






ຕອນເຊົ້າຂອງວັນທີ 13 ຕຸລາ 2026 ຜ່ານມານີ້. ຢູ່ທີ່ກອງບັນຊາການ ປກສ ເມືອງເມິງ ແຂວງບໍ່ແກ້ວ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ພົບປະໂອ້ລົມຄະນະພັກຄະນະນໍາກອງບັນຊາການ ປກສ ເມືອງເມິງ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ພັອ ຄໍານຽນ ສີສຸດອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ, ມີບັນດາຄະນະພັກຄະນະນໍາກອງບັນຊາການ ປກສ ເມືອງ ແລະ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດພາຍໃນກອງບັນຊາການ ປກສ ທົ່ວເມືອງເມິງເຂົ້າຮ່ວມ.
ກອງປະຊຸມ ທ່ານ ພັທ ຄໍາດີ ເກດພິມດາ ຄະນະປະຈໍາພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການ ປກສ ເມືອງເມິງ ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 09 ເດືອນຜ່ານມາ ເຊິ່ງຍົກໃຫ້ເຫັນສະພາບລວມ ແລະຜົນສໍາເລັດຂອງການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນຫຼາຍດ້ານເປັນຕົ້ນແມ່ນ: ວຽກງານການປ້ອງກັນຄວາມສະຫງົບທາງດ້ານການເມືອງ ໄດ້ຕິດຕາມພາກສ່ວນເຄື່ອນໄຫວສາສະໜາຢູ່ບ້ານຖໍ້າພະບາດ, ບ້ານຕໍແລ ແລະ ບ້ານຈ້ອມແຈ້ງ, ໄດ້ຕິດຕາມກວດກາການຈັດງານບຸນຄຼິດມາດຢູ່ບ້ານໄຊພັດທະນາ, ຈອມແຈ້ງ ແລະ ບ້ານຫ້ວຍທາດ, ໄດ້ລົງກວດກາ ແລະ ເກັບກໍາສະຖິຕິສາສະໜາ (ເຢຊູ) ຢູ່ກຸ່ມນໍ້າ ແລະ ຢູ່ກຸ່ມຫົວນໍ້າຄາ, ໄດ້ຕິດຕາມ, ກວດກາການລັກລອບຂຸດຄົ້ນແຮ່ຄໍາຕົກຂ້ອນຢູ່ຂອບເຂດບ້ານດອນມູນ ແລະ ໄດ້ກວດກາບັນດາຈຸດຂ້າມລອຍ, ຈຸດຫຼໍ່ແຫຼມແຕ່ລະຈຸດ ຢູ່ກຸ່ມຜາດໍາ, ໄດ້ເກັບກໍາອາວຸດປືນຂອງພະນັກງານ ທົ່ວເມືອງ ປະຈໍາປີ 2026 ໄດ້ສໍາເລັດ, ໄດ້ພັກດັນຊຸກຍູ້ຄົນຕ່າງປະເທດທີ່ມາສ້າງຄອບຄົວກັບພົນລະເມືອງລາວ ໃຫ້ປະກອບເອກະສານຖືກຕ້ອງຕາມລະບຽບກົດໝາຍ, ໄດ້ສຶກສາອົບຮົມຄົນຕ່າງປະເທດ ທີ່ນໍາໃຊ້ເອກະສານເກີນຂອບເຂດ, ໄດ້ມອບຄົນຕ່າງປະເທດ (ສັນຊາດຈີນ) ທີ່ນໍາໃຊ້ພຼາດສະປໍເກີນຂອບເຂດ ຈໍານວນ 04 ຄົນ, ໄດ້ລົງຕິດຕາມ, ກວດກາ ແລະ ເກັບກໍາສະຖິຕິຄົນຕ່າງປະເທດເຂົ້າ-ອອກບໍລິສັດ ພາຍໃນເມືອງ ຈໍານວນ 31 ຄັ້ງ, ລົງຕິດຕາມ, ກວດກາຄົນເຂົ້າ-ອອກເມືອງ ຢູ່ກຸ່ມຊຽງດາວ ແລະ ກຸ່ມຜາດໍາ ຈໍານວນ 09 ຄັ້ງ, ໄດ້ອອກໃບຜ່ານແດນ ຈໍານວນ 371 ສະບັບ ແລະ ໃບເຂົ້າເມືອງ ຈໍານວນ 27 ສະບັບ, ລົງເກັບກໍາ ແລະ ຕິດຕາມເປົ້າໝາຍທາງດ້ານການເມືອງທົ່ວພາຍໃນເມືອງ ທັງມົດໄດ້ 5 ຄັ້ງ, ໄດ້ລົງເກັບກໍາຂ່າວພິສູດຂ່າວ, ປະມວນຂ່າວ ພາຍໃນເມືອງ ຈໍານວນ 04 ຄັ້ງ, ຮັບແຫຼ່ງຂ່າວຈາກພື້ນຖານ, ເພື່ອນຮ່ວມງານ ແລະ ພົນລະເມືອງດີ 07 ຄັ້ງ, ຊຸກຍູ້ຕາໜ່າງປິດລັບກໍາແໜ້ນສະພາບການ ຈໍານວນ 05 ຄັ້ງ ແລະ ລົງເຄື່ອນໄຫວຕິດຕາມສະພາບລຽບຕາມຊາຍແດນລາວ-ມຽນມາ ແລະ ຈຸດຂ້າມລອຍຂອງກຸ່ມຄົນບໍ່ດີ, ຈຸດຫຼໍ່ແຫຼມຕ່າງໆ ຈໍານວນ 20 ຄັ້ງ ໃນນັ້ນວຽກງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມເປັນຕົ້ນ: ຄະດີອາຍາທົ່ວໄປເກີດຂຶ້ນທັງໜົດ 09 ເລື່ອງ, ຄະດີລັກຊັບພົນລະເມືອງ 02 ເລື່ອງ, ຄະດີປຸ້ນຊັບ 01 ເລື່ອງ, ຄະດີທໍາຮ້າຍຮ່າງກາຍ 01 ເລື່ອງ, ຄະດີອາລະວາດຕີກັນ 01 ເລື່ອງ, ຄະດີດັດແປງ (ປະກອບປືນລູກອັດ) 01 ເລື່ອງ, ຄະດີດືມຄໍລະເຈນ 01 ເລື່ອງ: ມີຜູ້ເສຍຊີວິດ 01 ຄົນ, ຄະດີລັກພາຕົວມີ 01 ເລື່ອງ; ມີຜູ້ຖືກລັກພາຕົວ 01 ຄົນ, ຄະດີທໍາມິດສະຈານ 01 ເລື່ອງ, ຄະດີຢາເສບຕິດມີທັງໝົດ 06 ເລື່ອງ; ມີຜູ້ຖືກຫາ 09 ຄົນ, ຍິງ 02 ຄົນ, ປະເພດຢາບ້າ ມີ 57 ແພັກ, 174 ມັດ, 381,000 ເມັດ, ຄະດີລັກລອບຄ້າຂາຍຢາເສບຕິດປະເພດຢາບ້າລາຍໃຫຍ່ມີ 01 ເລື່ອງ, ກັກຜູ້ຖືກຫາ 02 ຄົນ, ຢຶດໄດ້ຂອງກາງປະເພດຢາບ້າ ຈໍານວນ 58 ແພັກ, ເທົ່າກັບ 174 ມັດ, ເທົ່າກັບ 348,000 ເມັດ, ຄະດີຢາເສບຕິດລາຍຍອຍມີທັງໝົດ 04 ເລື່ອງ ແລະ ຄະດີບັງຄັບ ຫຼື ຊັກຊວນຜູ້ອື່ນໃຫ້ນໍາໃຊ້ຢາເສບຕິດປະເພດຢາບ້າມີ 01 ເລື່ອງ ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນເພື່ອແລກປ່ຽນຖອດ-ຖອນບົດຮຽນເຊິ່ງກັນ ແລະ ກັນ ເພຶ່ອສຶບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ໄດ້ຮັບຜົນສໍາເລັດໃນຕໍ່ໜ້າ ເຮັດໃຫ້ວຽກງານໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກ່ວາເກົ່າ.
ໂອກາດດ່ຽວກັນນີ້, ທ່ານ ພັອ ຄໍານຽນ ສີສຸດອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃນຄັ້ງນີ້ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກກັບຄະນະພັກຄະນະບັນຊາຂອງກອງບັນຊາການ ປກສ ເມືອງທີ່ນໍາພາອ້າຍນ້ອງສາມາດຍາດໄດ້ຜົນງານຜົນສໍາເລັດໃນຫຼາຍດ້ານ ແລະທ່ານໄດ້ຮຽກຮ້ອງໃຫ້ຄະນະພັກຄະນະບັນຊາຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ກັບພະນັກງານອ້າຍນ້ອງຕໍາຫຼວດໃຫ້ມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽງ, ມີແນວຄິດຫຼັກໝັ້ນເຊື່ອໝັ້ນຕໍ່ການນໍາພາ-ຊີ້ນໍາຂອງຄະນະພັກຂັ້ນເທິງ, ເອົາໃຈໃສ່ສຶກສາຄົ້ນຄວ້າທາງດ້ານນິຕິກໍາ ແລະກົດໝາຍທີ່ກ່ຽວຂ້ອງກັບວຽກງານວິຊາສະເພາະທີ່ຕົນຮັບຜິດຊອບດ້ວຍຄວາມຮັບຜິດຊອບສູງ, ສືບຕໍ່ລົງຕິດຕາມກວດກາ ແລະແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ພາຍໃນເມືອງໃຫ້ຫຼຸດນ້ອຍຖອຍລົງເທື່ອລະກ້າວ ແລະ ເຮັດໃຫ້ສັງຄົມພາຍໃນເມືອງເມິງໃຫ້ມີຄວາມສະຫງົບ ປອດໄພ.
ຂ່າວ: ອຸ່ນຄໍາ ຂັນວາລິດ