ໂຮງງານນ້ຳດື່ມອານຸສອນມອບນ້ຳດື່ມ ໃຫ້ກັບຄະນະໂຄສະນາອົບຮົມເມືອງ ປາກທາ.

ວັນທີ 21 ສິງຫາ 2026 ນີ້, ທ່ານ ຈັນ ຄວນປະສິດ ແລະ ທ່ານ ນາງ ສາຍປານ ດວງມະນີພອນ ເຈົ້າຂອງໂຮງງານຳ້ດື່ມ ອານຸສອນ ໄດ້ມອບນໍ້າດື່ມ ຈຳນວນ 15 ແພັກ ໃຫ້ກັບຄະນະໂຄສະນາອົບຮົມເມືອງປາກທາ ເພື່ອຊຸກຍູ້ວຽກງານໂຄສະນາ ອົບຮົມເມືອງ ກ່າວຮັບໂດຍທ່ານ ບຸນມີ ຈັນທະວົງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍຄະນະ, ໂອກາດດັ່ງກ່າວທ່ານຍັງໄດ້ ກ່າວສະແດງຄວາມຂອບ ໃຈມາຍັງເຈົ້າຂອງໂຮງງານນໍ້າດື່ມທີ່ເຫັນໄດ້ຄວາມສໍາຄັນ ປະກອບສ່ວນ ຊຸກຍູ້ໃນຄັ້ງນີ້. ຫວັງວ່າໃນຕໍ່ໜ້າ ໂຮງງານແຫ່ງນໍ້າດື່ມນີ້ຈະເປັນໜຶ່ງ ແລະ ຈະສາມາດດຶງດູດເອົາຜູ້ຊົມໃຊ້ຢູ່ພາຍໃນທົ່ວເມືອງປາກທາໃຫ້ນັບມື້ນັບຫຼາຍຂຶ້ນ, ພ້ອມທັງອວຍພອນໄຊອັນປະເສີດໃຫ້ ເຈົ້າຂອງໂຮງງານນ້ຳດື່ມຈົ່ງມີສຸຂະພາບແຂງແຮງ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ກິດຈະການຈະເລີນກ້າວໜ້າຍິ່ງໆຂຶ້ນ, , ສຳລັບໂຮງງານນໍ້າດື່ມອານຸສອນ ແມ່ນໂຮງງານແຫ່ງໜຶ່ງທີ່ໄດ້ຜະລິດນໍ້າດື່ມ ໂດຍເນັ້ນໃສ່ຄຸນນະພາບ, ຄວາມສະອາດ ແລະ ປອດໄພ ເພື່ອຈໍາໜ່າຍບໍລິການຮັບໃຊ້ສັງຄົມ ສຳລັບທຸກພາກສ່ວນບໍ່ວ່າຈະເປັນໂຮງຮຽນ, ໂຮງຫມໍ, ຫ້ອງການ, ງານດອງ, ເຮືອນບຸນ ຫລື ມິນິຫມາດ ຮ້ານຄ້າຕ່າງໆ ແລະ ອື່ນໆ ທາງໂຮງງານຂອງພວກເຮົາມີນ້ຳດື່ມຂະຫນາດ: ນ້ອຍ – ໃຫ່ຍ, ມີລາຄາສົ່ງ-ຍ່ອຍ ພ້ອມສົ່ງເຖິ່ງທີ່ ສົນໃຈ ສາມາດຕິດຕໍ່ຊື້ໄດ້ທີ່  02023000610, 020 22388486  ໂຮງງານຂອງເຮົາຕັ້ງຢູ່ ບ້ານໃຫຍ່ປາກທາ, ເມືອງປາກທາ ແຂວງບໍ່ແກ້ວ.

ພາບ-ຂ່າວ: ວັນະເດດ

ກວດແກ້: ບຸນມີ ຈັນທະວົງ ຫ/ໜ ຄະນະໂຄສະນາອົບຮົມເມືອງປາກທາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa