
ໃນຕອນເຊົ້າຂອງວັນທີ 9 ຕຸລາ 2026, ຢູ່ທີ່ຫ້ອງປະຊຸມແນວລາວສ້າງຊາດແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມໃນການຈັດກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າ ທົ່ວແຂວງບໍ່ແກ້ວ ຄັ້ງທີ I. ພາຍໃຕ້ການເປັນປະທານຂອງ ທ່ານ ສົມສັກ ປິ່ນແກ້ວ, ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງບໍ່ແກ້ວ, ມີບັນດາທ່ານໃນຄະນະປະຈຳ, ກຳມະການແນວລາວສ້າງຊາດແຂວງ ທີ່ເປັນຄະນະຮັບຜິດຊອບ, ຜູ້ຕາງໜ້າຈາກພະແນກການ, ອົງການຈັດຕັ້ງອ້ອມຂ້າງແຂວງແລະພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເພື່ອກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນແມ່ນ: ດ້ານເນື້ອໃນ, ບຸກຄະລາກອນ, ຂະບວນການ, ງົບປະມານ-ເສດຖະກິດ ແລະ ດ້ານອື່ນໆ ເພື່ອໃຫ້ການດຳເນີນກອງປະຊຸມເປັນໄປຕາມແຜນການ ແລະ ທິດຊີ້ນຳຂອງຄະນະປະຈຳພັກແຂວງ.ໃນກອງປະຊຸມ, ຄະນະຮັບຜິດຊອບໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ບັນດາໜ້າວຽກຕ່າງໆ,ຊອກຫາວິທີທາງ ເພື່ອຮັບປະກັນໃຫ້ການກະກຽມມີຄວາມຮອບດ້ານ, ທັງສ້າງເງື່ອນໄຂໃຫ້ຜູ້ຊົງຄຸນວຸດທິໄດ້ມີສ່ວນຮ່ວມ ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງເໝາະສົມ.
ທ່ານ ສົມສັກ ປິ່ນແກ້ວ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງບໍ່ແກ້ວ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າ ທົ່ວແຂວງບໍ່ແກ້ວ ຄັ້ງທີ I ນີິ້ ເຊິ່ງເປັນກອງປະຊຸມທີ່ມີຄວາມ ສຳຄັນຍິ່ງ ໃນການສົ່ງເສີມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ, ການແລກປ່ຽນຄຳຄິດຄຳເຫັນ ແລະ ການເຕົ້າຮວມກຳລັງແຮງສັງລວມ ເພື່ອສ້າງສາພັດທະນາແຂວງບໍ່ແກ້ວໃຫ້ເຕີບໃຫຍ່ເຂັ້ມແຂງ. ພ້ອມກັນນັ້ນ, ທ່ານປະທານກອງປະຊຸມໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ແລະ ອານຸກຳມະການຕ່າງໆ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ປະສານງານກັນຢ່າງໃກ້ຊິດ ແລະ ດຳເນີນວຽກງານຕາມແຜນການຢ່າງມີປະສິດທິພາບ ເພື່ອເຮັດໃຫ້ກອງປະຊຸມທີ່ຈະມາເຖິງນີ້ ປະສົບຜົນສຳເລັດຢ່າງຈົບງາມ.
ຂ່າວ:
ຂ່າວ: ນັກຂ່າວ ແນວລາວສ້າງຊາດແຂວງບໍ່ແກ້ວ.