ຫົວໜ້າ ຄອສພ ນໍາພາ 3 ອົງການຈັດຕັ້ງມະຫາຊົນ ໄດ້ມາພົບປະແລກປ່ຽນບົດຮຽນວຽກງານຢູ່ແຂວງບໍ່ແກ້ວ

ຫົວໜ້າ ຄອສພ ນໍາພາ 3 ອົງການຈັດຕັ້ງມະຫາຊົນ ໄດ້ມາພົບປະແລກປ່ຽນບົດຮຽນວຽກງານຢູ່ແຂວງບໍ່ແກ້ວ
ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມພັນລະຍາ, ມີທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າ ຄອສພ ຜູ້ຊີ້ນໍາ 3 ອົງ ການຈັດຕັ້ງມະຫາຊົນ ໄດ້ນໍາພາສະມາຊິກແມ່ຍິງ, ກຳມະບານ, ຊາວໜຸ່ມຈຳນວນ 65 ທ່ານ ມາເຄື່ອນໄຫວແລກປ່ຽນບົດຮຽນ ຢູ່ແຂວງບໍ່ແກ້ວ ໃນວັນທີ 9 ມີນານີ້ ທີ່ຫ້ອງວ່າການແຂວງບໍ່ແກ້ວ ເນື່ອງໃນໂອກາດວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ114 ປີ ໃຫ້ການຕ້ອນຮັບມີ ທ່ານ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ, ມີບັນດາຄະນະປະຈຳພັກແຂວງ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ທັງສອງຝ່າຍເຂົ້າຮ່ວມ.
ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິ ບັດວຽກງານຂອງແຂວງວ່າ: ແຂວງບໍ່ແກ້ວມີເນືໍ້ອທີ່ທັງໝົດ 6.196 ກິໂລຕາແມັດ, ມີຊາຍແດນຕິດກັບ 3 ແຂວງຂອງລາວ, ມີຊາຍແດນຕິດກັບແຂວງຊຽງຣາຍ ຣາຊະອານາຈັກໄທຍາວ 145 ກິໂລແມັດ, ຕິດກັບແຂວງທ່າຂີໍ້ເຫຼັກ ສະຫະພາບມຽນມາ ມີລວງຍາວ 98 ກິໂລແມັດ ປະກອບມີ 5 ເມືອງ, 248 ບ້ານ, 37.991 ຄອບຄົວ, ມີພົນລະເມືອງ 205.751 ຄົນ ຍິງ 101.954 ຄົນ, ມີ 13 ຊົນເຜົັ່າ, ຄວາມ ໜາແໜ້ນຂອງພົນລະ ເມືອງສະເລ່ຍ 33 ຄົນຕໍ່ 1 ກິໂລຕາແມັດ. ປີ 2023 ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບ 4,8%; ລວມຍອດຜະລິດ ຕະພັນພາຍໃນ GDP 3.715,28 ຕືໍ້ກີບ ທຽບໃສ່ແຜນການປະຕິບັດໄດ້ 99,48% ສະເລ່ຍລາຍຮັບ 967,33 ໂດລາຕໍ່ຄົນຕໍ່ປີ; ຈາກນັ້ນ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນໄດ້ລາຍງານການເຄືໍ່ອນໄຫວວຽກງານພົ້ນເດັ່ນໃນການຈັດຕັ້ງປະຕິບັດຜ່ານມາ ພ້ອມທັງແລກປ່ຽນບົດ ຮຽນຊຶ່ງກັນ ແລະ ກັນ.
ໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈເປັນຢ່າງສູງຕໍ່ທ່ານເຈົ້າແຂວງ ທີ່ອຳນວຍຄວາມສະດວກໃນການເດີນທາງມາເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນໃນຄັ້ງນີ້ ຊຶ່ງອົງການຈັດຕັ້ງມະ ຫາຊົນມີຄວາມສຳຄັນເປັນກະດູກສັນຫຼັງຂອງພັກ, ການມາເຄື່ອນໄຫວເທື່ອນີ້ ເພື່ອມາຢ້ຽມຢາມເບິ່ງບົດຮຽນການພັດທະນາແຂວງບໍ່ແກ້ວ ກໍຄືການພັດທະນາເຂດເສດຖະ ກິດພິເສດສາມຫຼ່ຽມຄຳ ເພື່ອຫັນປ່ຽນຈິນຕະນາ ການໃໝ່ ທັງເປັນການໂຄສະນາໃຫ້ສັງຄົມຮັບຮູ້ການພັດທະນາຂອງແຂວງຢ່າງກ້າວກະໂດດ, ການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດຂອງແຂວງເປັນໄປດ້ວຍດີ ເຊິ່ງມັນສະແດງໃຫ້ເຫັນເຖິງຄວາມກ້າວໜ້າໃນການພັດທະນາຂອງແຂວງບໍ່ແກ້ວ.
ຂ່າວ: ພູວັນ, ພາບ: ຄອສພ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa