
ວັນທີ 24 ຕຸລາ 2026ນີ້ ອຳນາດການປົກຄອງບ້ານ ຜາອຸດົມ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຂອງບ້ານ ໄດ້ພ້ອມກັນ ປັບປຸງຕິດຕັ້ງເສົາໂທລະໂຄ່ງຂອງບ້ານຄືນໃໝ່ ໂດຍການນຳພາຂອງຄະນະບ້ານພ້ອມດ້ວຍຄະນະຊາວໜຸ່ມບ້ານຕະຫຼອດຮອດອົງການຈັດຕັ້ງທີ່ກ່ຽວຂ້ອງເຂົ້າຮ່ວມ
ການປັບປຸງຕິດຕັ້ງເສົາໂທລະໂຄ່ງຂອງບ້ານຄືນໃໝ່ຄັ້ງນີ້: ແມ່ນໄດ້ພ້ອມກັນຈອດເສົາກົມຍາວ12ແມັດ ແລະສ້ອມແປງໂທລະໂຄ່ງຄືນໃໝ່ຈຳນວນ 5 ຊຸດ ທັງນີ້ເພື່ອເປັນການຈັດຕັ້ງປະຕິບັດຕາມແຜນວຽກຂອງບ້ານທີ່ໄດ້ວາງໄວ້, ເພື່ອເຮັດໃຫ້ບ້ານມີລະບົບໂທລະໂຄ່ງທີ່ດີ, ເປັນການ ພັດທະນາພື້ນຖານໂຄງລ່າງຂອງບ້ານເຮັດໃຫ້ປະຊາຊົນມີຄວາມຮູ້ຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ພ້ອມກັນອະນຸລັກປົກປັກຮັກສາມູນເຊື້ອວັດທະນະທຳ ແລະ ຮັກສາຮິດຄອງປະເພນີອັນດີງາມຂອງຊາດກໍຄືຂອງ ປະຊາຊົນລາວບັນດາເຜົ່າແລະຂອງບ້ານໄວ້ໃຫ້ໝັ້ນຄົງ, ສ້າງຄວາມສາມັກຄີ ເປັນປຶກແຜ່ນ ເພື່ອເຮັດໃຫ້ບຸກຄົນ,ຄອບຄົວແລະບ້ານໄດ້ຮັບຮູ້ ຂໍ້ມູນຂ່າວສານຕ່າງໆທາງດ້ານວັດທະນະທຳ,ການພັດທະນາເສດຖະກິດ-ສັງຄົມ, ຂ່າວສານເຫດບ້ານການເມືອງຮອບດ້ານ ແລະເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມພ້ອມໃນການຈັດຕັ້ງປະຕິບັດມະຕິ, ຄຳສັ່ງ ແລະ ແຈ້ງການຕ່າງໆຈາກຂັ້ນເທີງຢ່າງເລິກ ເຊິ່ງກວ້າງຂວາງ ໂດຍຜ່ານການໂຄສະນາເຜີຍແຜ່ທາງໂທລະ ໂຄ່ງພາຍໃນບ້ານ.
ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ