍໃນເມືອງ ໄປປະຈໍາການຢູ່ ປກສ ເມືອງ 2 ທ່ານຄື: ທ່ານ ບຸນເພັງ ສຸລິວັນ ຕໍາແໜ່ງພັກ: ຮັກສາການເລຂາໜ່ວຍພັກ, ຕໍາແໜ່ງລັດ: ຮັກສາການຫົວໜ້າຫ້ອງການພາຍໃນເມືອງ ແລະ ທ່ານ ດົງວ່າ ປ່າເຊຍວ່າ; ໃນພິທີຍັງໄດ້ປະກາດຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານຕື່ມອີ່ກ.
ໂອກາດນີ້ ທ່ານ ຄໍາແສງ ສຸລິຍະວົງ ກໍາມະການພັກແຂວງ, ເລຂາພັກເມືອງ ໄດ້ເນັ້ນໜັັກໃຫ້ຄະນະພັກ, ຄະນະຫ້ອງການ ທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງຊຸດນີ້ ຈົ່ງເອົາໃຈໃສ່ຮີບຮ້ອນມອບວຽກ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດ, ຄົ້ນຄ້ວາບັນຈຸຊັບຊ້ອນພະນັກງານ-ລັດຖະກອນເຂົ້າໃນບັນດາໜ່ວຍງານໃຫ້ເໝາະສົມຕາມວິຊາສະເພາະ ແລະ ຄວາມຮູ້ຄວາມສາມາດ ຂອງບຸກຄົນ, ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ, ແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນຢ່າງແຂງແຮງ, ສ້າງຄວາມຮັບຮູ້ເຂົ້າໃຈທີ່ເປັນເອກະພາບ, ເອົາໃຈໃສ່ ປັບປຸງແບບແຜນການນໍາພາ ຂອງພັກ, ແບບ ແຜນວິທີເຮັດວຽກ, ສືບຕໍ່ກວດກາປັບປຸງກໍານົດແຜນວຽກໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ຄົ້ນຄວ້າປັບປຸງຄືນ ໃໝ່ໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະເອົາໃຈໃສ່ຕໍ່ທຸກວຽກງານໃຫ້ສໍາເລັດຕາມຄາດໝາຍທີ່ກໍານົດໄວ້.
ກວດແກ້: ຈ.ຈັນທະລິດ.
ພາບ-ຂ່າວ: ອຸ່ນຄໍາ ຂັນວາລິດ.
ແອດມິນ: ທອງຈັນ ວົງປັນຍາ.