40. ກອງປະຊຸມປຶກສາຫາລື ແລະ ແນະນໍາວິທີການຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍ ໃຫ້ແກ່ຄະນະໂຄສະນາເຜີຍແຜ່ກົດໝາຍ ຂັ້ນແຂວງ .

 

 

ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະຮັບຜິດຊອບໂຄສະນາເຜີຍແຜ່ກົດໝາຍຂັ້ນແຂວງ ໃນການຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍໃຫ້ທຸກຊັ້ນຄົນໃນສັງຄົມ ແລະ ປະຊາຊົນບັນດາເຜົ່າ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກົດໝາຍຕ່າງໆໃຫ້ຫຼາຍຂຶ້ນ. ໃນວັນທີ 27 ສິງຫາ 2026 ຢູ່ພະແນກຍຸຕິທໍາແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແນະນໍາ ວິທີການຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍຂຶ້ນ. ພາຍໃຕ້ການເປັນປະທານຂອງ ທ່ານ ພົຈວ ຈັນພອນເພັດ ຄຳສີ ຄະນະປະຈຳພັກແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຫົວໜ້າຄະນະຮັບຜິດຊອບໂຄສະນາເຜີຍແຜ່ກົດໝາຍຂັ້ນແຂວງ, ມີບັນດາຄະນະໂຄສະນາເຜີຍແຜ່ກົດໝາຍຂັ້ນແຂວງ ຈາກພະແນກການ, ກົມກອງ ແລະ ຫ້ອງການອ້ອມຂ້າງແຂວງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ວິພົງ ບົວອາໄພ ຮອງຫົວໜ້າພະແນກຍຸຕິທຳແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງ ແຂວງບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໂຄສະນາເຜີຍແຜ່ກົດໝາຍ ຂັ້ນແຂວງ ຈາກນັ້ນ, ທ່ານ ສຸລິເດດ ບັນດາກອນ ຫົວໜ້າພະແນກຍຸຕິທໍາແຂວງ ຂຶ້ນຜ່ານມະຕິຂອງຄະນະປະຈຳແຫ່ງຊາດສະບັບເລກທີ 167/ສພຊ, ລົງວັນທີ 26 ມິຖຸນາ 2025, ແຈ້ງຂອງຫ້ງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 2090/ຫສນຍ, ລົງວັນທີ 22 ທັນວາ 2025 ຫຼັງຈາກນັ້ນ, ທ່ານ ວິພົງ ບົວອາໄພ ໄດ້ເຜີຍແຜ່ດຳລັດຂອງລັດຖະບານ ວ່າດ້ວຍການໂຄສະນາເຜີຍແຜ່ນິຕິກຳ, ສະບັບເລກທີ 562/ລບ, ລົງວັນທີ 6 ພະຈິກ 2020 ມີທັງໝົດ 10 ໝວດ 54 ມາດຕາ, ການໂຄສະນາ ແລະ ເນື້ອໃນການໂຄສະນາເຜີຍແຜ່ນິຕິກໍາ, ຫຼັກການໂຄສະນາເຜີຍແຜ່ນິຕິກໍາ, ຮູບການ ແລະ ເປົ້າໝາຍການໂຄສະນາເຜີຍແຜ່ນິຕິກໍາ, ພະນັກງານເຜີຍແຜ່ກົດໝາຍ, ອົງການຄຸ້ມຄອງ ແລະ ກວດກາວຽກງານໂຄສະນາເຜີຍແຜ່ນິຕິກໍາ. ນອກນັ້ນ, ຍັງໄດ້ແນະນໍາການຕິດຕັ້ງແອັບກົດໝາຍ ແລະ ວິທີການນໍາໃຊ້ແອັບກົດໝາຍລາວ, ການເຂົ້າເຖິງຈົດໝາຍເຫດທາງລັດຖະການ ທັງໝົດນັ້ນ ເພື່ອເຮັດໃຫ້ຄະນະຮັບຜິດຊອບໂຄສະນາເຜີຍແຜ່ກົດໝາຍ ຂັ້ນແຂວງ ແຕ່ລະພາກສ່ວນໄດ້ຮັບຮູ້ເຂົ້າໃຈ, ມີຄວາມເປັນເອກະພາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ການໂຄສະນາເຜີຍແຜ່ກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ໃຫ້ທຸກຊັ້ນຄົນໄດ້ຮັບຮູ້, ເຂົ້າໃຈ ມີສະຕິເຄົາລົບ ແລະ ປະຕິບັດກົດຫມາຍຢ່າງເຂັ້ມງວດ, ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ແລກປ່ຽນຄຳເຫັນຕໍ່ກັບການຈັດຕັ້ງປະຕິບັດວຽກການໂຄສະນາເຜີຍແຜ່ກົດໝາຍຢ່າງກົງໄປກົງມາ.

ໃນຕອນທ້າຍກອງປະຊຸມ ທ່ານ ພົຈວ ຈັນພອນເພັດ ຄຳສີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຮັບຜິດຊອບໂຄສະນາເຜີຍແຜ່ກົດໝາຍຂັ້ນແຂວງ ປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ ຄະນະຮັບຜິດຊອບໂຄສະນາເຜີຍແຜ່ກົດໝາຍ ຂັ້ນແຂວງ ຈົ່ງເອົາໃຈໃສ່ສຸມສະຕິປັນຍາເຂົ້າໃນການຄົ້ນຄິດ ກຳແໜ້ນເຖິງວິທີການຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍໃຫ້ຢ່າງເລິກເຊິ່ງ ພ້ອມທັງແຕ່ງຕັ້ງຄະນະໂຄສະນາເຜີຍແຜ່ກົດໝາຍໃນຂະແໜງການຂອງຕົນຕາມຄວາມເໝາະສົມ ເພື່ອເຮັດໃຫ້ການເຄື່ອໄຫວວຽກງານໂຄສະນາເຜີຍແຜ່ກົດໝາຍເປັນປົກກະຕິ, ຕໍ່ເນື່ອງ ແລະ ກວ້າງຂວາງ, ເພື່ອເຮັດໃຫ້ການລະເມີດກົດໝາຍຢູ່ໃນສັງຄົມຫຼຸດລົງເທື່ອລະກ້າວ.

ພາບ-ຂ່າວ: ພຸດທະຈັກ ວິໄລພອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa