ປະທານຄະນະກວດກາພັກ-ລັດ ແຂວງບໍ່ແກ້ວ ພ້ອມຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ, ຊຸກຍູ້ວຽກງານກວດກາຮອບດ້ານ ຢູ່ກອງບັນຊາການທະຫານແຂວງ.

ໃນຕອນເຊົ້າຂອງວັນທີ 7 ຕຸລາ 2026 ນີ້, ສະຫາຍ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ, ຫົວໜ້າອົງການກວດກາລັດ ແລະ ຫົວໜ້າອົງການຕ້ານສໍ້ລາດບັງຫຼວງ, ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວ ຕິດຕາມ, ຊຸກຍູ້ວຽກງານກວດກາຮອບດ້ານ ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ, ມີ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ມີຄະນະພັກ-ຄະນະບັນຊາ 7 ຫ້ອງ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ໄດ້ລາຍງານຫຍໍ້ການເຄື່ອນໄຫວຈັດຕັ້ງປະຕິບັດຂະບວນການຕ່າງໆ ໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ແລະ ບາດກ້າວໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກແໜ້ນ, ກຳແໜ້ນແນວທາງປ່ຽນແປງໃໝ່ ຂອງພັກ, ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ຕ່າງໆ, ສຸມໃສ່ວຽກງານພັກ-ວຽກງານການເມືອງ, ປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງພັກ, ຂອງກອງທັບໃຫ້ເຂັ້ມງວດ ເພື່ອແນໃສ່ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ມີສະຕິຄວາມຮັບຜິດຊອບຢ່າງແທ້ຈິງ ຂອງຄະນະພັກທຸກຂັ້ນ ແນ່ໃສ່ປັບປຸງ, ກໍ່ສ້າງກົມກອງວັດທະນະທຳ, ນັກຮົບວັດທະນະທຳ ເພື່ອໃຫ້ກາຍເປັນກົມກອງທີ່ພົ້ນເດັ່ນໃນກອງທັບ.

ໂອກາດນິ້, ສະຫາຍ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ ຫົວໜ້າອົງການກວດກາລັດ ແລະ ຫົວໜ້າອົງການຕ້ານສໍ້ລາດບັງຫຼວງ ແຂວງບໍ່ແກ້ວ ໄດ້ມີຄໍາເຫັນເໜັ້ນໜັກບາງບັນຫາໃຫ້ ຄະນະພັກ-ຄະນະບັນຊາ ຈົ່ງຍົກສູງພາລະບົດບາດການຊີ້ນໍາ-ນໍາພາຕໍ່ໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງເອົາໃຈໃສ່ ແລະ ຈັດຕັ້ງປະຕິບັດວຽກງານກວດກາຢ່າງເປັນປົກກະຕິ, ສຶກສາການເມືອງແນວຄິດ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງ ແລະ ເອກະສານສຳຄັນຕ່າງໆ ໃຫ້ສະມາຊິກພັກຢ່າງເປັນປົກກະຕິ.

ຂ່າວໂດຍ: ນີ່ ທຳມະວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa