






ກອງປະຊຸມ ອົງການປົກຄອງ ເມືອງປາກທາ ແຂວງບໍ່ແກ້ວ ເປີດກວ້າງ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2026 ໄດ້ຈັດຂື້ນ ໃນວັນທີ 27 ສິງຫາ 2026 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານ ຂອງທ່ານ ບຸນພັດ ສີສົມບັດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສາລີ ວັນນະສານ ກຳມະການພັກແຂວງ, ເລຂາພັກເມືອງ, ມີບັນດາທ່ານຄະນະກຳມະການປົກຄອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການທະຫານ-ຕຳຫຼວດ ແລະ ຄະນະກຳມະການປົກຄອງຕາແສງ 4 ຕາແສງເຂົ້າຮ່ວມ.
ກອງປະຊຸມ ທ່ານ ບຸນພັດ ສີສົມບັດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ ໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງອົງການປົກຄອງເມືອງ ຊອກໃຫ້ເຫັນດ້ານດີຜົນງານ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຕ້ອງໄດ້ປັບປຸງແກ້ໄຂ ແລະ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງພ້ອມກັນສຸມໃສ່ການປະກອບຄຳຄິດເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີການຫັນປ່ຽນດີຂື້ນ ແລະ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ, ນອກນີ້ຍັງໄດ້ເຜີຍແຜ່, ເຊື່ອມຊຶມຜົນສໍາເລັດກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 4 ສະໄໝທີ VII ແລະ ກອງປະຊຸມ 6 ເດືອນຕົ້ນປີ 2026 ຂອງອົງການ ປົກຄອງແຂວງ. ເພື່ອໃຫ້ຄະນະກຳມະການທຸກຂັ້ນ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຈຸດສຸມວຽກງານໃນແຕ່ລະດ້ານ ເພື່ອຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.
ຈາກນັ້ນ, ທ່ານຄຳເຄື່ອງ ພົມວິສັກ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ຜ່ານຮ່າງ ບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຂອງຄະນະກໍາມະການປົກຄອງເມືອງ ປະຈໍາ 6 ເດືອນຕົ້ນປີ 2026 ແລະ ວາງທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2026 ເຊິ່ງໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2026 ອົງການປົກຄອງເມືອງປາກທາ ແມ່ນໄດ້ເອົາໃຈໃສ່ເພີ່ມທະວີການຊີ້ນໍາ-ນໍາພາເດັດຂາດໂດຍກົງ ແລະ ຮອບດັ້ານຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງຮັກສາໄດ້ສະຖຽນລະພາບທາງການເມືອງຢ່າງໜັກແໜັ້ນ, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮັ້ອຍທົ່ວສັງຄົມໂດຍພື້ນຖານ, ສະພາບຊາຍແດນມີຄວາມສະຫງົບປອດໄພ, ດ້ານການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບສະເລ່ຍ 1,85%, ລວມຍອດຜິດຕະພັນພາຍໃນ DGP ໄດ້ 232.8 ຕື້ ກີບ, ໃນນີ້ດ້ານກະສິກໍາປະຕິບັດໄດ້ 157.6 ຕື້ກີບ, ຂະຫຍາຍຕົວໃນລະດັບ 0,68% ກວມ 67,68%; ດ້ານ ອຸດສາຫະກໍາ 22,6 ຕື້ກີບ, ຂະຫຍາຍຕົວໃນລະດັບ 0,58% ກວມ 9,74%; ດ້ານບໍລິການ 52,5 ຕື້ກີບ, ຂະຫຍາຍຕົວໃນລະດັບ 0,59% ກວມ 22,58%,ສະເລ່ຍລາຍຮັບຕໍ່ຫົວຄົນຕໍ່ໄດ້ 9,883,708 ກີບ/ຄົນ, ລວມລາຍຮັບເຂົ້າງົບປະມານທັງໝົດ: ປະຕິບັດໃນງວດ 2 ໄດ້ 15,815,005,000 ກີບ ເທົ່າກັບ 50 % ຂອງແຜນການປີ, ລາຍຮັບພາຍໃນເມືອງການປະຕິບັດໄດ້ທັງໝົດ: 666,600,638 ເທົ່າກັບ 30 % ຂອງ ແຜນການປີ, ໃນນັ້ນ: ລາຍຮັບຈາກສ່ວຍສາອາກອນປະຕິບັດໄດ້ 397,923,340 ກີບເທົ່າ 24% ຂອງແຜນການ ປີ, ລາຍຮັບວິຊາການ: 246,516,000 ກີບ ເທົ່າກັບ 54 % ຂອງແຜນການປີ, ລາຍຮັບຄຸ້ມຄອງຊັບສິນຂອງລັດ ປະຕິບັດໄດ້ 13,220,000 ກີບ, ເທົ່າກັບ 25 % ຂອງແຜນການປີ, ຄ່າປັບໃໝປະຕິບັດໄດ້ 8,941,298 ກີບ, ການປະຕິບັດລາຍຈ່າຍງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2026 ປະຕິບັດໄດັ້ 16,155,654.448 ກີບ ເທົ່າກັບ 52 % ຂອງແຜນການປີ.ນອກຈາກນີ້ແຕ່ລະຂົງເຂດວຽກງານອື່ນກໍ່ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ວຽກງານໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້
ໂອກາດດັ່ງກ່າວ ແຕ່ລະພາກສ່ວນໄດ້ລາຍງານ ແລະ ປະກອບຄຳຄິດເຫັນກ່ຽວບັນຫາການຈັດຕັ້ງປະຕິບັດວຽກງານເຊິ່ງຍົກໃຫ້ເຫັນເຖິງຂໍ້ສະດວກ ແລະ ຄວາມຫຍຸ້ງຍາກໃນໄລຍະຜ່ານມາເປັນຕົ້ນ: ການຕິດຕາມ, ກວດກາ, ການຄຸ້ມຄອງລາຄາສິນຄ້າຢູ່ຕາມທ້ອງຕະຫຼາດ; ການແກ້ໄຂການລັກລອບນໍາເຂົ້າສິນຄ້າບໍ່ຖືກຕ້ອງ, ການຈໍາໜ່າຍສິນຄ້າໝົດອາຍຸ ແລະ ການປະຕິບັດມາດຕະການຕໍ່ຜູ້ລະະເມີດ, ການນໍາໃຊ້ທີ່ດິນປະເພດຕ່າງໆ, ການຂື້ນນທະບຽນທີ່ດິນ, ການແກ້ໄຂບັນຫາການບຸກລຸກເນື້ອທີ່ດິນລັດ, ດິນປ່າສາມປະເພດ ແລະ ມາດຕະການ, ມີວິທີແກ້ໄຂ, ການສົ່ງເສີມປະຊາຊົນ ໃນການປູກການລ້ຽງ ເພື່ອສະໜອງການບໍລິໂພກພາຍໃນບ້ານ, ຕາແສງ ໃຫ້ພຽງພໍ ແລະ ມາດຕະການແກັ້ໄຂການນໍາເຂົ້າພືດຜັກ, ສັດທີ່ມີຢູ່ພາຍໃນເມືອງ, ກໍ່ສ້າງ, ປັບປຸງ, ສ້ອມແປງເສັ້ນທາງພາຍໃນເມືອງ, ເສັ້ນທາງ ຈາກເມືອງ ຫາ ບ້ານ, ການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ຂອງແຕ່ລະຕາແສງ ມີຂໍ້ສະດວກ, ສິ່ງທ້າທາຍ, ຂໍ້ຫຍຸ້ງຍາກ, ບົດຮຽນທີ່ຖອດຖອນໄດ້ ແລະ ພ້ອມກັນກຳນົດທິດທາງປັບປຸງແກ້ໄຂ ເພື່ອເຮັດໃຫ້ວຽກງານໃນຕໍ່ໜ້າມີຜົນສຳເລັດຕາມລະດັບຄາດໝາຍ, ຮັບປະກັນເຮັດໃຫ້ເມືອງປາກທາສືບຕໍ່ມີຄວາມສະຫງົບປອດໄພ, ສັງຄົມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມໄດ້ຮັບການພັດທານາ ແລະ ປະຊາຊົນໄດ້ມີຊີວິດການເປັນຢູ່ທີ່ຂື້ນ ແລະ ຫຼຸດອອກຈາກຄວາມທຸກຍາກເທື່ອລະກ້າວ.
ພາບ-ຂ່າວ: ວັນະເດດ
ກວດແກ້: ບຸນເພັງ ທຸມມະວົງ