ເມືອງຫ້ວຍຊາຍ ສໍາເລັດກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ປະຈຳປີ 2025-2026.

ຫ້ອງການສຶກສາທິການ ແລະ ກິລາເມືອງຫ້ວຍຊາຍ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາວິທະຍາສາດ ແລະ ກິລາ ປະຈຳປີ 2025-2026 ຢູ່ທີ່ສູນຝຶກອົບຮົມຂອງເມືອງ ໃນວັນທີ 25 ສິງຫານີ້. ໂດຍການເປັນປະທານຂອງ ທ່ານ ນາງ ມະນີພອນ ສູນວິໄລ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາວິທະຍາສາດ ແລະ ກິລາເມືອງຫ້ວຍຊາຍ ເຂົ້າຮ່ວມຂອງ ທ່ານ ທິບພະກອນ ມະນີຄຳ ຄະນະປະຈຳພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ມີບັນດາຜູ້ບໍລິຫານການສຶກສາ, ແຂກຖືກເຊີນ, ຄະນະອຳນວຍໂຮງຮຽນຊັ້ນມັດທະຍົມ, ປະຖົມ, ອະນຸບານ ທັງພາກລັດ ແລະ ເອກະຊົນ, ຄະນະຮັບຜິດຊອບກອງປະຊຸມ ຕະຫຼອດຮອດພະນັກງານ ຄູ-ອາຈານ ທົ່ວເມືອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ຄໍາອ້ວນ ດາລາວັນ ຫົວໜ້າໜ່ວຍງານບໍລິຫານ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະຈຳສົກຮຽນ 2025-2026 ໃນສົກຮຽນ 2025-2026 ທົ່ວເມືອງຫ້ວຍຊາຍ ມີໂຮງຮຽນປະຖົມ 69 ແຫ່ງ ( ພາກເອກະຊົນ 10 ແຫ່ງ ) ມີນັກຮຽນປະຖົມ 9704 ຄົນ, ຍິງ 4673 ຄົນ, ມີໂຮງຮຽນມັດທະຍົມຕອນຕົ້ນ 8 ແຫ່ງ ( ພາກເອກະຊົນ 1 ແຫ່ງ ) ມີຈໍານວນນັກຮຽນທັງໝົດ 1986 ຄົນ, ຍິງ 969 ຄົນ,  ມີໂຮງຮຽນມັດທະຍົມສົມບູນ 10 ແຫ່ງ ( ເອກະຊົນ 2 ແຫ່ງ ) ແລະ ໂຮງຮຽນ ມປາຍ 1 ແຫ່ງ, ມີນັກຮຽນທັງໝົດ 6206 ຄົນ, ຍິງ 2873 ຄົນ, ການສອບເສັງນັກຮຽນເກັ່ງລະດັບແຂວງ, ຂັ້ນ ປ5  ສົ່ງຕົວແທນເຂົ້າສອບເສັງ 3 ຄົນ, ຍິງ 2 ຄົນ, ໄດ້ອັນດັບ 1 ຂອງແຂວງ ຈຳນວນ 1 ຄົນ, ຍິງ 1 ຄົນ, ວິຊາ: ພາສາລາວ ( ປະຖົມດຣີມ ) ແລະ ອັນດັບ 2 ຈຳນວນ 2 ຄົນ, ຍິງ 1 ຄົນ, ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ ( ປະຖົມເກດສະດາ ) ວິຊາຄະນິດສາດ ( ປະຖົມແສງນະພາ ), ຂັ້ນ ມ4 ສົ່ງຕົວແທນເຂົ້າຮ່ວມ 4 ຄົນ, ຍິງ 2 ຄົນ,ໄດ້ອັນດັບ 1 ຈໍານວນ 4 ຄົນ, ຍິງ 2 ຄົນ, ວິຊາ ຟິຊິກສາດ ( ມສ ສັນຕິພາບ ), ວິຊາເຄມີ ( ມຕ ປາກຮາວເໜືອ ), ວິຊາ ຄະນິດສາດ ( ມສ ສັນຕິພາບ ), ວິຊາພາສາລາວ ( ມຕ ຫ້ວຍຊາຍໃຕ້ ) ຂັ້ນ ມ7 ສົ່ງຕົວແທນເຂົ້າຮ່ວມ 4 ຄົນ, ຍິງ 4 ຄົນ, ໄດ້ອັນດັບທີ 1 ຈຳນວນ 2 ຄົນ, ຍິງ 2 ຄົນ, ວິຊາ ພາສາລາວ ( ມສ ສັນຕິພາບ ) ວິຊາ ຟິຊິກສາດ ( ມສ ທົ່ງແສງຈັນ ),  ອັນດັບທີ 2 ຈໍານວນ 1 ຄົນ, ຍິງ 1 ຄົນ, ວິຊາຄະນິດສາດ ( ມສ ສັນຕິພາບ ), ການສອບເສັງຈົບຊັ້ນປະຖົມສຶກສາ ປ5 ສົກຮຽນ 2025-2026 ທົ່ວເມືອງຫ້ວຍຊາຍ ມີສູນສອບເສັງຈົບຊັ້ນປະຖົມສຶກສາ ປ5 ທັງໝົດ 27 ສູນ, ມີ 94 ຫ້ອງສອບເສັງ, ມີນັກສອບເສັງຕົວຈິງທັງໝົດ 1600 ຄົນ, ຍິງ 835 ຄົນ, ສອບເສັງເສັງໄດ້ທັງໝົດ 1600 ຄົນ, ຍິງ 835 ຄົນ, ເທົ່າກັບ 100%; ເສັງໄດ້ຄະແນນ 7 ຂຶ້ນໄປທຸກວິຊາ 112 ຄົນ, ຍິງ 67 ຄົນ, ເທົ່າກັບ 6,75%; ໄດ້ຄະແນນ 9 ຂຶ້ນໄປທຸກວິຊາ ການສອບເສັງຈົບຊັ້ນ ມ4 ສົກຮຽນ 2025-2026 13 ສູນ, ມີ 59  ຫ້ອງສອບເສັງ, ມີນັກສອບເສັງຕົວຈິງທັງໝົດ 1055 ຄົນ, ຍິງ 489 ຄົນ, ສອບເສັງເສັງໄດ້ທັງໝົດ 1055 ຄົນ, ຍິງ 489 ຄົນ, ເທົ່າກັບ 100%, ເສັງໄດ້ຄະແນນ 7 ຂຶ້ນໄປທຸກວິຊາ 09 ຄົນ, ຍິງ 05 ຄົນ, ເທົ່າກັບ 0,85%, ໄດ້ຄະແນນ 9 ຂຶ້ນໄປທຸກວິຊາ ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນເຊິ່ງກັນ ແລະ ກັນ ໃນແຕ່ລະບັນຫາໃຫ້ລະອຽດຖີ່ຖ້ວນ ເພື່ອຊອກໃຫ້ເຫັນ ບັນຫາດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ວິທີແກ້ໄຂໃນສະເພາະໜ້າ ແລະ ໄລຍະຍາວ ໃຫ້ຖຶກຕ້ອງສອດຄ່ອງກັບສະພາບຕົວຈິງ ໂດຍສະເພາະບັນຫາການປະລະການຮຽນ ທີ່ກຳລັງເປັນສິ່ງທ່າທາຍໃນປັດຈຸບັນ ເພື່ອຮັບປະກັນດ້ານປະສິດທິພາບຂອງການຮຽນ-ການສອນ, ເຮັດໃຫ້ແຜນພັດທະນາການສຶກສາ ແລະ ກິລາ ໃຫ້ມີປະສິດທິຜົນສູງກວ່າສົກຮຽນຜ່ານມາ.

ໂອກາດນີ້, ທ່ານ ທິບພະກອນ ມະນີຄຳ ຄະນະປະຈຳພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານຄູ-ຈານ ແລະ ຄະນະຊີ້ນໍາວຽກງານການສຶກສາ ທີ່ສາມາດຍາດໄດ້ຜົນງານ ແລະ ຜົນສໍາເລັດໃນຫຼາຍດ້ານຕະຫຼອດໄລຍະສົກຮຽນທີ່ຜ່ານມາ ແລະ ທ່ານຍັງໄດ້ເໜັ້ນໜັກໃຫ້ຜູ້ບໍລິຫານການສຶກສາ ກໍ່ຄືຄູ-ອາຈານຈົ່ງເພີ້ມທະວີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານວິຊາສະເພາະ ໂດຍສະເພາະໃຫ້ເອົາໃຈໃສ່ໃນການຮຽນ-ການສອນ, ປະຕິບັດກົດລະບຽບຂອງພະນັກງານລັດຖະກອນຢ່າງເຂັ້ມງວດ, ສຶກສາອົບຮົມໃຫ້ພະນັກງານຄູ-ຈານໃຫ້ມີແນວຄິດອຸ່ນອຽນທຸນທຽງເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ-ລັດ ແລະ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດຕາມທິດທາງແຜນການຂອງແຕ່ລະໂຮງຮຽນທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິ່ງໃນຕໍ່ໜ້າ.

ພາບ,ຂ່າວ: ບຸນຈັນ ບຸນປັນຍາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa