ພະນັກງານຫຼັກແຫຼ່ງ ເມືອງຜາອຸດົມ ໄດ້ຮັບການຍົກລະດັບທາງດ້ານທິດສະດີ-ແນວທາງ ຂອງພັກ ໄລຍະສັ້ນ 9 ວັນ ຊຸດທີ IV ປະຈຳປີ 2025 ຈັດຂຶ້ນໃນວັນທີ 02 ກັນຍາ ນີ້ ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ສົມສັກ ປິ່ນແກ້ວ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນະອົບຮົມ ແຂວງບໍ່ແກ້ວ, ສະຫາຍ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ຄະນະຮັບຜິດຊອບຂອງແຂວງ-ເມືອງ ແລະສຳມະນາກອນ.
ຕາງໜ້າຄະນະຮັບຜິດຊອບ ໄດ້ຜ່ານແຜນຝຶກອົບຮົມ ທິດສະດີ-ແນວທາງ ຂອງພັກ ຄັ້ງນີ້: ມີສໍາມະນາກອນເຂົ້າຮ່ວມ 45 ສະຫາຍ, ຍິງ 19 ສະຫາຍ. ໃນຊຸດອົບຮົມ, ສຳມະນາກອນຈະໄດ້ເຊື່ອມຊຶມ 14 ບົດ, ຖືເອົາການຂຶ້ນຫ້ອງ 7 ຊົ່ວໂມງ ຮັບຟັງບັນຍາຍ ອະທິບາຍໄຈ້ແຍກ ຂອງວິທະຍາກອນ ແລະ ການຕິດຕາມບັນທຶກ, ການສົນທະນາພາຍໃນຫ້ອງ ຂອງນັກສຳມະນາກອນເປັນຕົ້ນຕໍ, ຖືເອົາການຄົ້ນຄ້ວາດ້ວຍຕົນເອງ, ການສົນທະນາໃນຫ້ອງເປັນສຳຄັນ; ກຳນົດເວລາຮຽນຕົວຈິງ 8 ວັນ, ລວມທັງໝົດ 56 ຊົ່ວໂມງ, ແຕ່ວັນທີ 02-12 ກັນຍາ 2025.
ທັງນີ້ ເພື່ອສ້າງໃຫ້ພະນັກງານຫຼັກແຫຼ່ງ ເມືອງຜາອຸດົມ ຮັບຮູ້-ເຂົ້າໃຈໄດ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ມູນເຊື້ອຂອງຊາດລາວ, ການສ້າງ ແລະ ການບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, ເຂົ້າໃຈຕໍ່ກັບແນວທາງນະໂຍບາຍຂອງພັກ ໂດຍສະເພາະແມ່ນແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ ຂອງພັກ.
ໂອກາດດຽວກັນນີ້ ສະຫາຍ ສົມສັກ ປິ່ນແກ້ວ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ແລະ ຄູຝຶກ ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການສິດສອນ, ຖ່າຍຖອດວິຊາຄວາມຮູ້ໃຫ້ສຳມະນາກອນ. ພ້ອມກັນນັ້ນ, ສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມ ຕ້ອງເອົາໃຈຄົ້ນຄວ້າ, ຮໍ່າຮຽນ, ສົນທະນາແລກປ່ຽນຄຳຄິດເຫັນ ນຳຄູ-ອາຈານ ໃຫ້ເປັນຂະບວນຟົດຟື້ນ ເພື່ອຍາດແຍ່ງເອົາບົດຮຽນຄວາມຮູ້ນຳໄປໝຸນໃຊ້ເຂົ້າໃນວຽກງານຕົວຈິງ, ເອົາໃຈໃສ່ປະຕິບັດໂມງເວລາໃນການຂຶ້ນຫ້ອງໃຫ້ເຂັ້ມງວດ, ເຕົ້າໂຮມຄວາມສາມັກຄີ ໃຫ້ໜັກແໜ້ນ ພ້ອມກັນຈັດຕັ້ງປະຕິບັດຊຸດຝຶກອົບຮົມຄັ້ງນີ້ໃຫ້ມີຜົນສຳເລັດ ຕາມຄາດໝາຍ.
ຂ່າວ-ພາບ: ພອນສະຫວັນ ມະນີສີ.
ກວດແກ້: ຈ. ຈັນທະລິດ.
ແອດມິນ: ທອງຈັນ ວົງປັນຍາ.