ຄະນະພັກຮາກຖານຕາແສງນໍ້າຍູ້ ເມືອງ ເມິງ ໄດ້ເປີດກອງປະຊຸມ ປະຈຳໄຕມາດ III ແລະ ທິດທາງແຜນການ ປະຈຳໄຕມາດ IV ປີ 2026.

ວັນທີ 12 ຕຸລາ 2026 ຜ່ານມານີ້, ຢູ່ທີ່ຫ້ອງການຄະນະກຳມະການປົກຄອງຕາແສງ ນ້ຳຍູ້  ໄດ້ເປີດກອງປະຊຸມ ປະຈຳໄຕມາດ III ແລະ ທິດທາງແຜນການ ປະຈຳໄຕມາດ IV ປີ 2026 ໂດຍການເປັນປະທານ ຂອງທ່ານ ຄຳເປົາ ແກ້ວພັນທອງ ກໍາມະການພັກເມືອງ, ປະທານຄະນະກຳມະການປົກຄອງຕາແສງ ນ້ຳຍູ້, ເປັນປະທານຮ່ວມ ຂອງທ່ານ ສີວິໄລ ສີຫາລາດ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ມີເລຂາ-ຮອງເລຂາໜ່ວຍພັກອ້ອມຂ້າງ, ມີພະນັກງານ, ທະຫານ-ຕຳຫຼວດ ແລະ ປະທານ-ຮອງປະທານປົກຄອງບ້ານພາຍໃນກຸ່ມເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ຄຳເປົາ ແກ້ວພັນທອງ ກໍາມະການພັກເມືອງ, ປະທານຄະນະກຳມະການປົກຄອງຕາແສງ ນ້ຳຍູ້, ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ, ທ່ານ ສຸກັນ ຈິດມະນີ ຮອງປະທານຄະນະກຳມະການປົກຄອງຕາແສງ ນ້ຳຍູ້ ໄດ້ຜ່ານຮ່າງບົດສະຫຼຸບທັງສອງພາກ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ 3 ເດືອນ (7,8,9)  ແລະ ວາງທິດທາງແຜນການ 3 ເດືອນ (10,11,12) ປີ 2026, ທ່ານ ສົມຈິດ ໄຊທະສັກ ຮອງປະທານຄະນະກຳມະການປົກຄອງຕາແສງ ນ້ຳຍູ້ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 292/ຄປມ.ມມ, ລົງວັນທີ 2/9/2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຂຶ້ນບັນຊີ, ເກັບກູ້, ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ຢູ່ໃນຂອບເຂດທົ່ວເມືອງເມິງ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງໄພພິບັດ ພາຍໃນຕາແສງ ນ້ຳຍູ້ ແລະ ຂໍ້ຕົກລົງ ສະບັບເລກທີ 257/ຄປມ.ມມ, ລົງວັນທີ 14/8/2026 ວ່າດ້ວຍການຈັດແບ່ງເປີເຊັນການຄຸ້ມຄອງ ນ້ຳຢາງພາລາ ພາຍໃນເມືອງເມິງ. ທ່ານ ຄຳໝັ້ນ ແກ້ວພົມພາ ໜ່ວຍງານເສດຖະກິດ-ການເງິນ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 532/ຈຂ.ບກ, ລົງວັນທີ 2/6/2023 ວ່າດ້ວຍການຄຸ້ມຄອງ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດ ລະບຽບກົດໝາຍ ໃນຂົງເຂດກະສິກຳ-ປ່າໄມ້, ທ່ານ ມີໄຊ ມູນກະສິງ ໜ່ວຍງານບໍລິຫານ-ປົກຄອງ ໄດ້ຜ່ານຄຳແນະນຳ ຂອງຄະນະສູນກາງພັກ ເລກທີ 636/ຄຈສພ, ລົງວັນທີ 29/9/2026 ກ່ຽວກັບການນຳໃຊ້ຕາປະທັບບ້ານ ແລະ ທ່ານ ນາງ ຫຼ້າຍອດ ສໍພາບມີໄຊ ໜ່ວຍງານວັດທະນະທຳ-ສັງຄົມ ໄດ້ຜ່ານແຈ້ງການ ເລກທີ 268/ຫວມ.ມມ, ລົງວັນທີ 14 ສິງຫາ 2026 ເລື່ອງການປຸກລະດົມປະກອບສ່ວນພັນທະທາງດ້ານງົບປະມານ ເຂົ້າໃນການຈັດພິທີກຳຍົກຍ້າຍ ແລະ ກໍ່ສ້າງປ່າຊ້າລວມ ຂອງເມືອງ. ຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດຄຳເຫັນແລກປ່ຽນ ຕໍ່ກັບຮ່າງບົດສະຫຼຸບທັງສອງພາກ ແລະ ບັນດານິຕິກຳຕ່າງໆ ທີ່ໄດ້ຜ່ານໄປແລ້ວນັ້ນ ຢ່າງກົງໄປກົງມາ. ຈາກນັ້ນ, ຕາງໜ້າຄະນະຈັດຕັ້ງເມືອງ ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ເລກທີ 181/ຄປພຂ, ລົງວັນທີ 5/3/2026 ວ່າດ້ວຍການອະນຸມັດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ພ້ອມທັງມອບ-ຮັບໃບຢັ້ງຢືນ.

ໃນຕອນທ້າຍກອງປະຊຸມ ທ່ານ ສີວິໄລ ສີຫາລາດ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກຄື: ສືບຕໍ່ນໍາພາສືກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ, ໂດຍການຈັດຕັ້ງເຜີຍແຜ່ບັນດາແນວທາງຂອງພັກ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ ເປັນປົກກະຕິ; ນໍາພາ-ຊີ້ນໍາການເຄື່ອນໄຫວຕາມແຜນການທີ່ໄດ້ວາງອອກ;  ເພີ່ມທະວີຄວາມສາມັກຄີເປັນເອກະພາບ ແລະ ສືບຕໍ່ປັບປຸງແບບແຜນນໍາພາ-ວິທີເຮັດວຽກໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນທ້ອງຖິ່ນ ບົນພື້ນຖານການປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ; ເອົາໃຈໃສ່ເຮັດວຽກງານກໍ່ສ້າງພັກໃຫ້ປອດໄສ, ເຂັ້ມແຂງ, ໜັກແໜ້ນ; ສືບຕໍ່ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ນັບມື້ ນັບດີຂຶ້ນເທື່ອລະກ້າວ.

ພາບ-ຂໍ້ມູນ: ມີໄຊ ມູນກະສິງ ຕາແສງນ້ຳຍູ້

ຂ່າວ: ສ່ອງແກ້ວ ທຳມະວົງ

ກວດແກ້: ອຸ່ນຄຳ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa