
ໃນຕອນເຊົ້າຂອງວັນທີ 16 ຕຸລາ 2026 ນີ້, ກອງຮ້ອຍທະຫານຊາຍແດນ 122 ບ້ານ ມອມ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ປາຖະກະຖາວັນສາ້ງຕັ້ງເຫຼົ້າຮົບທະຫານຊາຍແດນ. ຄົບຮອບ 14 ປີ ( 22 ຕຸລາ 2012 – 22 ຕຸລາ 2026 ). ຢູ່ທີ່ສະໂມສອນຂອງກອງຮ້ອຍ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນນອງ ອະໄພ ຫົວໜ້າຫ້ອງຊາຍແດນ ມີຄະນະພັກ – ຄະນະບັນຊາກອງຮ້ອຍ ຕະຫຼອດຮອດ ພະນັກງານ – ນັກຮົບ ທົ່ວກອງຮ້ອຍເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນນອງ ອະໄພ ຫົວໜ້າຫ້ອງຊາຍແດນ ໄດ້ເຜີຍແຜ່ເອກະສານ ວັນສາ້ງຕັ້ງເຫຼົ້າຮົບທະຫານຊາຍແດນ. ຄົບຮອບ 14 ປີ ( 22 ຕຸລາ 2012 – 22 ຕຸລາ 2026 ).ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ,ການຄຸ້ມຄອງ, ປ້ອງກັນຊາຍແດນ ແຫ່ງຊາດແມ່ນໜ້າທີ່ການເມືອງສຸດທີ່ມີຄວາມໝາຍສໍາຄັນ ຕໍ່ບັນຫາຄວາມໝັ້ນຄົງຂອງຊາດ, ສະຖຽນລະພາບທາງດ້ານການເມືອງ, ເປັນປັດໃຈທີ່ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ຄຸ້ມຄອງປ້ອງກັນຊາຍແດນແຫ່ງຊາດ ແມ່ນໜ້າທີ່ຂອງທົ່ວພັກ, ທົ່ວລັດ, ທຸກອົງການຈັດຕັ້ງ ແລະ ທົ່ວປວງຊົນລາວທັງຊາດ, ໂດຍແມ່ນທະຫານຊາຍແດນເປັນກໍາລັງຫຼັກແຫຼ່ງຕົ້ນຕໍ ແລະ ເປັນໜ້າວຽກທີ່ສໍາຄັນເປັນວຽກປົກກະຕິຕໍ່ເນື່ອງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນໜ້າທີ່ການເມືອງ ທີ່ພັກ-ລັດ ຖືເປັນສໍາຄັນ, ສະນັ້ນ ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ໃນປີ 1975 ເປັນຕົ້ນມາ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ເປີດກອງປະຊຸມເອກະພາບກ່ຽວກັບໜ້າທີ່ຄຸ້ມຄອງ, ປ້ອງກັນຊາຍແດນ, ໃນນີ້ໄດ້ມອບໝາຍໜ້າທີ່ໃຫ້ກໍາລັງທະຫານເມືອງ ແລະ ກໍາລັງກອງຫຼອນບ້ານລຽບຕາມຊາຍແດນ ເປັນຜູ້ຄຸ້ມຄອງ, ປ້ອງກັນ ປີ 2012 ກົມໃຫຍ່ເສນາທິການກອງທັບ ໄດ້ອອກຂໍ້ຕົກລົງວ່າດ້ວຍການໂອນກໍາລັງກອງຮ້ອຍທະຫານຊາຍແດນ ຈາກກອງບັນຊາການທະຫານເມືອງ ມາເປັນກອງຮ້ອຍທະຫານຊາຍແດນ ຂຶ້ນກັບກອງບັນຊາການທະຫານນະຄອນຫຼວງ-ແຂວງ ລວມທັງໝົດທົ່ວປະເທດມີຢູ່ 72 ກອງຮ້ອຍທະຫານຊາຍແດນ ແລະ ໃນປີດຽວກັນນັ້ນ ກະຊວງປ້ອງກັນປະເທດໄດ້ອອກຂໍ້ຕົກລົງ ແລະ ໄດ້ກໍານົດເອົາວັນທີ 22 ຕຸລາ 2012 ເປັນວັນສ້າງຕັ້ງກໍາລັງທະຫານຊາຍແດນ ກອງທັບປະຊາຊົນລາວ ທະຫານຊາຍແດນ ຍາມໃດກໍ່ບໍ່ຢຸດຢັ້ງໃນການປັບປຸງ ພັດທະນາກໍາລັງເຫຼົ່າຮົບ ໃຫ້ມີຄວາມໜັກ ແໜ້ນ, ເຂັ້ມແຂງ, ມີຄວາມຮູ້ຄວາມສາມາດພຽງພໍ, ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ແລະ ສະພາບການໃນໄລຍະໃໝ່ ໃຫ້ສົມພັກ-ລັດ ແລະ ປະຊາຊົນໃຫ້ຄວາມເຊື່ອໝັ້ນ ໃນການເປັນກໍາລັງຫຼັກແຫຼ່ງຕົ້ນຕໍ ແລະ ເປັນເສນາທິການ ໃຫ້ແກ່ກະຊວງປ້ອງກັນປະເທດ ໃນການເຮັດໜ້າທີ່ຄຸ້ມຄອງ, ປ້ອງກັນຊາຍແດນແຫ່ງຊາດ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຕາມບໍລິເວນຊາຍແດນ. ຫຼັງຈາກປາຖະກະຖາແລ້ວກໍໄດ້ສ້າງຂະບວນການເຕະບານ ລະຫວ່າງ ທີມກອງຮ້ອຍທະຫານຊາຍແດນ 122 ແລະ ທີມຫ້ອງທະຫານຊາຍແດນ ເຊິ່ງບັນຍາກາດໃນການສ້າງຂະບວນການເຕັມໄປດ້ວຍຄວາມເບີກບານ ຟົດຟື້ນມ່ວນຊື່ນ.
ຂ່າວ: ນີ່ ທຳມະວົງ.