







ໜ່ວຍພັກຂະແໜງງົບປະມານ, ແຜນການ ແລະ ສະຖິຕິ ທີຂຶ້ນກັບຄະນະພັກຮາກຖານ ພະແນກການເງິນແຂວງບໍ່ແກ້ວ.ໄດ້ເປີດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ I.ໃນວັນທີ 18 ມີນາ 2026 ນິ້.ໂດຍການເປັນປະທານຂອງ ສະຫາຍ ເກດທິບ ວົງຄໍາຈັນ ເລຂາໜ່ວຍພັກຂະແໜງງົບປະມານ,ແຜນການ ແລະ ສະຖິຕິ, ມີສະຫາຍ ນາງ ອ່ອນສີ ສໍຍະວົງ ຄະນະພັກຮາກຖານ ພະແນກການເງິນແຂວງບໍ່ແກ້ວ.ບັນດາຄະນະຫນ່ວຍພັກ.ແຂກຖືກເຊີນຈາກຫນ່ວຍພັກອ້ອມຂ້າງ.ພາກສ່ວນກ່ຽວຂ້ອງ.ຕ່າງຫນ້າອົງການຈັດຕັ້ງມະຫາຊົນແລະ ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ ສະມາຊິກພັກ ໜ່ວຍພັກຂະແໜງງົບປະມານ, ແຜນການ ແລະ ສະຖິຕິ ຄະນະຮັບຜິດຊອບ ໄດ້ຜ່ານ ຮ່າງບົດລາຍງານການເມືອງທັງສອງພາກ ໄດ້ຕີລາຄາດ້ານດີຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາ,ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດເກົ່າ ໃນການຊີ້ນໍາພາວຽກງານຜ່ານມາ ແລະ ຜ່ານທິດທາງແຜນການຄາດໝາຍສູ່ຊົນໃນຕໍ່ໜ້າ, ແມ່ນຈະເອົາໃຈໃສ່ສືບຕໍ່ປັບປຸງ, ກໍ່ສ້າງພັກ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງ ແລະ ປອດໃສດ້ານການຈັດຕັ້ງ ແລະ ແບບແຜນການນຳພາ.ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ, ບັນດາຂະແໜງການ, ອົງການຈັດຕັ້ງມະຫາຊົນ ໃຫ້ມີການເຄື່ອນໄຫວຕາມພາລະບົດບາດຂອງຕົນ, ກໍ່ສ້າງຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ເພື່ອເປັນຫຼັກແຫຼ່ງນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງບັນລຸຕາມແຜນການ.ຕັ້ງໜ້າສູ້ຊົນປະຕິບັດໜ້າທີ່ ໃນແຕ່ລະດ້ານໃຫ້ບັນລຸຄາດໝາຍ ແຕ່ 90% ຂຶ້ນໄປ ໂດຍຖືເອົາເນື້ອໃນມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ.ສ້າງສະມາຊິກພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃຫ້ໄດ້ 85% ຂອງຈໍານວນສະມາຊິກພັກທັງ ໝົດ ຮັບປະກັນບໍ່ໃຫ້ມີສະມາຊິກພັກກາງ, ອ່ອນ ແລະ ເສຍທາດຂາດຄຸນ.ເອົາໃຈໃສ່ຊີ້ນຳ-ນໍາພາ ການຕິດຕາມ, ຄຸ້ມຄອງການລົງທຶນຂອງລັດ ການສະຫຼຸບລາຍງານ ແລະ ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃນແຕ່ລະໄລຍະ ແລະ ປະຈຳປີ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ ເພື່ອເຮັດໃຫ້ງົບປະມານການລົງທຶນຂອງລັດມີປະສິດຕິພາບ ແລະ ປະສິດຕິຜົນ. ສາມາດສະໜອງຂໍ້ມູນໃຫ້ອົງ ການປົກຄອງແຂວງ ແລະ ສະພາປະຊາຊົນແຂວງເປັນປົກກະຕິ,ສູ້ຊົນປະຕິບັດແຜນງົບປະມານແຫ່ງລັດ ໃຫ້ໄດ້ຕາມແຜນສະພາແຫ່ງຊາດ, ສະພາປະຊາຊົນແຂວງ ຮັບຮອງແຕ່ລະໄລຍະພ້ອມທັງຄຸ້ມຄອງລະບົບການເງິນແຫ່ງລັດ ລາຍຮັບ-ລາຍຈ່າຍງົບປະມານດ້ວຍເຄື່ອງມືທັນສະໄໜຕາມມາດຖານສາກົນໃຫ້ມີປະສິດທິຜົນ ຈໍາກັດການຮົ່ວໄຫຼຂອງລາຍຮັບ-ລາຍຈ່າຍງົບປະມານ ໃຫ້ມີຄວາມເຂັ້ມງວດທາງດ້ານວິໄນ ແຜນການ ແລະການເງິນ ແລະ ດ້ານວຽກງານອື່ນໆ, ຄະນະພັກຊຸດເກົ່າໄດ້ຂຶ້ນກ່າວລາໜ້າທີ່,ຄະນະຮັບຜິດຊອບໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ສະໝັກຮັບເລືອກຕັ້ງ ຄະນະພັກຊຸດໃໝ່
ກອງປະຊຸມ ສະມາຊິກພັກສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກເອົາ ຄະນະພັກຊຸດໃໝ່ ບົນພື້ນຖານມາດຕະຖານ, ເງື່ອນໄຂ ທີ່ກໍານົດໄວ້ ເຊິ່ງຜູ້ສະໝັກຮັບ 5 ສະຫາຍ, ຍິງ 2 ສະຫາຍ ແລະ ເລືອກໄດ້ 3 ສະຫາຍ,ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາ ສະຫາຍ ອິນທະວົງ ສຸກບົວຄຳເປັນເລຂາໜ່ວຍພັກຂະແໜງງົບປະມານ, ແຜນການ ແລະ ສະຖິຕິ.ສະຫາຍ ນາງ ສຸກສາຄອນ ໄຊວົງ ເປັນຮອງເລຂາໜ່ວຍພັກ.ແລະ ສະຫາຍ ບຸນທອນ ຊາພັກດີ ເປັນກໍາມະການໜ່ວຍພັກ.
ໂອກາດນິ້. ສະຫາຍ ນາງ ອ່ອນສີ ສໍຍະວົງ ຄະນະພັກຮາກຖານ ພະແນກການເງິນແຂວງບໍ່ແກ້ວ ໄດ້ສະແດງຄວາມຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາ ຂອງຄະນະພັກຊຸດເກົ່າ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມທັງສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງຫຼາຍດ້ານ ແລະ ຮຽກຮ້ອງ ຄະນະໜ່ວຍພັກ ຊຸດໃໝ່ ຈົ່ງສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກຂະແໜງອງົບປະມານ, ແຜນການ ແລະ ສະຖິຕິ ໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.ສ່ວນສະມາຊິກພັກ, ພະນັກງານ ຈົ່ງເຊີດຊູສະຕິ ແລະ ຍົກສູງຄວາມຮັບ ຜິດຊອບການເມືອງຂອງຕົນ ເຮັດໃຫ້ວຽກງານ ການສະຫຼູບ ຕິດຕາມແຜນພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານແຫ່ງລັດ ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດໃຫ້ພັກ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ບັນຫາອື່ນໆ.
ຂ່າວ: ເງິນຫຼົງຈິດພູວົງ.
ຂໍ້ມູນ-ພາບ: ພາກສ່ວນກ່ຽວຂ້ອງ.
ແອດມິນ: ທອງຈັນ ວົງປັນຍາ.



