ພິທີ ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງການຄະນະໂຄສະນາອົບຮົມລະຫ່ວາງ ຜູ້ເກົ່າ ແລະ ຜູ້ໃໝ່.

 

ໃນວັນທີ 20 ສິງຫາ  2026 ນີ້, ຢູ່ທີ່ຫ້ອງປະຊຸມພັກພະນັກງານເມືອງຫ້ວຍຊາຍ ໂດຍການເປັນປະທານຂອງ ທ່ານ ຄໍາຈັນ ຄໍສຸພະສິດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານກວດກາພັກ-ລັດເມືອງຫ້ວຍຊາຍ, ມີບັນດາຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ພິທີ ທ່ານ ອໍາພອນ ລໍມີໄຊ ກໍຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມຜູ້ເກົ່າໄດ້ຜ່ານບົດສະຫຼຸບໂດຍຫໍ້ຍກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຄະນະພັກ, ຄະນະຫ້ອງ ຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ – ຜົນງານທີ່ຍາດມາໄດ້ ແລະ ບາງວຽກງານທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າໂດຍຕິດພັນກັບການສຶກສາອົບຮົມການເມືອງ – ນໍາພາແນວຄິດໃຫ້ແກ່ພະນັກງານ – ສະມາຊິກພັກ ເປັນຕົ້ນແມ່ນການຮ່ວມຊີວິດປະຈຳອາທິດ – ປະຈຳເດືອນ, ສຳຫຼວດກວດກາ ແລະ ການປະຕິບັດລະບອບ-ລະບຽບ ແລະ ມະຕິ ຄຳສັ່ງຕ່າງໆ, ເຮັດໃຫ້ພະນັກງານມີຄຸນທາດການເມືອງໜັກແໜ້ນ, ມີແນວຄິດອຸ່ນອຽນ – ທຸ່ນທ່ຽງໃນການປະຕິບັດໜ້າທີ່ວຽກງານ, ປະຕິບັດວຽກງານເປັນໝູ່ຄະນະ, ລວມສູນປະຊາທິປະໄຕ, ເອົາໃຈໃສ່ຄຸ້ມຄອງພະນັກງານ – ສະມາຊິກພັກໃຫ້ຫັນເຂົາສູ່ລະບຽບຫຼັກການຢ່າງເຂັ້ມງວດ. ພ້ອມນີ້ຍັງໄດ້ຜ່ານບົດບັນທຶກ ການມອບ-ຮັບວຽກງານ ຂອງຫ້ອງການ ເຊິ່ງປະກອບມີບັນດາເອກະສານຕ່າງໆ ແລະ ຊັບສິນຂອງລັດ ປະເພດເຄື່ອງຮັບໃຊ້ຫ້ອງການ, ໜ້າທີ່ ແລະ ວຽກງານອື່ນໆ ໃຫ້ຜູ້ໃໝ່ໄດ້ສືບຕໍ່ຈັດຕັ້ງປະຕິບັດ, ຈາກນັ້ນ ກໍ່ໄດ້ເຊັ່ນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ອໍາພອນ ລໍມີໄຊ ກໍາມະການພັກເມືອງ ຫົວໜ້າຫ້ອງການຄະນະໂຄສະນາອົບຮົມຜູ້ເກົ່າ ກັບ ທ່ານ ວຽງໄຊ ພວງບູບຜາ ວ່າການຫົວໜ້າຄະນະໂຄສະນາອົບຮົມເມືອງຜູ້ໃໝ່, ພ້ອມດຽວກັນນີ້, ໄດ້ຜ່ານຂໍ້ຕົງລົງປະທານຄະນະກໍາມະການປົກຄອງແຂວງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຫອມແກ້ວ ແຫວນເງີນ ຫົວໜ້າຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງ ໄປຮັບໜ້າທີໃໝ່ຢູ່ເມືອງຫ້ວຍຊາຍ, ເປັນຮອງຫົວໜ້າຄະນະໂຄສະນາອົບຮົມເມືອງຫ້ວຍຊາຍ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການບົງຕົວແຕ່ງຕັ້ງ ທ່ານ ວຽງໄຊ ພວງບູບຜາ ເປັນເລຂາໜ່ວຍພັກຄະນະໂຄສະນາອົບຮົມຫ້ວຍຊາຍ.

ໂອກາດດັ່ງກ່າວ ທ່ານ ຄໍາຈັນ ຄໍສຸພະສິດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານກວດກາພັກ-ລັດເມືອງຫ້ວຍຊາຍ, ໄດ້ມີຄຳເຫັເນັ້ນໜັກບາງບັນຫາເປັນຕົ້ນ ສຶບຕໍ່ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການດໍາລົງຊິວິດ ບົນພື້ນຖານຍົກສູງສະຕິເຄົາລົບ ປະຕິບັດກົດໝາຍ, ລະບຽບວິໄນ ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ, ເປັນແບບຢ່າງນໍາໜ້າໃນການປະຢັດມັດທະຍັດ , ຕ້ານການຟຸມເຟືອຍ ແລະ ປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ປັບປຸງແບບແຜນວິທີການເຮັດວຽກຂອງຕົນໃຫ້ສອດຄ່ອງ ແລະ ເໝາະສົມກັບ ສະພາບທີ່ຕົນສັງກັດຢູ່ ຫັນເອົາແຜນງານ, ໂຄງການ, ແຜນການຂອງຂັ້ນເທິງມາເປັນແຜນການຈັດຕັ້ງປະຕິບັດຢ່າງລະອຽດ, ຕ້ອງມີຈຸດສຸມ, ອັນໃດຄວນເຮັດກ່ອນ-ອັນໃດຄວນເຮັດຕາມຫຼັງ, ຈາກນັ້ນມີການ ສະຫຼຸບກວດກາຄືນ ພ້ອມທັງຖອດຖອນບົດຮຽນຢ່າງເປັນປົກກະຕິ, ເພີ່ມທະວີຍົກສູງຄວາມຮັບຜິດຊອບ ໃນການປະຕິບັດມະຕິ, ຄໍາສັ່ງຕ່າງໆ ຕະຫຼອດຮອດພາລະບົດບາດຂອງຫ້ອງການທີ່ກໍານົດໄວ້ ເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ, ເພີ່ມທະວີຍົກສູງຄຸນນະພາບທາງດ້ານຄວາມຮູ້ເຊັ່ນ: ຄວາມຮູ້ທາງດ້ານທິດສະດີ ແລະ ຄວາມຮູ້ທາງດ້ານວິຊາສະເພາະ ຂອງຂະແໜງການທີ່ຕົນເອງໄດ້ລົງເລິກໃນການຊີ້ນໍາ-ນໍາພາ, ເພີ່ມທະວີຍົກສູງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເອົາໃຈໃສ່ປິ່ນອ້ອມຕໍ່ບັນດາໜ້າວຽກພາຍໃນຫ້ອງການ ໃຫ້ສໍາເລັດຕາມລະດັບຄາດໝາຍ.

ພາບ-ຂ່າວ: ບຸນຈັນ ບຸນປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa