ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມທາບ ທາມເອົາຄະນະໜ່ວຍຊຸດໃໝ່ ຂອງໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ ຄັ້ງທີ II.

 

ໃນຕອນເຊົ້າຂອງວັນທີ 25 ກັນຍາ 2024. ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມທາບທາມເອົາຄະນະໜ່ວຍຊຸດໃໝ່ ຂອງໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ ຄັ້ງທີ II ໂດຍການເຂົ້າຮ່ວມພ້ອມທັງເປັນປະທານກອງປະຊຸມ ຂອງສະຫາຍ ອຸນແສງ ທຸນອິນໃຈ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ນ. ບີຍູວັນ ບຸນທອງ ຫົວໜ້າໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ, ມີບັນດາພະນັກງານ ແລະ ສະມາຊິກສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ 9 ສະຫາຍ, ຍິງ 5 ສະຫາຍ.

ສະຫາຍ ນ. ພອນສະຫວັນ ອຸດາລາ ຮອງຄະນະໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ ຂື້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 05 ປີຜ່ານມາ ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານ 05 ປີຕໍ່ໜ້າ.

ສະຫາຍ ນ. ບີຍູວັນ ບຸນທອງ ຫົວໜ້າໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ ຊຸດເກົ່າ ແຕ່ປີ 2019-2023. ຂື້ນຜ່ານບົດສຳຫຼວດການນຳພາລວມຂອງຄະນະໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ.

ຈາກນັ້ນ ນັ້ນຄະນະຄວບຄຸມການປ່ອນບັດໄດ້ຜ່ານກົດລະບຽບກ່ຽວກັບ ມາດຖານ, ເງື່ອນໄຂ ໃຫ້ສາມະຊິກສະຫະພັນແມ່ຍິງ ພາຍໃນຄະນະໂຄສະນາອົບຮົມແຂວງ ໄດ້ຮັບຮູ້ແລ້ວກໍ່ໄດ້ແຈກຢາຍບັດພ້ອມທັງປ່ອນບັດຄັດເລືອກເອົາຄະນະຊຸດໃໝ່ ຕາມມາດຖານເງື່ອນໄຂທີ່ໄດ້ກຳນົດໃນກົດລະບຽບຂອງ ສະຫະພັນແມ່ຍິງ ໂດຍສາມາດເລືອກໄດ້ຄະນະຊຸດໃໝ່ດັ່ງນີ້: ສະຫາຍ ນ. ສຸດທິກອນ ພົນທະພັນ ເປັນຫົວໜ້າໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ ຊຸດໃໝ່ ແລະ ສະຫາຍ ນ. ສອນເພັດ ວັນນະສັກ ເປັນຮອງຫົວໜ້າໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ.

ໂອກາດນີ້ ສະຫາຍ ອຸນແສງ ທຸນອິນໃຈ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄຳເຫັນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໜ່ວຍສະຫະພັນແມ່ຍິງ ຊຸດເກົ່າທີ່ໄດ້ຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍະ 05 ປີຜ່ານມາ, ພ້ອມທັງເນັ້ນໜັກ ໃຫ້ຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ຕັ້ງໜ້າເອົາໃຈໃສ ເປັນຕົ້ນແມ່ນຄວາມສາມັກຄີພາຍໃນໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ, ຄວາມເປັນເອກະພາບໃນການຕັດສິນໃຈບັນຫາຕໍ່ວຽກງານ ແລະ ສ້າງໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ ໃຫ້ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃນຕໍ່ໜ້າ.

 

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa