
ວັນທີ 21 ຕຸລາ 2026 ນີ້, 4 ໜ່ວຍພັກຄື: ໜ່ວຍພັກສະຫະພັນກໍາມະບານ, ໜ່ວຍພັກອຸດສາຫະກໍາ ແລະ ການຄ້າ, ໜ່ວຍພັກສະຫະພັນແມ່ຍິງ ແລະ ໜ່ວຍພັກສະຫະພັນນັກຮົບເກົ່າເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ດໍາເນີນຊີວິດການເມືອງ, ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປະເມີນການປະຕິບັດວຽກງານ-ລັດຖະກອນ ປະຈໍາປີ 2026 ໂດຍການເປັນປະທານຂອງ ສະຫາຍ ຕຸ້ຍເພັດ ສົງຄາມ ກໍາມະການພັກເມືອງ ເລຂາໜ່ວຍພັກ ປະທານສະຫະພັນກໍາມະບານເມືອງ, ສະຫາຍ ນາງ ສາຍທອງ ອິນທະພອນ ກໍາມະການພັກເມືອງ ເລຂາໜ່ວຍພັກ ປະທານສະຫະພັນແມ່ຍິງເມືອງ, ນາງ ວັນ ເຈນຕະພູມ, ເລຂາໜ່ວຍພັກ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ແລະ ສະຫາຍ ພັທ ແສງທອງ ອ່າງມະໂນສີ ເລຂາໜ່ວຍພັກ ປະທານສະຫະພັນນັກຮົບເກົ່າເມືອງ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ຫຸມແກ້ວ ອ້ອຍແຂມທອງ ຮອງເລຂາຄະນະບໍລິການງານພັກເມືອງ ປະທານກວດກາພັກ-ລັດເມືອງ ຜູ້ຊີ້ນໍາຂົງເຂດພັກ-ພະນັກງານ, ສະຫາຍ ສີວິໄລ ສີຫາລາດ, ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ສະຫາຍ ນີລະພົບ ທອງສະຫວັດ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາວຽກງານຂົງເຂດອົງການຈັດຕັ້ງມະຫາຊົນ,ຜູ້ ມີບັນດາສະຫາຍຄະນະຮັບຜິດຊອບຂອງເມືອງ, ເລຂາ-ຮອງເລຂາໜ່ວຍພັກ, ຕະຫຼອດຮອດສະມາຊິກພັກເຂົ້າຮ່ວມ.
ກອງປະຊູມ ສະຫາຍເລຂາໜ່ວຍພັກ ໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາລວມຂອງໜ່ວຍພັກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ຈໍານວນໜຶ່ງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ທັງ 4 ໜ່ວຍພັກແມ່ນຂຶ້ນກັບອົງຄະນະພັກເມືອງ ໜ່ວຍພັກອຸດສາຫະກໍາ ແລະ ການຄ້າ ມີສະມາຊິກພັກ 17 ສະຫາຍ, ຍິງ 5 ສະຫາຍ, ໃນນັ້ນມີພະນັກງານ-ລັດຖະກອນທັງໝົດ 24 ທ່ານ, ຍິງ 6 ທ່ານ; ໜ່ວຍພັກສະຫະພັນກໍາມະບານ ມີສະມາຊິກພັກ 5 ສະຫາຍ, ຍິງ 2 ສະຫາຍ ໃນນັ້ນມີພະນັກງານ-ລັດຖະກອນ 5 ທ່ານ, ຍິງ 2 ທ່ານ; ໜ່ວຍພັກສະຫະພັນແມ່ຍິງ ມີສະມາຊິກພັກ 7 ສະຫາຍ, ຍິງ 7 ສະຫາຍ ໃນນັ້ນພະນັກງານ-ລັດຖະກອນ 7 ທ່ານ, ຍິງ 7 ທ່ານ ແລະ ໜ່ວຍພັກສະຫະພັນນັກຮົບເກົ່າ ມີສະມາຊິກພັກ 5 ສະຫາຍ, ຍິງ 1 ສະຫາຍ ຕະຫຼອດໄລຍະທີ່ຜ່ານມາທັງ 4 ໜ່ວຍພັກໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນການເປັນເສນາທິການໃຫ້ແກ່ອົງຄະນະພັກເມືອງ, ສະມາຊິກພັກແຕ່ລະສະຫາຍໄດ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັັດ, ມີຄວາມສາມັກຄີ ແລະ ມີຄວາມຕື່ນຕົວ ເປັນເຈົ້າການປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ຈາກນັ້ນຄະນະພັກ, ສະມາຊິກພັກແຕ່ລະສະຫາຍໄດ້ຂຶ້ນຜ່ານບົດລໍາຫຼວດຂອງຕົນເອງ ແລະ ໄດ້ຕໍານິຕິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ເພື່ອພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າ ເຮັດໃຫ້ສະມາຊິກ ກາຍເປັນສະມາຊິກພັກຜຸ້ທີດີເດັ່ນຂອງໜ່ວຍພັກ ໃນກອງປະຊຸມຮອງເລຂາໜ່ວຍພັກຍັງໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ທິດທາງແຜນການ ຕະຫຼອດໄລຍະທີ່ຜ່ານມາຄະນະພັກ, ສະມາຊິກພັກໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງ ພ້ອມທັງປະເມີນໃນແຕ່ລະດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນໍາພາ ແລະ ດ້ານນໍາພາປະຕີບັດໜ້າທີ່ການເມືອງ.
ໃນໂອກາດດ່ຽວກັນນີ້ຍັງໄດ້ຮັບຟັງການໂອ້ລົມຂອງຄະນະພັກຂັ້ນເທິງ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຍັງໃຫ້ຮູ້ອີ່ກຕື່ມວ່າ: ການດໍາເນີນຊີວິດການເມືອງ 1 ປີໃດຈະຕ້ອງມີການຕິດຕາມ, ກວດກາ, ຕໍານິສົ່ງຂ່າວ ແລະ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ເປັນເລື່ອງປົກກະຕິຂອງພັກ ທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດ ເພຶ່ອເປັນການປັບປຸງໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂ່ງ, ໜັກແໜ້ນ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກກໍ່ຄືບັນດາສະມາຊິກພັກທຸກສະຫາຍ ສຶບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານລັດຖະກອນ ທີ່ຢູ່ພາຍໃນຄວາມຮັບຜິດຊອບຂອງຕົນ ໃຫ້ເປັນປົກກະຕິຕໍ່ເນື່ອງ, ຈົ່ງພ້ອມກັນເປັນເຈົ້າການຮັກສາມູນເຊື້ອຄວາມສາມັກຄີ, ພ້ອມກັນເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ປະຕິບັດຕາມແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງແຕ່ລະໜ່ວຍພັກທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິງໃນຕໍ່ໜ້າ ເພື່ອເຮັດໃຫ້ໜ່ວຍພັກໄດ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ພາບ-ຂ່າວ: ອູ່ນຄໍາ ຂັນວາລິດ.