ກອງບັນຊາການທະຫານແຂວງບໍ່ແກ້ວ ປະກາດການຈັດຕັ້ງນຳພາ-ບັນຊາ ຂັ້ນພະແນກການ ຄະນະບັນຊາກອງຮ້ອຍ.

ພິທີ ປະກາດແຕ່ງຕັ້ງຕຳແໜ່ງງານ ໃຫ້ນາຍ ແລະ ພົນທະຫານ. ໄດ້ຈັດຂື້ນໃນວັນທີ 22ຕຸລາ 2026 ນີ້, ຢູ່ທີ່ ສະໂມສອນກອງບັນຊາການທະຫານແຂວງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີ ຄະນະພັກ-ຄະນະບັນຊາ 7 ຫ້ອງ, ພະແນກການ, 5 ກອງບັນຊາການເມືອງ, 3 ກອງພັນ,ໂຮງຮຽນ, ໂຮງໝໍ, ກອງຮ້ອຍເອກະລາດ, ຕະຫຼອດຮອດ ພະນັກງານຫຼັກແຫຼ່ງຈາກບັນດາກົມກອງ ອ້ອມຂ້າງເຂົ້າຮ່ວມ.

ສະຫາຍ ພັນໂທ ຄຳພັນ ວິລະສັກ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະປະຈຳພັກກອງບັນຊາການທະຫານແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ,ຄະນະໜ່ວຍພັກ ທີ່ຂຶ້ນກັບກອງບັນຊາການທະຫານແຂວງບໍ່ແກ້ວ ຕົກລົງແຕ່ງຕັ້ງ: ສະຫາຍ ພັນຕີ ຄຳວຽງ ແກ້ວດີ ເປັນເລຂາໜ່ວຍພັກ 1 ກອງພັນນ້ອຍ 419,ສະຫາຍ ພັນຕີ ຄຳດີ ແຈ້ງສະຫວ່າງ ເປັນຮອງເລຂາໜ່ວຍພັກ 4 ກອງພັນນ້ອຍ 419, ສະຫາຍ ພັນຕີ ຄຳສິງ ແກ້ວມະນີ ເປັນຮອງເລຂາໜ່ວຍພັກ 2 ກອງພັນນ້ອຍ 419, ສະຫາຍ ພັນ ຕີ ຄຳດີ ໄຊຍະເກດ ເປັນກຳມະການໜ່ວຍພັກ 2 ກອງພັນນ້ອຍ 419, ສະຫາຍ ພັນຕີ ເທບສະ  ໜອນ ສອນຍະລາດ ເປັນເລຂາໜ່ວຍພັກກອງຮ້ອຍ 14,ສະຫາຍ ພັນຕີ ແສງປອຍ ຈັນທະຄາດ ເປັນກຳມະການໜ່ວຍພັກ1 ໂຮງຮຽນການທະຫານທ້ອງຖິ່ນ, ສະຫາຍ ພັນຕີ ແສງ ວິໄລສັກ ເປັນກຳມະການໜ່ວຍພັກ 2 ໂຮງໝໍທະຫານ, ສະຫາຍ ພັນຕີ ໃຈສະໝຸດ ສີວິໄລ ເປັນເລຂາໜ່ວຍພັກກອງຮ້ອຍ 15,ສະຫາຍ ພັນຕີ ສົມຊາຍ ເພັດສະໝອນ ເປັນເລຂາໜ່ວຍພັກກອງຮ້ອຍ 15,ສະຫາຍ ຮ້ອຍເອກ ຄຳເພັດ ໄມທະວົງ ເປັນກຳມະການໜ່ວຍພັກ ກອງຮ້ອຍ 15. ຈາກນັ້ນ ສະຫາຍ ພັນໂທ ມານິດ ຈັນສີ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ, ຂັ້ນພະແນກການ,ຄະນະກອງຮ້ອຍ,ຊ່ວຍວຽກພະແນກ ແລະ ຂັ້ນໝວດໝູ່ ບັນດາກົມກົມກອງ ຂຶ້ນກັບ ກອງບັນຊາການທະຫານແຂວງບໍ່ແກ້ວ ຕົກລົງແຕ່ງຕັ້ງ: ສະຫາຍ ພັນໂທ ບຸນມັງ ສີນາວາ ເປັນຫົວໜ້າພະແນກບໍລິຫານ ກອງບັນຊາການທະຫານເມືືອງຕົ້ນເຜີ້ງ,ສະຫາຍ ພັນໂທ ອຳພອນ ວິໄລສັກ ເປັນຮັກສາການຮອງຫົວໜ້າພະແນກເສນາຮັກ ໂຮງໝໍທະຫານ,ສະຫາຍ ພັນໂທ ຈອມແສງ ຈັນທະວົງ ເປັນຫົວໜ້າຂະແໜງນະໂຍບາຍ ກອງບັນຊາການທະຫານເມືອງຫ້ວຍຊາຍ,ສະຫາຍ ພັນຕີ ນາງ ນ້ອຍ ຈາງຍວນລີ ເປັນຫົວໜ້າຂະ ແໜງສື່ສານ ກອງບັນຊາການທະຫານເມືອງຫ້ວຍຊາຍ,ສະຫາຍ ພັນໂທ ຄຳດີ ຜຸຍດາວວຽງ ເປັນຫົວໜ້າຂະແໜງໂຄສະນາອົບຮົມ ກອງບັນຊາການທະຫານເມືອງຫ້ວຍຊາຍ,ສະຫາຍ ພັນຕີ ອານຸສອນ ພາມີໄຊ ເປັນຫົວໜ້າຂະແໜງສູ້ຮົບ ກອງບັນຊາການທະຫານເມືອງເມິງ ແລະ ຍັງຕຳແໜ່ງງານອີກຈຳນວນໜຶ່ງ.

ທ້າຍພິທີ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ປະທານທານພິທີໄດ້ໂອ້ລົມກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍ, ເນັ້ນໜັກຜູ້ໄດ້ຮັບໜ້າທີ່ໃໝ່ ຕ້ອງເປັນເຈົ້າການໃນການປັບປຸງໜ້າທີ່ວຽກງານ, ຍົກສູງຄວາມຮັບຜິດຊອບເຊື່ອມຊຶມບັນດາມະຕິຕ່າງໆຂອງພັກຂອງລັດ, ເຝິກຝົນຫຼໍ່ຫຼອມຕົນເອງ, ຊອກຮູ້ຮໍ່າຮຽນ, ດຸໝັ່ນຂະຫຍັນພຽນ ເພິ່ງຕົນ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນແບບຢ່າງນຳໜ້າໃຫ້ມະຫາຊົນໃນທຸກຂະບວນການ, ຕ້ອງມີຄຸນທາດການເມືອງໜັກ    ແໜ້ນ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ຍົກສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດ, ຮັກສາໄດ້ຄວາມສາມັກຄີ ເພື່ອພ້ອມກັນປັບປຸງກໍ່ສ້າງກົມກອງ ໃຫ້ມີບາດກ້າວ  ໃໝ່ເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ.

ຂ່າວ: ນາງ ນີ່ ທຳມະວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa