ໂຮງຮຽນ ມສ ຜາອຸດົມ ເມືອງຜາອຸດົມ ແຂວງບໍ່ແກ້ວ ສະເຫຼີມສະຫຼອງ ວັນຄູ່ແຫ່ງຊາດ ຄົບຮອບ 32 ປີ.

ເພື່ອຮ່ວມລະນຶກເຖິງຄຸນງາມຄວາມດີ, ຄຸນຄ່າ ແລະ ກຽດສັກສີຂອງວິຊາຊີບຄູ ພ້ອມທັງສະແດງຄວາມຂອບໃຈຕໍ່ບັນດາຄູ-ອາຈານທຸກຮຸ່ນ ທີ່ໄດ້ອຸທິດແຮງກາຍ, ແຮງໃຈ ແລະສະຕິປັນຍາ ໃນພາລະກິດສຶກສາອົບຮົມ ແລະ ສ້າງຄົນໃຫ້ແກ່ປະເທດຊາດ ຫຼາຍໂຮງຮຽນຢູ່ພາຍໃນເມືອງຜາອຸດົມ ພ້ອມພຽງກັນສະເຫຼີມສະຫຼອງ ວັນຄູແຫ່ງຊາດ, ໃນນີ້ໂຮງຮຽນ ມສ ຜາອຸດົມ ເມືອງຜາອຸດົມ ແຂວງບໍ່ແກ້ວ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ( 7 ຕຸລາ 1994 – 7 ຕຸລາ 2026 )  ຂື້ນໃນຕອນເຊົ້າ ວັນທີ 7 ຕຸລາ 2026ນີ້, ຢູ່ທີ່ຫ້ອງປະຊຸມ ຂອງໂຮງຮຽນ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສົມນິດ ໄຊທະວົງສິດ ຮອງປະທານ ຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ອຸ່ນປະທຸມ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີທ່ານ ສົມຊາຍ ອິນທະວົງ ອຳນວຍການໂຮງຮຽນ ມສ ຜາອຸດົມ, ມີຄະນະອຳນວຍການ, ພະນັກງານໃນຂົງເຂດສຶກສາ, , ພະນັກງານ, ຄູ-ອາຈານ ອາວຸໂສບຳນານ ຕະຫຼອດຮອດນ້ອງນັກຮຽນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ພິທີ ທ່ານ ສົມຊາຍ ອິນທະວົງ ອຳນວຍການໂຮງຮຽນ ມສ ຜາອຸດົມ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ຄຸນຄ່າຂອງວັນຄູແຫ່ງຊາດ ພ້ອມທັງກ່າວເຖິງປະຫວັດຂອງ “ນາຍຄູຄຳ” ເຊິ່ງເປັນບຸກຄົນຮຸ່ນບຸກເບີກໃນວົງການຄູຂອງລາວ. ເນື້ອໃນດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນເຖິງຮາກຖານ ແລະ ຄຸນຄ່າຂອງອາຊີບຄູ, ທີ່ໄດ້ສືບທອດຈາກຄູຮຸ່ນກ່ອນ ມາສູ່ຄູຮຸ່ນປັດຈຸບັນ ໂດຍມີຫົວໃຈສຳຄັນຄື: ການອຸທິດຕົນໃຫ້ແກ່ການສຶກສາ ແລະ ການສ້າງຄົນ. ການສະເຫຼີມສະຫຼອງວັນຄູ ບໍ່ແມ່ນພຽງແຕ່ການລະນຶກເຖິງຄູ-ອາຈານ ແຕ່ຍັງເປັນໂອກາດສຳຄັນໃນການທົບທວນບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງວິຊາຊີບຄູ ຕໍ່ການພັດທະນາຄົນ ແລະ ສັງຄົມ. ຄູເປັນຜູ້ມີບົດບາດໂດຍກົງໃນການອົບຮົມສັ່ງສອນ, ຖ່າຍທອດຄວາມຮູ້, ຝຶກຝົນທັກສະ, ປູກຝັງຄຸນນະທຳ ແລະ ສ້າງຈິດສຳນຶກໃຫ້ແກ່ນັກຮຽນ ໃຫ້ເປັນພົນລະເມືອງທີ່ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດ ແລະ ມີຄວາມຮັບຜິດຊອບຕໍ່ຄອບຄົວ ໃນສັງຄົມ, ໃນສະພາບການສຶກສາປັດຈຸບັນ ບົດບາດຂອງຄູຍິ່ງມີຄວາມສຳຄັນ, ນອກຈາກການສິດສອນຕາມຫຼັກສູດແລ້ວ, ຄູຍັງຕ້ອງປັບຕົວໃຫ້ທັນກັບການປ່ຽນແປງ, ພັດທະນາວິທີການສອນ, ນຳໃຊ້ຄວາມຮູ້ ແລະ ທັກສະໃໝ່ໆ ເພື່ອຍົກສູງຄຸນນະພາບຜູ້ຮຽນ. ດັ່ງນັ້ນ ການສ້າງຄູໃຫ້ມີຄຸນນະພາບ, ມີຈັນຍາບັນວິຊາຊີບ ແລະ ຮັກອາຊີບ ຈຶ່ງເປັນປັດໃຈສຳຄັນຕໍ່ການຍົກສູງຄຸນນະພາບການສຶກສາ. ຈາກນັ້ນ ພິທີ ຍັງໄດ້ມອບໃບຍ້ອງຍໍ ຂອງແຂວງ, ຂອງເມືອງ ໃຫ້ກັບຄູ-ອາຈານ ມສ ຜາອຸດົມ ທີ່ມີຜົນງານໃນການປະກອບສ່ວນວຽກງານໄລຍະຜ່ານມາ ແລະ ຂອງຂວັນລະນຶກໃຫ້ກັບອະດີດອຳນວຍການໂຮງຮຽນ ພ້ອມທັງສະມາຄົມພໍ່ແມ່ນນັກຮຽນ, ມອບໃບຊົມເຊີຍຂອງອຳນວຍການໂຮງຮຽນ ມສ ຜາອຸດົມ ໃຫ້ກັບນ້ອງນັກຮຽນທີ່ຮຽນດີ, ຮຽນເກັງ ແລະ ນ້ອງນັກຮຽນທີ່ມີຜົນງານປະກອບສ່ວນວຽກງານຂະບວນການ ກິລາ ແລະ ສິລະປະວັນນະຄະດີ.

ຕອນທ້າຍພິທີ ໄດ້ຍັງໄດ້ຮັບຊົມການສະແດງສິລະປະ – ວັນນະຄະດີ ແລະການຫຼີ້ນກິດຈະກຳ ຈາກນນ້ອງນັກຮຽນ ຢ່າງຟົດຟື້ນມ່ວນຊື່ນ ບໍ່ວ່າຈະເປັນບົດຟ້ອນອວຍພອນວັນຄູ, ການຮ້ອງບົດເພງ ອວຍພອນສັນລະເສີນ ວັນຄູ ແລະ ການອ່ານກອນອວຍພອນວັນຄູ, ເພື່ອສະແດງຄວາມກັນຕະຍູ ກະຕະເວທີຕໍ່ພໍ່ແມ່ຄູ-ອາຈານ ຜູ້ເສຍສະຫຼະເຫື່ອແຮງ ແລະ ສະຕິປັນຍາ ໃນການອົບຮົມສັ່ງສອນອະນຸຊົນຮຸ່ນໜຸ່ມ ໃຫ້ກາຍເປັນພົນລະເມືອງດີຂອງຊາດ.

ຂ່າວ-ພາບ: ພອນສະຫວັນ ມະນີສີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa