











ວັນທີ 27 ສິງຫານີ້, ໜ່ວຍພັກຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງຫ້ວຍຊາຍ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ V ຢູ່ຫໍປະຊຸມຂອງຫ້ອງການດັ່ງກ່າວ ໂດຍການເປັນປະທານ ຂອງສະຫາຍ ສຸກສະຫວັນ ແກ້ວປະເສີດ ຄະນະປະຈໍາພັກເມືອງ ເລຂາໜ່ວຍພັກຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງຫ້ວຍຊາຍ ເປັນກຽດເຂົ້າຮ່ວມມີສະຫາຍ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ສະຫາຍ ໂຊ່ນ ອິນທະໄຊ ຄະນະປະຈໍາພັກເມືອງ ຄະນະຈັດຕັ້ງເມືອງຫ້ວຍຊາຍ, ມີບັນດາຄະນະທີມງານປັບປຸງການຈັດຕັ້ງພັກຂັ້ນເມືອງ, ແຂກຖຶກເຊີນ ຕະຫຼອດຮອດສະມາຊິກພັກເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ສຸກສະຫວັນ ແກ້ວປະເສີດ ຄະນະປະຈໍາພັກເມືອງ ເລຂາໜ່ວຍພັກຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງຫ້ວຍຊາຍ ໄດ້ຜ່ານບົດລາຍງານການເມືອງການຊີ້ນຳໆພາຈັດຕັ້ງປະຕິບັດຂອງໜ່ວຍພັກຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງຫ້ວຍຊາຍ ແລະ ຜ່ານຮ່າງບົດສໍາຫຼວດການຊີ້ນໍາໆພາຂອງຄະນະໜ່ວຍພັກ ໄລຍະຜ່ານມາ ແລະ ທິດທາງລວມ, ຄາດໝາຍສູ້ຊົນຕໍ່ໜ້າ ໜ່ວຍພັກຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງຫ້ວຍຊາຍ ມີສະມາຊິກພັກທັງໝົດ 60 ສະຫາຍ, ຍິງ 18 ສະຫາຍ, ຜ່ານມາຄະນະໜ່ວຍພັກຍາມໃດກໍ່ຖືເອົາການສືກສາອົບຮົມການເມືອງ-ນຳພາແນວຄິດ ເປັນບັນຫາກົກ ດ້ວຍການຈັດຕັ້ງເຊື່ອມຊືມ ແນວທາງນະໂຍບາຍ ຂອງພັກ; ລະບຽບກົດໝາຍ ຂອງລັດ ແລະແນວຄິດໄກສອນພົມວິຫານ ໃຫ້ພະນັກງານ, ສະມາຊິກພັກ ພາຍໃນໜ່ວຍພັກ, ເຊິ່ງໄດ້ເຮັດໃຫ້ບັນດາສະຫາຍສະມາຊິກພັກພາຍໃນໜ່ວຍ ມີຄວາມຮັບຮູ້ເຂົ້າໃຈ ກໍາແໜ້ນ ແລະ ມີຄວາມເຊື່ອໜັ້ນ ຕໍ່ການນຳພາ ຂອງພັກ, ມີຄວາມຕັ້ງໜ້າຝືກຝົນຫຼໍ່ຫຼອມທັດສະນະຫຼັກໜັ້ນການເມືອງ, ມີຄວາມສາມັກຄີພາຍໃນແໜ້ນແຟ້ນ ເດັດດ່ຽວສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນຖັນແຖວພະນັກງານສະມາຊິກພັກ ໃຫ້ຫຼຸດນ້ອຍຖອຍລົງເທື່ອລະກ້າວ, ຖືເອົາບັ້ນດຳເນີນຊີວິດປະຈຳເດືອນ ເປັນການສະຫຼຸບຖອດຖອນບົດຮຽນ, ສຳຫຼວດ, ກວດກາ, ຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍຄວາມເອກະພາບສູງ ເຮັດໃຫ້ສະມາຊິກພັກມີຫຼັກໝັ້ນທາງການເມືອງໜັກແໜ້ນ, ໄປຄຽງຄູ່ກັບການປັບປຸງກໍ່ສ້າງພັກ ຕານ 5 ຫຼັກການ ແລະ 3 ທິດນໍາຂອງພັກ ສາມາດຮັກສານາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຊຸດ ໃໝ່ ເຊິ່ງມີຜູ້ລົງສະໝັກ 7 ສະຫາຍ, ຍິງ 2 ສະຫາຍ ຜ່ານການປ່ອນບັດຕົວຈິງສາມາດເລືອກເອົາ ສະຫາຍສຸກສະຫວັນ ແກ້ວປະເສີດ ເປັນເລຂາໜ່ວຍພັກ, ສະຫາຍ ຂອດແສງ ວິໄລສານ ເປັນຮອງເລຂາ ສະຫາຍ ນາງ ເກດແກ້ວ ວົງວິໄລ ສະຫາຍ ສິນທະຈອນ ສີລິປັນຍາ ແລະ ສະຫາຍ ເພັດສະໝອນ ອິນທອງໄຊ ເປັນກຳມະການໜ່ວຍພັກ ພ້ອມທັງ ແຕ່ງຕັ້ງປະທານ-ຮອງປະທານກວດກາໜ່ວຍພັກຈຳນວນ 3 ສະຫາຍ. ຈາກນັ້ນໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍ ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ວິລະເສດ ສົມຈັນມະວົງ ຮອງຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງຫ້ວຍຊາຍ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າຫ້ອງການເຕັກໂນລໂຊີ ແລະ ການຊື່ສານເມືອງຫ້ວຍຊາຍ ແລະ ຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງ ທ່ານ ສາຄອນ ຫົວໜ້າໜ່ວຍງານບໍລິຫານ ແຜນການ ຈັດຕັ້ງ ແລະ ກວດກາ ໄປເປັນຫົວໜ້າໜ່ວຍງານ ລ້ຽງສັດ ແລະ ການປະມົງ ທ່ານ ສີກາ ທະວີ ຮອງຫົວໜ້າໜ່ວຍງານພັກທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ຂຶ້ນເປັນຫົວໜ້າໜ່ວຍງານພັກທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ທ່ານ ບຸນເພັງ ປັນຍາໄລ ເປັນຮອງຫົວໜ້າໜ່ວຍງານປູກຝັງ, ທ່ານ ນາງ ຈັນທາ ສີສັງວອນ ຮອງຫົວໜ້າໜ່ວຍງານບໍລິຫານ ແຜນການ ຈັດຕັ້ງ ແລະ ກວດກາ ຂຶ້ນເປັນຫົວໜ້າໜ່ວຍງານບໍລິຫານ ແຜນການ ຈັດຕັ້ງ ແລະ ກວດກາ ທ່ານ ແສງເພັດ ພົມປັນຍາ ເປັນຮອງຮອງຫົວໜ້າໜ່ວຍງານບໍລິຫານ ແຜນການ ຈັດຕັ້ງ ແລະ ກວດກາ,
ໂອກາດນີ້, ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໝາກຜົນການຊີ້ ນຳໆພາຂອງໜ່ວຍພັັກ, ເນັ້ນໜັກຄະນະພັກຊຸດໃໝ່ ຈົ່ງສືບຕໍ່ຊີ້ນຳໆພາ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງແບບແຜນ, ວິທີການນຳພາຂອງພັກ-ລັດໃຫ້ເຂັ້ມແຂງເປັນສຳຄັນ ຕິດພັນວຽກງານສຶກສາອົບຮົມການເມືອງ, ນຳພາແນວຄິດ, ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ, ເດັ່ດດ່ຽວປັບປຸງແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງໃຫ້ໝົດໄປ, ຍົກສູງຄວາມຮັບຜິດຊອບດ້ານໜ້າທີ່ການເມືອງ, ກຳນົດແນວທາງການຊີ້ນຳໆພາ ກໍ່ສ້າງພັກ-ຂະຫຍາຍສະມາຊິກພັກ ໃຫ້ຮັບປະກັນລັກສະນະສືບທອດປ່ຽນແທນ ຕາມທິດນຳຂອງພັກ, ຕັ້ງໜ້າກໍ່ສ້າງໜ່ວຍພັກ, ສະມາຊິກພັກ ໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມກັນ ນຳເອົາບັນດາເນື້ອໃນຈິດໃຈກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນສຳເລັດດີຂຶ້ນເລື້ອຍໆ.
ພາບ,ຂ່າວ: ບຸນຈັນ ບຸນປັນຍາ