ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ເປີດ ບຳລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ.

 

 

 

ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ໄດ້ເປີດຊຸດຝຶກອົບຮົມ ບຳລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ຂອງຄະນະໂຄສະນາອົບຮົມແຂວງ ແລະ ພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ ບໍ່ແກ້ວ ຕາມໂຄງການ 9 ວັນ ເຊິ່ງເລີ່ມແຕ່ວັນທີ 19-29 ສິງຫາ 2024, ທີ່ຫ້ອງປະຊຸມໃຫຍ່ຂອງຄະນະໂຄສະນາອົບຮົມແຂວງ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກ-ລັດແຂວງ ບໍ່ແກ້ວ, ມີ ທ່ານ ສົມພອນ ອິນຕະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ປອ ສົມຄິດ ວົງປັນຍາ ກຳມະການພັກແຂວງ ຫົວໜ້າ ພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ, ມີບັນດາແຂກຮັບເຊີນ, ຄູ່-ອາຈານ ແລະ ນັກສຳມະນາກອນເຂົ້າຮ່ວມ ທັງໝົດ 43 ສະຫາຍ, ຍິງ 17 ສະຫາຍ, ໃນນີ້ມີນັກສຳມະນາກອນ 34 ສະຫາຍ, ຍິງ 15 ສະຫຍາຍ.

ຊຸດອົບຮົມຄັ້ງນີ້ ແມ່ນເພື່ອສ້າງຄວາມຮູ້ພື້ນຖານໃຫ້ແກ່ ນັກສຳມະນາກອນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບ ທິດສະດີ-ແນວທາງຂອງພັກ, ຮັບຮູ້ ແລະ ເຂົ້າໃຈຕໍ່ກັບລັດທິມາກ-ເລນິນ, ມູນເຊື້ອອັນດີງາມຂອງຊາດ, ການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ແນວທາງເສດຖະກິດ, ການຫັນເປັນອຸດສາຫະກຳ ແລະ ທັນສະໄໝຢູ່ປະເທດເຮົາ, ການສ້າງລັດແຫ່ງກົດໝາຍພາຍໃຕ້ການນຳພາຂອງພັກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ຮັບຮູ້ກ່ຽວກັບການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ.

ບົດຮຽນທີ່ນຳມາສິດສອນປະກອບມີ 14 ບົດຕາມຫຼັກສູດຂອງຄະນະໂຄສະນາອົບຮົມສູນກາງພັກ ວາງໄວ້; ຜ່ານການຮຽນການສອນ ຄະນະຮັບຜິດຊອບຊຸດຝຶກອົບຮົມຄັ້ງນີ້ ສາມາດຕີລາຄາຄວາມຮັບຮູ້ ແລະ ເຂົ້າໃຈຂອງ ນັກສຳມະນາກອນ ຕໍ່ບົດຮຽນ ແຕ່ລະສະຫາຍແມ່ນ 90 % ຂື້ນໄປ.

ພ້ອມນັ້ນໃນພິທີປິດ ແລະ ມອບໃບຢັ້ງຢືນໃຫ້ນັກສຳມະນາກອນ ສຳເລັດການບຳລຸງຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງນີ້ ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ.

ໂອກາດດັ່ງກ່າວ ໄດ້ນັບກຽດເຂົ້າຮ່ວມພ້ອມທັງເປັນປະທານ ໄດ້ເໜັນໜັກໃຫ້ນັກສຳມະນາກອນ ກຳແໜ້ນທິດສະດີ-ແນວທາງຂອງພັກ, ໂດຍສະເພາະແມ່ນລັດທິມາກ-ເລນິນ, ມູນເຊື້ອອັນດີງາມຂອງຊາດ, ການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ ແລະ ເອົາໃຈໃສ່ຄົ້ນຄວ້າບັນດານິຕິກຳຕ່າງໆ ທີ່ກ່ຽວພັນເຖິງທິດສະດີ-ແນວທາງຂອງພັກ ລວມເຖິງຕ້ອງຝຶກຝົນຫຼໍ່ຫຼອມຕົນເອງຢ່າງຕັ້ງໜ້າ ເພື່ອປະກອບສ່ວນຊ່ວຍພັກ-ລັດ ໃນການສ້າງສາພັດທະນາປະເທດຊາດກໍ່ຄື ແຂວງບໍ່ແກ້ວ ໃນຕໍ່ໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa