



ພິທີ ປະເມີນການຈັດຕັ້ງປະຕິີບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກຳມະບານ ແລະ ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ຄະນະໂຄສະນາອົບຮົມ ເມືອງປາກທາ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 17 ຕຸລາ 2025, ທີ່ຫ້ອງປະຊຸມຫ້ອງວ່າການ ໂດຍການເປັນປະທານຂອງ ສະຫາຍ ລັດສະໜີ ສິດທິສັກ ກຳມະການພັກເມືອງ ປະທານກຳມະບານຮາກຖານໂຄສະນາອົບຮົມ, ເຂົ້າຮ່ວມມີສະຫາຍ ນາງ ອິນທອງ ເລືອງສີຈັນທອງ, ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດາຄະນະຮັບຜິດຊອບການປະເມີນຂັ້ນເມືອງ, ສະມາຊິກກຳມະບານ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ.
ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກຳມະບານ ແລະ ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ພ້ອມທິດທາງແຜນການ, ກຳມະບານຮາກຖານໂຄສະນາອົບຮົມເມືອງ ເປັນກຳມະບານຮາກຖານ 5 ເປັນເຈົ້າ ທີ່ຂື້ນກັບຫ້ອງການສະຫະພັນກຳມະບານເມືອງ, ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ, ກຳມະບານຮາກຖານມີສະມາຊິກກຳມະບານທັງໝົດ 14 ສະຫາຍ, ຍິງ 4 ຫາຍ, ໃນນີ້ເປັນສະມາຊິກຊາວໜຸ່ມ 4 ສະຫາຍ, ຍິງ 2 ສະຫາຍ, ຜ່ານມາຄະນະກຳມະບານຮາກຖານ ແລະ ຄະນະໜ່ວຍຊາວໜຸ່ມຂອງພວກເຮົາຕະຫຼອດຮອດສະມາຊິກທຸກສະຫາຍແມ່ນມີທັດສະນະຫຼັກໝັ້ນ ການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ເປັນແບບຢ່າງໃຫ້ແກ່ມະຫາຊົນ, ຍາມໃດກໍ່ມີຄວາມຕື່ນຕົວຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍລັດ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມັກຄີ ແລະ ຖືເອົາການຕຳນິຕິຊົມກໍ່ສ້າງຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ, ຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະຕາມພາລະບົດບາດ, ສິດ, ໜ້າທີ່ຢ່າງເຂັ້ມງວດ.
ຈາກນັ້ນຄະນະຮັບຜິດຊອບການປະເມີນຂັ້ນເມືອງກໍ່ໄດ້ຜ່ານມາດຖາດເງື່ອນໄຂ ແລະ ແນະນຳວິທີການໃຫ້ຄະແນະ ພ້ອມທັງດຳເນີນການປະເມີນຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ຂໍ້ແຂ່ງຂັນ 4 ບຸກ, ເພື່ອໃຫ້ໝູ່ຄະນະໄດ້ຕຳນິຕິຊົມສົ່ງຂ່າວກໍ່ສ້າງຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ ທັງເປັນການປັບປຸງແກ້ໄຂດ້ານອ່ອນຂໍ້ຄົງຄ້າງ ແລະ ເສີມຂະຫຍາຍດ້ານດີຜົນງານໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ເພື່ອສູ້ຊົນສ້າງໃຫ້ກຳມະບານຮາກຖານ, ໜ່ວຍຊາວໜຸ່ມ, ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ, ຊຸກຍູ້ສະມາຊິກພັກ-ພະນັກງານ-ລັດຖະກອນກໍ່ຄື: ສະມາຊິກກຳມະບານ, ຊາວໜຸ່ມໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນ, ສ້າງໃຫ້ໄດ້ບຸກຄະລາກອນດີເດັ່ນ, ຮາກຖານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ຂໍ້ແຂ່ງຂັນ 4 ບຸກໃນປີຕໍ່ໄປ.
ຂ່າວ: ວັນນະເດດ
ພາບ: ສອນຄີລີ ບຸນຍະຜົນ
ກວດແກ້-ແອດມິນ: ທອງຈັນ ວົງປັນຍາ



