
ໃນຕອນເຊົ້າຂອງວັນທີ 21 ຕຸລາ 2026 ນີ້. ພະແນກກະສິກໍາ ແລະສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປຶກສາຫາລື ແລະວາງແຜນການຈັດຕັ້ງປະຕິບັດໂຄງການຄວບຄຸມ ແລະຕ້ານການລະບາດຂອງພະຍາດສັດໃຫຍ່ຢູ່ ສປປ ລາວ ຮ່ວມກັບຫ້ອງການກະສິກໍາ ແລະສິ່ງແວດລ້ອມເມືອງຜາອຸດົມ ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະສິ່ງແວດລ້ອມ ເມືອງຜາອຸດົມ. ໂດຍການເຂົ້າຮ່ວມຂອງທ່ານ ຈິດຕະພົງ ສີລິປັນຍາ ຮອງຫົວໜ້າພະແນກກະສິກໍາ ແລະສິ່ງແວດລ້ອມ ແຂວງ, ມີທ່ານ ບຸນຍີ່ ຈັນທະບຸດ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະສິ່ງແວດລ້ອມ ເມືອງຜາອຸດົມ, ມີຂະແໜງການລ້ຽງສັດ ແລະການປະມົງຂັ້ນແຂວງ, ໜ່ວຍງານລ້ຽງສັດ ແລະການປະມົງຂັ້ນເມືອງ, ຜູ້ປະກອບການກິດຈະການລ້ຽງສັດ-ຊື້ຂາຍສັດ-ນໍາເຂົ້າ-ສົ່ງອອກສັດໃຫຍ່ ແລະຜູ້ປະກອບການຂ້າສັດ-ຂາຍຊີ້ນຢູ່ພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມ ຄະນະຮັບຜິດຊອບຂັ້ນແຂວງ ໄດ້ເຜີຍແຜ່ເອກະສານສັນຍາຮ່ວມມືດ້ານວິຊາການ ວ່າດ້ວຍການຄວບຄຸມ ແລະຕ້ານ ການລະບາດຂອງພະຍາດສັດໃຫຍ່ຢູ່ ສປປ ລາວ ລະຫວ່າງກະຊວງ ກະສິກຳ ແລະສິ່ງແວດລ້ອມ ແລະບໍລິສັດລັດລວມສູນຜະລິດຕະ ພັນສິນຄ້າກະສິກຳລາວ ແລະຂົນສົ່ງ, ແຈ້ງການ ການຈັດຕັ້ງປະຕິບັດໂຄງການຄວບຄຸມ ແລະຕ້ານ ການລະບາດຂອງພະຍາດສັດໃຫຍ່ ຢູ່ ສປປ ລາວ ເລກທີ 0520/ກສ, ລົງວັນທີ 06/2/2026, ປະຫວັດຄວາມເປັນມາຂອງໂຄງການຄວບຄຸມ ແລະຕ້ານການລະບາດຂອງພະຍາດສັດໃຫຍ່ຢູ່ ສປປ ລາວ, ໜັງສືແຈ້ງ ໂຄງສ້າງລາຄາການບໍລິການ ສັກຢາກັນພະຍາດ ແລະການຂຶ້ນທະບຽນພິມສັດຂອງ ໂຄງການຄວບຄຸມ ແລະຕ້ານ ການລະບາດຂອລພະຍາດສັດໃຫຍ່ຢູ່ ສປປ ລາວ, ລະບຽບການຄຸ້ມຄອງ ແລະນໍາໃຊ້ອຸປະກອນໂຄງການຄວບຄຸມ ແລະ ຕ້ານການລະບາດຂອລພະຍາດສັດໃຫຍ່ຢູ່ ສປປລາວ, ບົດນໍາສະເໜີ ໂຄງການຄວບຄຸມ ແລະຕ້ານການລະບາດຂອງ ພະຍາດສັດໃຫຍ່ຢູ່ ສປປລາວ, ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະກັນລະຫວ່າງຄະນະຮັບຜິດຊອບຂັ້ນແຂວງກັບຄະນະຮັບຜິດຊອບຂັ້ນເມືອງ ແລະຜູ້ປະກອບການລ້ຽງສັດ-ນໍາເຂົ້າ-ສົ່ງອອກປະເພດສັດໃຫຍ່ຢູ່ພາຍໃນເມືອງຜາອຸດົມໃຫ້ມີຄວາມເຂົ້າໃຈໃນການປະກອບເອກະສານດ້ານຕ່າງໆກ່ຽວກັບສັດໃຫ້ມີຄວາມຖືກຕ້ອງ ແລະເປັນເອກະພາບກັນລະຫວ່າງພາກລັດກັບຜູ້ປະກອບການເຮັດໃຫ້ໄດ້ຮັບຜົນປະໂຫຍດຮ່ວມກັນໂດຍຖືກຕ້ອງກັບລະບຽບກົດໝາຍຂອງກົມລ້ຽງສັດ ແລະການປະມົງວາງອອກ ແລະໃຫ້ໄດ້ຮັບຜົນດີ.
ໂອກາດນີ້, ທ່ານ ຈິດຕະພົງ ສີລິປັນຍາ ຮອງຫົວໜ້າພະແນກກະສິກໍາ ແລະສິ່ງແວດລ້ອມ ແຂວງ ໄດ້ມີຄໍາເຫັນຕໍ່ກອງປະຊຸມເຊິ່ງທ່ານໄດ້ເນັ້ນໜັກໃຫ້ບັນດາທ່ານ ຖືສໍາຄັນໂຄງການນີ້ເປັນໂຄງການລະດັບຊາດ ແລະເປັນໂຄງການຮ່ວມມືດ້ານວິຊາການລະຫວ່າງກົມລ້ຽງສັດ ແລະການປະມົງ ແລະບໍລິສັດລັດວິສາຫະກິດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງ, ມອບໃຫ້ພາກສ່ວນກ່ຽວຂ້ອງຂອງເມືອງຊີ້ນໍາຫ້ອງການກະສິກໍາ ແລະສິ່ງແວດລ້ອມເມືອງຜູ້ປະກອບການພາຍໃນເມືອງຈົ່ງພ້ອມກັນໃຫ້ຄວາມຮ່ວມມືເປັນເຈົ້າການໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໜ່ວຍງານລ້ຽງສັດ ແລະການປະມົງຕ້ອງໄດ້ເອົາໃຈໃສ່ໃນການຕິດຕາມ, ກວດກາ ແລະໃຫ້ຄໍາປຶກສາດ້ານວິຊາການຊ່ວຍເຫຼືອໃຫ້ຜູ້ປະກອບການດໍາເນີນກິດຈະການໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະລະດັບຄາດໝາຍຂອງໂຄງການທີ່ວາງໄວ້.
ພາບ-ຂ່າວ: ໂສພາ ທິບພະວົງ. ວິຊາການຂ່າວຄະນະໂຄສະນາອົບຮົມເມືອງຜາອຸດົມ.