ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ
ໃນຕອນບ່າຍ ເວລາ 14:00 ໂມງ ຂອງວັນທີ 23 ມີຖຸນາ 2025. ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມທາບທາມ ບຸກຄະລາກອນ ທີຈະບັນຈຸເຂົ້າໃນຕຳແໜງ ບໍລິຫານ ປະເພດ 4. ( ລະດັບຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ ) ຂື້ນພາຍໃຕ້ການເປັນປະທານຂອງ ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ; ມີຕາງໜ້າຄະນະຈັດຕັ້ງແຂວງ 3 ທ່ານ, ຄະນະກວດກາພັກ-ລັດແຂວງ 1 ທ່ານ ແລະ ພະແນກພາຍໃນ 1 ທ່ານ. ລວມທັງພະນັກງານ ຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 15 ທ່ານ, ຍິງ 4 ທ່ານ.
ລວມຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 21 ທ່ານ, ຍິງ 7 ທ່ານ ໃນກອງປະຊຸມ ປະທານໄດ້ຊີ້ນຳໃນການປ່ອນບັດ ທາບທາມບຸກຄະລາກອນ ຕາມມາດຖານເງື່ອນໄຂ ພະນັກງານທີ່ຈະດຳລົງຕຳແໜ່ງ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ ຕ້ອງມີແນວຄິດຫຼັກໝັ້ນຊົນຊັນ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມເປັນແບບຢ່າງໃຫ້ແກ່ມະຫາຊົນ, ມີຄວາມຮູ້ຄວາມສາມາດທີ່ແນ່ນອນ, ມີຄວາມບຸກບືນຜ່ານຜາ, ມີຄວາມມຸງມານະອົດທົນ ມີຄວາມຕັ້ງໜ້າເອົາໃຈໃສ ຕໍ່ໜ້າທີ່ວຽກງານຕາມການມອບໝາຍ ຂອງຄະນະພັກຂັ້ນເທິງ.
ພາຍໃຕ້ບັນຍາກາດທີ່ເຕັມໄປດ້ວຍຄວາມໝາຍສຳຄັນ ພະນັກງານຄະນະໂຄສະນາອົບຮົມແຂວງ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕລົງຄະແນນສຽງ ເພື່ອຄັດເລືອກເອົາເປົ້າໝາຍໃນການກໍ່ສ້າງເປັນພະນັກງານ ນຳພາຄຸ້ມຄອງ ພາຍໃນຄະນະໂຄສະນາອົບຮົມແຂວງ; ຜ່ານການຄັດເລືອກຄະນະພັກ-ຄະນະນຳ ຄະນະໂຄສະນາອົບຮົມແຂວງ ສົມທົບກັນ ປະທານກອງປະຊຸມ ແລະ ຄະນະຮັບຜິດຊອບທີ່ມາຈາກພາກສ່ວນຕ່າງໆ ໄດ້ສັງລວມຄະແນນ ແລະ ໄດ້ມີຄວາມເປັນເອກະພາບ ນຳເອົາເປົ້າໝາຍເພື່ອສະເໜີໃຫ້ຄະນະປະຈຳພັກແຂວງ ເພື່ອພິຈາລະນາ. ອອກຂໍ້ຕົກລົງແຕ່ງຕັ້ງ.
ຂຽນ ແລະ ກວດແກ້: ກົງເພັດ ຈັນສະຫວ່າງ.
ແອັດມິນ: ທອງຈັນ ວົງປັນຍາ.