ພິທີ ພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ກັບ ຄະນະໂຄສະນາອົບຮົມແຂວງ ຫົວພັນ

ພິທີຕ້ອນຮັບທ່ານ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ພ້ອມດ້ວຍທິມງານທີ່ມາເຄື່ອນໄຫວພົບປະແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ທີ່ແຂວງບໍ່ແກ້ວ ໃນວັນທີ 14 ພຶດສະພາ 2024  ນີ້ໃຫ້ກຽດເປັນປະທານມີທ່ານ ອຸດົມການ ແກ້ວພວງເພັດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ, ທ່ານ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ມີບັນດາຄະນະພັກ-ຄະນະນຳ, ສະມາຊິກພັກຄະນະໂຄສະນາອົບຮົມແຂວງ 2 ແຂວງເຂົ້າຮ່ວມທັງໝົດ  32 ສະຫາຍ, ຍິງ 11 ສະຫາຍ.

ວາລະກອງປະຊຸມພົບປະແລກປ່ຽນບົດຮຽນຄະນະໂຄສະນາອົບຮົມແຂວງ 2 ແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານໃຫ້ກັນຮັບຊາບ ທັງຕີລາຄາການພົວພັນຮ່ວມມືແລກປ່ຽນດ້ານໜ້າທີ່ວຽກງານວິຊາສະເພາະຂອງແຕ່ລະຂະແໜງການໃນໄລຍະຜ່ານມາມີດ້ານດີຂໍ້ສະດວກ ແລະ ດ້ານອ່ອນຂໍຄົງຄ້າງກ່ຽວກັບຮູບການ ແລະ ວິທີຈັດຕັ້ງປະຕິບັດວຽກງານໂຄສະນາປາຖະກະຖາ, ໂຄສະນາເຄືອນທີ່, ວຽກງານສືມວນຊົນ, ວຽກງານອົບຮົມ, ວຽກງານສັງລວມຂໍ້ມູນຂ່າວ ແລະ ວຽກງານບໍລິຫານ ມາຖອດຖອນແລກປ່ຽນບົດຮຽນດ້ານວິຊາການເຮັດໃຫ້ການເປັນເສນາທີການແກ່ຄະນະພັກ-ຄະນະການນຳຂອງແຂວງມີຄວາມສະດວກວ່ອງໄວກວ່າກ່າວ ພ້ອມທັງແລກປ່ຽນບົດຮຽນເຊິງກັນ ແລະ ກັນຢ່າງເປັນຂະບວນຟົດຟື້ນ ເພື່ອສ້າງຄວາມເຂັ້ມແຂງ, ໜັກແໜ້ນໃຫ້ແກ່ພະນັກງານ-ສະມາຊິກພັກ, ຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິນກັນ ແລະ ກັນໃນຕໍ່ໜ້າ ພິທີດັ່ງກ່າວແມ່ນຈະໄດ້ຜັດປ່ຽນກັນເປັນເຈົ້າພາບພາຍໃນ 2 ປີໃດຖອດຖອນບົດຮຽນເທື່ອໜຶ່ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa