ໜ່ວຍພັກຄະນະຈັດຕັ້ງເມືອງຫ້ວຍຊາຍ ສຳເລັດກອງປະຊຸມໃຫຍ່ຄັ້ງທີ III.

ວັນທີ 27 ສິງຫານີ້, ໜ່ວຍພັກຄະນະຈັດຕັ້ງເມືອງຫ້ວຍຊາຍ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ III  ຢູ່ຫໍປະຊຸມຂອງຫ້ອງການດັ່ງກ່າວ ໂດຍການເປັນປະທານ ຂອງສະຫາຍ ໂຊ່ນ ອິນທະໄຊ ຄະນະປະຈໍາພັກເມືອງ ເລຂາໜ່ວຍພັກຄະນະຈັດຕັ້ງເມືອງຫ້ວຍຊາຍ ເປັນກຽດເຂົ້າຮ່ວມມີສະຫາຍ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ມີບັນດາຄະນະທີມງານປັບປຸງການຈັດຕັ້ງພັກຂັ້ນເມືອງ, ແຂກຖຶກເຊີນ ຕະຫຼອດຮອດສະມາຊິກພັກເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ໂຊ່ນ ອິນທະໄຊ ຄະນະປະຈໍາພັກເມືອງ ເລຂາໜ່ວຍພັກຄະນະຈັດຕັ້ງເມືອງຫ້ວຍຊາຍ, ໄດ້ຜ່ານບົດລາຍງານການເມືອງການຊີ້ນຳໆພາຈັດຕັ້ງປະຕິບັດຂອງໜ່ວຍພັກຄະນະຈັດຕັ້ງເມືອງຫ້ວຍຊາຍ ແລະ ຜ່ານຮ່າງບົດສໍາຫຼວດການຊີ້ນໍາໆພາຂອງຄະນະໜ່ວຍພັກ ໄລຍະຜ່ານມາ ແລະ ທິດທາງລວມ, ຄາດໝາຍສູ້ຊົນຕໍ່ໜ້າ ຜ່ານມາຄະນະໜ່ວຍພັກ ໄດ້ນໍາເອົາແນວທາງນະໂຍບາຍ, ມະຕິຄໍາສັ່ງ, ລະບຽບຂອງພັກ, ກົດໝາຍຂອງລັດຫັນມາເປັນແຜນວຽກພ້ອມທັງຈັດຕັ້ງຜັນຂະຫຍາຍ ແລະ ນໍາພາຈັດຕັ້ງປະຕິບັດ ຍາມໃດກໍ່ຖືເອົາການສຶກສາອົບ ຮົມເຊື່ອມຊືມໃຫ້ສະມາຊິກພັກໃຫ້ເຂົ້າໃຈຈະແຈ້ງຕໍ່ອຸດົມການຂອງພັກ, ຍືດໝັ້ນຕໍ່ອຸດົມການສັງຄົມນິຍົມ, ມີທັດສະນະຫຼັກໝັ້ນ, ຊື່ສັດບໍລິສຸດ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ມີຄວາມຮັບຜິດຊອບສູງຕໍ່ໜ້າ ທີ່ວຽກງານ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ເຄົາລົບກົດໝາຍຂອງລັດ, ມີຄວາມສາມັກຄີ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ຖືເອົາບັ້ນດຳເນີນຊີວິດປະຈຳເດືອນ ເປັນການສະຫຼຸບຖອດຖອນບົດຮຽນ, ສຳຫຼວດ, ກວດກາ, ຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍຄວາມເອກະພາບສູງ ເຮັດໃຫ້ສະມາຊິກພັກມີຫຼັກໝັ້ນທາງການເມືອງໜັກແໜ້ນ, ຈຳແນກໄດ້ເຖິງມິດ ຫຼື ສັດຕູຢ່າງຈະແຈ້ງ ພ້ອມທັງ ເສຍເງິນສະຕິຢ່າງຕໍ່ເນື່ອງ ໄປຄຽງຄູ່ ການປັບປຸງກໍ່ສ້າງພັກ ຕານ 5 ຫຼັກການ ແລະ 3 ທິດນໍາຂອງພັກ ສາມາດຮັກສານາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຊຸດ ໃໝ່ ເຊິ່ງມີຜູ້ລົງສະໝັກ 5 ສະຫາຍ, ຍິງ 2 ສະຫາຍ ຜ່ານການປ່ອນບັດຕົວຈິງສາມາດເລືອກເອົາສະຫາຍ ໂຊ່ນ ອິນທະໄຊ ເປັນເລຂາໜ່ວຍພັກ,  ສະຫາຍ ນາງ ປິ່ນຄໍາ ມະນີຈັນ ເປັນຮອງເລຂາ ແລະ ສະຫາຍ ນາງ ສົມພອນ ວົງໄພວັນ ເປັນກຳມະການໜ່ວຍພັກ ພ້ອມທັງ ແຕ່ງຕັ້ງປະທານ-ຮອງປະທານກວດກາໜ່ວຍພັກຈຳນວນ 2 ສະຫາຍ. ຈາກນັ້ນໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ຫຼ້ານ້ອຍ ພອນສະຫວັດ ເປັນຫົວໜ້າໜ່ວຍງານບໍລິຫານຄະນະຈັດຕັ້ງເມືອງ.

ໂອກາດນີ້, ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໝາກຜົນການຊີ້ ນຳໆພາຂອງໜ່ວຍພັັກ, ເນັ້ນໜັກຄະນະພັກຊຸດໃໝ່ ຈົ່ງສືບຕໍ່ຊີ້ນຳໆພາ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງແບບແຜນ, ວິທີການນຳພາຂອງພັກ-ລັດໃຫ້ເຂັ້ມແຂງເປັນສຳຄັນ ຕິດພັນວຽກງານສຶກສາອົບຮົມການເມືອງ, ນຳພາແນວຄິດ, ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ, ເດັ່ດດ່ຽວປັບປຸງແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງໃຫ້ໝົດໄປ, ຍົກສູງຄວາມຮັບຜິດຊອບດ້ານໜ້າທີ່ການເມືອງ, ກຳນົດແນວທາງການຊີ້ນຳໆພາ ກໍ່ສ້າງພັກ-ຂະຫຍາຍສະມາຊິກພັກ ໃຫ້ຮັບປະກັນລັກສະນະສືບທອດປ່ຽນແທນ ຕາມທິດນຳຂອງພັກ, ຕັ້ງໜ້າກໍ່ສ້າງໜ່ວຍພັກ, ສະມາຊິກພັກ ໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມກັນ ນຳເອົາບັນດາເນື້ອໃນຈິດໃຈກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນສຳເລັດດີຂຶ້ນເລື້ອຍໆ.

ພາບ,ຂ່າວ: ບຸນຈັນ ບຸນປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa