34. ເມືອງຜາອຸດົມຮັບຮອງຜົນການກວດກາປະເມີນສະພາບພົ້ນທຸກ ແລະການພັດທະນາທ້າຍສະໄໝຕາມດໍາລັດ 348/ລບ ປະຈໍາປີ 2025 .

ວັນທີ 6 ກຸມພາ 2026.  ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມຮັບຮອງຜົນການກວດກາປະເມີນສະພາບພົ້ນທຸກ ແລະການພັດທະນາທ້າຍສະໄໝຕາມດໍາລັດ348/ລບ ປະຈໍາປີ 2025 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ກາງ ມະນີຫວ່າງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກ ເມືອງຜາອຸດົມ, ມີທ່ານ ປາລະມີ ສົນບຸດຕະເສນ ຮອງຫົວໜ້າພະແນກກະສິກໍາ ແລະສິ່ງແວດລ້ອມແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການກ່ຽວຂ້ອງ, ຄະນະຮັບຜິດຊອບການປະເມີນການພົ້ນຂັ້ນແຂວງ-ຂັ້ນເມືອງ, ພະນັກງານກໍ່ສ້າງຮາກຖານການເມືອງປະຈໍາກຸ່ມຈຸດສຸມ ເຂດບ້ານເປົ້າໝາຍພົ້ນທຸກເຂົ້າຮ່ວມ.

ກອງປະຊຸມ ທ່ານ ບຸນຍີ່ ຈັນທະບຸດ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະສິ່ງແວດລ້ອມເມືອງໄດ້ຜານຮ່າງບົດສະຫຼຸບການກວດກາປະເມີນ ສະພາບພົ້ນທຸກ ແລະການພັດທະນາ ທ້າຍສະໄໝຕາມດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະມາດຕະຖານພັດທະນາ ຂອງເມືອງຜາອຸດົມ ປະຈໍາປີ 2025 ເມືອງຜາອຸດົມມີ 12 ກຸ່ມບ້ານ, ມີຈຳນວນບ້ານທັງໝົດ 66 ບ້ານ ( ບ້ານໃຫຍ່ມີ 2 ບ້ານ, ຈຸດສຸມສ້າງເປັນຕົວເມືອງໃນຊົນນະບົດມີ 1 ບ້ານ ), ມີພົນລະເມືອງລາວທີ່ໄດ້ຮັບການປະເມີນ ແລະເກັບກໍາຂໍ້ມູນຕົວຈິງ ຕາມສໍາມະໂນຄົວທັງໝົດ 8.052 ຄອບຄົວ, ພົນລະເມືອງ 44.346 ຄົນ, ຍິງ 22.576 ຄົນ. ທຽບໃສ່ຂໍ້ມູນຕົວຕັ້ງປີ 2019 ຄອບຄົວເພີ່ມຂຶ້ນ 437 ຄອບຄົວ ເທົ່າກັບ 5,73%, ພົນລະເມືອງຫຼຸດລົງ 398 ຄົນ ເທົ່າກັບ 0,88%, ທົ່ວເມືອງ ມີຄອບຄົວພົ້ນທຸກ 4.962 ຄອບຄົວ ກວມ 61,62% ຂອງຄອບຄົວທັງໝົດທີ່ໄດ້ເກັບກໍາຂໍ້ມູນ ທຽບໃສ່ຂໍ້ມູນຕົວຕັ້ງປີ 2019 ( 3.707 ຄອບຄົວ ) ຄອບຄົວພົ້ນທຸກເພີ່ມຂຶ້ນ 1.255 ຄອບຄົວ ເທົ່າກັບ 33,85%, ທຽບໃສ່ແຜນການ 5 ປີ ແຕ່ປີ 2021-2025 ( 1.700 ຄອບຄົວ ) ປະຕິບັດໄດ້ 73,82%, ມີຈໍານວນພົນລະເມືອງພົ້ນທຸກທັງໝົດ 26.155 ຄົນ, ຍິງ 13.303 ຄົນ, ປະຈຸບັນເມືອງຜາອຸດົມ ມີຄອບຄົວທຸກຍາກທັງໝົດ 3.090 ຄອບຄົວ ກວມເອົາ 38,38%, ທຽບໃສ່ຂໍ້ມູນຕົວຕັ້ງປີ 2019 ( 3.908 ຄອບຄົວ ) ມີຄອບຄົວທຸກຍາກຫຼຸດລົງ 818 ຄອບຄົວ ເທົ່າກັບ 20,93%, ມີພົນລະເມືອງທຸກຍາກທັງໝົດ 18.191 ຄົນ, ຍິງ 9.273 ຄົນ, ຈໍານວນຄອບຄົວທຸກຍາກຢູ່ພາຍໃນເມືອງຜາອຸດົມ ສ່ວນຫຼາຍບໍ່ບັນລຸມາດຕະຖານທີ 1 ( ບໍ່ທັນມີເຮືອນຢູ່ອາໄສທີ່ແໜ້ນໜາປອດໄພ ), ມາດຕະຖານທີ່ 2 ( ບໍ່ທັນມີຊັບສິນ ແລະເຄື່ອງໃຊ້ຕ່າງໆ ທີ່ຈໍາເປັນສໍາຫຼັບການດໍາລົງຊີວິດ ແລະທໍາມາຫາກິນ, ຈໍານວນໜຶ່ງມີ ແຕ່ກໍ່ບໍ່ພຽງພໍ ) ແລະມາດຕະຖານທີ່ 3 ( ບໍ່ທັນມີອາຊີບ ແລະແຫຼ່ງລາຍຮັບໝັ້ນຄົງ ), ຄອບຄົວທຸກຍາກ ກວມເຖິງ 90% ຍັງຖືອາຊີບເຮັດໄຮ່ເປັນຕົ້ນຕໍ, ເມືອງຜາອຸດົມ ມີຄອບຄົວພັດທະນາ 3.020 ຄອບຄົວ ກວມເອົາ 37,51% ຂອງຄອບຄົວທັງໝົດທີ່ໄດ້ເກັບກໍາຂໍ້ມູນ, ທຽບໃສ່ຂໍ້ມູນຕົວຕັ້ງປີ 2019  ( 1.338 ຄອບຄົວ ) ມີຄອບຄົວພັດທະນາເພີ່ມຂຶ້ນ 1.682 ຄອບຄົວ ເທົ່າກັບ 125,71%, ທຽບໃສ່ແຜນການ 5 ປີ ແຕ່ປີ 2021-2025 ມີ           ( 3.500 ຄອບຄົວ ) ປະຕິບັດໄດ້ 48,05%, ມີພົນລະເມືອງພັດທະນາທັງໝົດ 15.033 ຄົນ, ຍິງ 7.558 ຄົນ, ຈາກນັ້ນຄະນະຮັບຜິດຊອບແຕ່ລະພາກສ່ວນໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບເພື່ອຊອກຫາຈຸດອ່ອນຂໍ້ຄົງຄ້າງ ແລະພ້ອມກັນຊອກຫາວິທີແກ້ໄຂຈຸດອ່ອນຂໍ້ຄົງຄ້າງເລົ່ານັ້ນໃຫ້ໝົດໄປ.

ກອງປະຊຸມ ຄະນະປະທານໄດ້ມີຄໍາເຫັນຊີ້ນໍາເພີ່ມເຕີມບາງບັນຫາໃຫ້ຄະນະຮັບຜິດຊອບໃນການລົງປະເມີນສະພາບພົ້ນທຸກ ແລະການພັດທະນາ ທ້າຍສະໄໝຕາມດໍາລັດ 348/ລບ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ເຊື່ອມຊຶມກໍາແໜ້ນສັ່ງແນະນໍາເລກທີ 03/ກມສພ, ກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະອາຊີບ ເລກທີ 45/ສພຊ, ດຳລັດເລກທີ 348/ລບ ແລະບົດແນະນຳເລກທີ 0830/ກປ ແລະບັນດານິຕິກຳທີ່ກ່ຽວຂ້ອງກັບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໃຫ້ເລິກເຊິ່ງຂຶ້ນຕື່ມ, ກຳນົດຄາດໝາຍ, ເປົ້າໝາຍ ແລະແຜນການພັດທະນາຊົນນະບົດ, ແກ້ໄຂ ຄວາມທຸກຍາກ ຂັ້ນຄອບຄົວ, ຂັ້ນບ້ານ ແລະຂັ້ນເມືອງ, ເຊັ່ນ ຈຸດ ສຸມສ້າງບ້ານພົ້ນທຸກ, ຈຸດສຸມສ້າງບ້ານພັດທະນາ, ຈຸດສຸມສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ, ຈຸດ ສຸມຈັດສັນພູມລຳເນົາ ແລະອາຊີບ ແລະການສ້າງເມືອງໃຫ້ກາຍເປັນເມືອງພົ້ນທຸກ, ການຈັດຕັ້ງປະຕິບັດຕົວຈິງ ຕ້ອງມີການຈັດຕັ້ງຮັບຜິດຊອບ, ມີກົນໄກ, ມີລະບຽບການປະສານງານ ທີ່ຖືກຕ້ອງສອດຄ່ອງ, ການເຄື່ອນໄຫວປະຕິບັດວຽກງານ ຕ້ອງມີຄວາມເປັນເອກະພາບ, ເປັນລະບົບຄົບຊຸດ, ມີຄວາມກົມກຽວ, ໄປລວງດຽວກັນ, ເຂົ້າສູ່ຈຸດສຸມ ແລະ ເຮັດໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ພາບ-ຂ່າວ: ໂສພາ ທິບພະວົງ.

ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa