ຄະນະໂຄສະນາອົບຮົມເມືອງເມິງ ສະຫຼຸບຜົນງານການເຄື່ອນໄຫວ 5 ປີຜ່ານມາ ແລະ ວາງທິດທາງແຜນການ ຈຸດສຸມ ປີ 2026-2030.

ໃນວັນທີ 7 ຕຸລາ 2026 ນີ້ ຄະນະໂຄສະນາອົບຮົມເມືອງເມິງ ແຂວງບໍ່ແກ້ວ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມເມືອງເມິງ ໃນໄລຍະ 5 ປີຜ່ານມາ (2022-2026) ພ້ອມທັງກຳນົດທິດທາງໜ້າທີ່ຈຸດສຸມ ແຕ່ປີ 2026-2030 ເພື່ອສືບຕໍ່ຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ໂດຍການເປັນປະທານຂອງສະຫາຍ ສີວິໄລ ສີແສນດີ ກໍາມມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ຄະນະພັກຮາກຖານ, ຄະນະພັກຄະນະກໍາມະການປົກຄອງຕາສອງ, ເລຂາ-ຮອງເລຂາໜ່ວຍພັກ ແລະ ຄະນະຮັບຜິດຊອບຂອງເມືອງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ສີວິໄລ ສີແສນດີ ເລຂາພັກເມືອງ ໄດ້ໂອ້ລົມ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານມະຕິກອງປະຊຸມການເມືອງແນວຄິດຄັ້ງທີ II ທົ່ວແຂວງບໍ່ແກ້ວ ຈາກນັ້ນ ສະຫາຍ ຫຸ່ມແກ້ວ ອ້ອຍແຂມທອງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ໄດ້ຜ່ານບົດສະຫຼບ 5 ປີ ວຽກງານການເມືອງ-ແນວຄິດທົ່ວເມືອງ ແລະ ທິດທາງແຜນການ 2026-2030 ໃນໄລຍະ 5 ປີຜ່ານມາ ວຽກງານການເມືອງ-ແນວຄິດ ແມ່ນໜືງໃນວຽກງານຂອງພັກ, ເປັນໜ້າທີ່ຍຸດທະສາດ, ປະກອບສ່ວນສໍາຄັນໃນການຮັກສາ ແລະ ເສີມຂະຫຍາຍບົດບາດການນໍາພາຮອບດ້ານຂອງພັກ ໄປຕາມວັດຖຸປະສົງທີ່ກໍານົດໄວ້ໃນເງືໍ່ອນໄຂການພັດທະນາໄວ້ແບບກ້າວກະໂດດຂອງໂລກໃນປັດຈຸບັນຮຽກຮ້ອງໃຫ້ພວກເຮົາຕ້ອງປ່ຽນແປ່ງໃໝ່ ດ້ວຍຄວາມຮັບຮູ້, ເຫັນແຈ້ງບັນດາປັດໃຈທີກະທົບຕໍໍ່ວຽກງານການເມືອງ-ແນວຄິດ ແລະ ສະຫາຍ ບຸນມີ ອິນທະນິນ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໂຄສະນາອົບຮົມເມືອງແຕ່ປີ 2022-2026 ແລະ ໜ້າທີວຽກງານຈຸດສຸມແຕ່ປີ 2026-2030 ເຖິງວ່າຈະປະເຊີນກັບຄວາມຫຍຸ້ງຍາກຈາກສະພາບເສດຖະກິດ-ການເງິນ ແລະ ຄ່າຄອງຊີບທີ່ເພີ່ມສູງຂຶ້ນ, ແຕ່ດ້ວຍຄວາມເອົາໃຈໃສ່ຊີ້ນໍາ-ນຳພາຂອງຄະນະປະຈຳພັກເມືອງ ແລະ ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ, ໄດ້ບຸກບືນສູ້ຊົນສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ: ວຽກງານໂຄສະນາ-ອົບຮົມ: ໄດ້ຈັດຕັ້ງການໂຄສະນາປາຖະກະຖາ ເນື່ອງໃນວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ວັນຄ້າຍວັນເກີດຂອງບັນດາທ່ານຜູ້ໂນຳ ມີຜູ້ເຂົ້າຮ່ວມທັງໝົດ 20.928 ເທື່ອຄົນ; ຈັດອົບຮົມເອກະສານເປົ້າໝາຍຂະຫຍາຍເຂົ້າພັກໄດ້ 21 ຊຸດ ມີ 204 ສະຫາຍ; ໄດ້ເປີດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາໃຫ້ແກ່ປະຊາຊົນລຽບຕາມຊາຍແດນໄດ້ 1 ຊຸດ, ມີຜູ້ເຂົ້າຮ່ວມທັງໝົດ 37 ຄົນ, ເປີດຮຽນທິດສະດີ – ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ໂຄງການ 9 ວັນ ໄດ້ 3 ຊຸດ, ມີ 196 ສະຫາຍ; ຍິງ 83 ສະຫາຍ. ແລະ ສໍາເລັດການລາຍງານຜົນຂອງການເຜີຍແຜ່ ເຊື່ອມຊືມມະຕິ XII ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII, ມີຜູ້ເຂົ້າຮ່ວມທັງໝົດ 11.113 ທ່ານ, ຍິງ 385 ທ່ານ, ວຽກງານສັງລວມ-ຂໍ້ມູນຂ່າວສານ: ໄດ້ລາຍງານຄະນະປະຈຳພັກເມືອງພິຈາລະນາແກ້ໄຂໃຫ້ທັນການ ແລະ ຄະນະໂຄສະນາອົບຮົມເເຂວງໄດ້ທັງໝົດ 65 ຄັ້ງ, ລາຍງານປະຈໍາໄຕມາດໄດ້ 20 ຄັ້ງ. ຈັດກອງປະຊຸມອົບຮົມວຽກງານສັງລວມຫາງສຽງສັງຄົມໃຫ້ເພື່ອນຮ່ວມງານຂັ້ນເມືອງ 2 ຄັ້ງ; ມີຜູ້ເຂົ້້າຮ່ວທັງໝົດ 76 ສະຫາຍ; ຍິງ 38 ສະຫາຍ.

ວຽກງານສື່ມວນຊົນ: ພາຍຫຼັງໄດ້ໂຮມວຽກງານຖະແຫຼງຂ່າວ-ສື່ມວນຊົນ ເຂົ້າກັບຄະນະໂຄສະນາອົບຮົມເມືອງ ສາມາດເກັບກໍາຂ່າວພາຍໃນເມືອງໄດ້ທັງໝົດ 360 ຂ່າວ, ອອກໂທລະໂຄງຂອງເມືອງ 360 ຂ່າວ, ສົ່ງໂທລະພາບແຂວງ 250 ຂ່າວ,ອອກຂ່າວວິທະຍຸແຂວງ 250  ຂ່າວສົ່ງໜັງສືພິມແຂວງ 220 ຂ່າວ,ອອກແຈ້ງການ 144  ສະບັບ, ບົດຄວາມ 54 ບົດ, ບົດກົດໜາຍ 39 ບົດ ໃນກອງປະຊຸມບັນດາສະຫາຍໄດ້ປະກອບຄໍາຄິດຄໍາເຫັນ ຢ່າງເປີດກວ້າງ ແລະ ມີຄວາມຮັບຜິດຊອບສູງ ໃນການຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດທົ່ວເມືອງເມິງ ໃນໄລຍະຜ່ານມາ ໂດຍເນັ້ນໃສ່ການຊອກໃຫ້ເຫັນດ້ານດີທີ່ຕ້ອງສືບຕໍ່ເສີມຂະຫຍາຍ, ດ້ານອ່ອນ-ຂໍ້ຄົງຄ້າງ ພ້ອມທັງກໍານົດວິທີແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການເມືອງ-ແນວຄິດມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.

ໃນຕອນທ້າຍກອງປະຊຸມ ສະຫາຍ ສີວິໄລ ສີແສນດີ ກໍາມະການພັກແຂວງ ເລຂາພັກເມືອງ ໄດ້ໂອ້ລົມຕໍ່ກອງປະຊຸມ ສະາຍໄດ້ເນັ້ນໜັກໃຫ້ຄະນະພັກທຸກຂັ້ນສຶບຕໍ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ, ທະຫານຕໍາຫຼວດ, ຕະຫຼອດຮອດປະຊາຊົນບັນດາເຜົ່າ, ຖືເອົາວຽກງານການເມືອງແນວຄິດເປັນກົກ, ເພື່ອເຮັດໃຫ້ຄາດໝາຍດັ່ງກ່າວປະກົດຜົນເປັນຈິງ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ກົນໄກປະສານງານໃຫ້ຄ່ອງໂຕ, ເອົາໃຈໃສ່ກໍ່ສ້າງ-ບຳລຸງພະນັກງານ, ໃຫ້ທຸກສະຫາຍໃນທົ່ວສັງຄົມຈົ່ງພ້ອມກັນຕ້ານ ແລະ ສະກັດກັ້ນບັນດາຂ່າວປອມ, ຂ່າວບິດເບືອນ ແລະ ຂ່າວໂຄສະນາໃສ່ຮ້າຍປ້າຍສີການພັດທະນາປະເທດຊາດ ກໍ່ການເຄື່ອນໜ້າທີ່ວຽກງານຂອງການນໍາພັກລັດ ຂອງພວກເຮົາໃຫ້ລຸດໜ້ອຍຖອຍລົງເທື່ອລະກ້າວ, ສອບຕໍ່ເກັບກໍາຂ່າວພາຍໃນເມືອງ ແລະ ຂ່າວການເຄື່ອນໄຫວການນໍາຂອງເມືອງໃຫ້ເປັນປົກກະຕິ ພ້ອມທັງຊຸກຍູ້ການປະຕິບັດຂໍ້ແຂ່ງຂັນຕ່າງໆໃຫ້ເຂັ້ມງວດ.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa