
ໃນຕອນເຊົ້າຂອງວັນທີ 22 ຕຸລາ 2026 ນີ້, ຢູ່ທີ່ສະໂມ ສອນໃຫຍ່ຂອງເມືອງ ປາກທາ ໄດ້ເປີດກອງປະຊຸມ ວຽກງານການເມືອງ-ແນວຄິດ 5 ປີ ທົ່ວເມືອງ ຄັ້ງທີ I ຂຶ້ນຢ່າງເປັນທາງການໂດຍການເປັນປະທານຂອງ ສະຫາຍ ສາລີ ວັນນະສານ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ພຸດສະຫວັນ ວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງ ບໍ່ແກ້ວ, ມີບັນດາຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ , ຫົວໜ້າ-ຮອງຫົວໜ້າຫ້ອງການ, ເລຂາຄະນະບໍລິຫານງານພັກ 4 ຕາແສງ, ເລຂາ, ຄະນະພັກຮາກຖານ, ສອງກອງບັນຊາການ ປກສ-ປກຊ ແລະ ພະນັກງານລັດຖະກອນອ້ອມຂ້າງ ທົ່ວເມືອງ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ນາງ ອິນທອງ ເລືອງສີຈັນທອງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ຜູ້ຊີ້ນໍາຂົງເຂດພັກ-ພະນັກງານ ໄດ້ຂຶ້ນຜ່ານ ບົດສະຫຼຸບວຽກງານການເມືອງ-ແນວຄິດ 5 ປີ ທົ່ວເມືອງ ປາກທາ (2021-2025) ເເລະ ທິດທາງເເຜນການ 5 ປີ (2026-2030).
ຈາກນັ້ນ, ສະຫາຍ ບຸນມີ ຈັນທະວົງ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຂຶ້ນຜ່ານ ວຽກງານ ຄະນະໂຄສະນາອົບຮົມ ໃນໄລຍະ 5 ປີ ທີ່ຂຶ້ນກັບຄວາມຮັບຜິດຊອບດັ່ງນີ້: ໃນໄລຍະ 5 ປີຜ່ານມາ ຄະນະໂຄສະນາອົບຮົມເມືອງກໍ່ໄດ້ເປັນເຈົ້າການສຸມທຸກສະຕິປັນຍາເຂົ້າໃນການກໍ່ສ້າງ ແລະ ຍົກລະດັບຄວາມຮູ້ທາງດ້ານການເມືອງເປັນຕົ້ນແມ່ນ: ເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຕ່າງໆ ຂອງພັກ – ລັດ, ເອົາ ໃຈໃສ່ການດໍາເນີນຊີວິດການເມືອງ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກ ຄະນະໂຄສະນາອົບຮົມເມືອງ, ມະຕິVIII ຂອງອົງຄະນະພັກເມືອງ ແລະ ມະຕິ XII ຂອງສູນກາງພັກ ເຊິ່ງເຮັດໃຫ້ພະນັກງານ-ລັດຖະກອນມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ທັງສາມາດຫມູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານຕາມການມອບຫມາຍຂອງພັກ-ລັດໄດ້ເປັນຢ່າງດີ. ພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມເມືອງ ແລະ ບັນດາຫ້ອງການໄດ້ມີຄວາມສາມັກຄີເປັນເອກະພາບກັນໃນທຸກວຽກງານ ແລະ ເປັນເອກະພາບກັບແນວທາງ-ນະໂຍບາຍຂອງພັກ, ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກຕາມທິດສັງຄົມນິຍົມ, ຄະນະພັກ-ສະມາຊິກພັກ – ພະນັກງານ ມີແນວຄິດອຸ່ນອຽງທຸ່ນທ່ຽງ, ມີຄວາມເຊື່ອຫມັ້ນຕໍ່ການ ຈັດຕັ້ງ, ບໍ່ມີແນວຄິດຄອນແຄນ, ຮູ້ໄດ້ມິດ – ສັດຕູຢ່າງຈະແຈ້ງ, ມີສະຕິສູງຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ການເສກສັນປັ້ນແຕ່ງ, ທັດສະນະທີ່ບິດເບືອນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ປະກົດການຫຍ້ໍທ້ໍຕ່າງໆຢູ່ໃນສັງຄົມ.
ນອກຈາກນັ້ນ, ສະຫາຍ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຍັງໄດ້ຜ່ານທິດທາງແຜນການ 2026-2030 ຂອງວຽກງານແນວຄິດ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບວຽກງານຕົວຈິງໃນສະເພາະໜ້າ ແລະ ຍາວນານອີກດ້ວຍ.
ກອງປະຊຸມດັ່ງກ່າວ, ສະຫາຍ ນາງ ອິນທອງ ເລືອງສີຈັນທອງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ຜູ້ຊີ້ນໍາຂົງເຂດພັກ-ພະນັກງານ ໄດ້ຂຶ້ນຜ່ານມະຕິ ກອງປະຊຸມການເມືອງເເນວຄິດ ຄັ້ງທີ II ທົ່ວເເຂວງບໍ່ເເກ້ວຕື່ມອີກ.
ໃນໂອກາດຕໍ່ມາ, ສະຫາຍ ປະທານກອງປະຊຸມໄດ້ສະເໜີ ຄໍາເຫັນເຈາະຈີ້ມກ່ຽວກັບວຽກງານການເມືອງ-ແນວຄິດ ໃຫ້ບັນດາຂົງເຂດວຽກງານທີ່ກ່ຽວຂ້ອງ ປະກອບຄໍາຄິເຫັນໃສ່ຢ່າງ ພາວະວິໃສ ກົງໄປກົງມາ ແລະ ດ້ວຍບັນຍາກາດທີ່ຟົດຟື້ນ ກ້ວຍຄວາມຮັບຜິດຊອບສູງຂອງຜູ້ແທນກອງປະຊຸມ.
ກອງປະຊຸມຍັງໄດ້ຮັບຟັງ ຄໍາເຫັນຂອງ ສະຫາຍ ບຸນພັດ ສີສົມບັດ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ແລະ ສະຫາຍ ຄໍາເຄື່ອງ ພົມວິສັກ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ເຊິ່ງທັງສອງສະຫາຍກໍໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ຊົມເຊີຍຕໍ່ ຄະນະໂຄສະນາອົບຮົມເມືອງທີ່ປະຕິບັດໜ້າທີ່ໄດ້ດີຕາມພາລະບົດບາດ ແລະ ເພິ່ນຍັງມີຄໍາແນະນໍາຕໍ່ວຽກງານການເມືອງ-ແນວຄິດດັ່ງນີ້: ໃຫ້ສືບຕໍ່ເອົາໃຈໃສ່ເຊື່ອມຊຶມ, ຜັນຂະຫຍາຍວຽກງານການເມືອງ-ແນວຄິດໃຫ້ເຖິງຖອງ, ເລິກເຊິ່ງ ໃນທຸກຂົງເຂດວຽກງານ, ສືບຕໍ່ເປັນເສນາທິການທາງດ້ານ ວຽກງານການເມືອງ-ແນວຄິດ, ເປັນຂົ້ວຕໍ່ໃນການເປັນແບບຢ່າງໃນວຽກງານການເມືອງ-ແນວຄິດສືບຕໍ່ໄປ.
ຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພຸດສະຫວັນ ວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງ ບໍ່ແກ້ວ ເຊິ່ງສະຫາຍກໍໄດ້ກ່າວວ່າ: ວຽກງານການເມືອງ-ແນວຄິດເປັນວຽກງານທີ່ສໍາຄັນຕໍ່ທຸກຂົງເຂດວຽກງານ. ຕ້ອງໄດ້ສືບຕໍ່ນໍາເອົາມະຕິ, ຄໍາສັ່ງ, ຄໍາແນະນໍາຂອງຂັ້ນເທິງໄປເຊື່ອມຊຶມ, ຜັນຂະຫຍາຍໃຫ້ຮາກຖານຢ່າງທົ່ວເຖິງ.
ຕອນທ້າຍກອງປະຊຸມ, ສະຫາຍ ສາລີ ວັນນະສານ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ ຜູ້ເຮັດວຽກງານການເມືອງ-ແນວຄິດໃນທົ່ວເມືອງ ສືບຕໍ່ເອົາໃຈໃສ່ ຈັດຕັ້ງ, ເຊື່ອມຊຶມ ແລະ ຜັນຂະຫຍາຍ ວຽກງານດັ່ງກ່າວ ໃຫ້ເລິກເຊິ່ງ, ເຖິງຖອງ.
#ພາບ-ຂ່າວ: ສອນຄີລີ ບຸນຍະຜົນ ຄະນະໂຄສະນາອົບຮົມເມືອງ.
#ກວດຂ່າວ: ນາງ ນົນທິດາ ແກ້ວກັນຍາ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ.