

ພິທີປະກາດການບົ່ງຕົວແຕ່ງຕັ້ງຮອງເລຂາ ແລະ ກຳມະການໜ່ວຍພັກອົງການພັດທະນາ ແລະ ບໍລິຫານຕົວເມືອງ ແຂວງບໍ່ແກ້ວ ໄດ້ຈັດຂື້ນໃນວັນທີ 6 ຕຸລາ 2026 ນີ້ ໂດຍການເປັນປະທານ ຂອງສະຫາຍ ຂັນທອງ ທຳມະວົງ ຄະນະປະຈຳພັກແຂວງ ຮອງປະທານປົກຄອງແຂວງບໍ່ແກ້ວ, ມີສະຫາຍ ອຸ່ນແສງ ທູນອິນໃຈ ເລຂາໜ່ວຍພັກ ຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ແຂວງ, ມີບັນດາແຂກຖືເຊີນ ແລະ ສະມາຊິກພັກເຂົ້າຮ່ວມ.
ໃນພິທີຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານມະຕິຂອງຄະນະປະຈຳພັກແຂວງບໍ່ແກ້ວ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ສູນທະວີ ສີລິທຳ ກຳມະການໜ່ວຍພັກ ເປັນຮອງເລຂາໜ່ວຍພັກ ທັງເປັນຜູ້ເຮັດວຽກງານກວດກາໜ່ວຍພັກ ແລະ ສະຫາຍ ແກ່ນຈັນ ຍົງມະຫອມ ສະມາຊິກພັກ ເປັນກຳມະການໜ່ວຍພັກອົງການພັດທະນາ ແລະ ບໍລິຫານຕົວເມືອງ ແຂວງ.
ໂອກາດນີ້ສະຫາຍ ຂັນທອງ ທຳມະວົງ ຄະນະປະຈຳພັກແຂວງ ຮອງປະທານປົກຄອງແຂວງບໍ່ແກ້ວ ໄດ້ມອບມະຕິຕົກລົງ ໃຫ້ທັງສອງສະຫາຍ ເພື່ອເປັນການຢັ້ງຢືນການປະກາດບົ່ງຕົວແຕ່ງຕັ້ງຮອງເລຂາ ແລະ ກຳມະການໜ່ວຍພັກໃນຄັ້ງນີ້ ແລະ ພ້ອມທັງມີຄຳເຫັນເນັ້ນໜັກໃຫ້ບັດດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງຈົ່ງສືບຕໍ່ສ້າງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນເພື່ອໃຫ້ການຈັດຕັ້ງປະຕິບັດແຜນງານ ແລະ ມະຕິກອງປະຊຸມໃຫຍ່ບັນລຸຕາມຈຸດປະສົງທີ່ກໍານົດໄວ້, ຍົກສູງຄວາມຮັບຜິດຊອບ ແລະ ເປັນແບບຢ່າງນໍາໜ້າ, ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ແກ້ໄຂບັນຫາຫາງສຽງສັງຄົມ ໂດຍສະເພາະແມ່ນບັນຫາຂີ້ເຫຍື້ອໃນເທສະບານເມືອງຫ້ວຍຊາຍ, ເນັ້ນການປະຕິບັດວຽກງານວິຊາສະເພາະຕິດພັນກັບການກໍ່ສ້າງພັກ, ແກ້ໄຂຂໍ້ຄົງຄ້າງໃນໄລຍະຜ່ານມາທີ່ເກີດຈາກການຊີ້ນໍາ-ນໍາພາບໍ່ທັນທົ່ວເຖິງ, ເປັນເຈົ້າປັບປຸງແບບແຜນວິທີເຮັດວຽກ ໂດຍຖືເອົາຫຼັກການລວມສູນປະຊາທິປະໄຕ, ເມື່ອຕົກລົງເປັນໝູ່ຄະນະແລ້ວຕ້ອງປະຕິບັດໄປໃນລວງດຽວກັນ, ພ້ອມທັງສົ່ງເສີມອົງການຈັດຕັ້ງມະຫາຊົນໃຫ້ເຂັ້ມແຂງ, ເລຂາໜ່ວຍພັກຕ້ອງແບ່ງງານ ແລະ ມອບໝາຍຄວາມຮັບຜິດຊອບໃຫ້ຮອງເລຂາ ແລະ ຄະນະພັກໃໝ່ຢ່າງລະອຽດຈະແຈ້ງ, ເພື່ອໃຫ້ສາມາດຊີ້ນໍາ, ນໍາພາ ແລະ ຕິດຕາມກວດກາວຽກງານໄດ້ຢ່າງມີປະສິດທິຜົນ.
ຂ່າວ: ສາຍສະໝອນ ແກ້ວວິສິດ